Saturday, July 27, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງກະສິກຳ ຍູ້ແຮງການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ

ນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງກະສິກຳ ຍູ້ແຮງການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ

ໃນວັນທີ 23 ມັງກອນ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊູມ ສະຫລູບວຽການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2023 ແລະ ທິດທາງແຜນການປີ 2024 ໂດຍທ່ານ ໄດ້ເນັ້ນໜັກຫລາຍບັນຫາ ເປັນຕົ້ນແມ່ນ ໃຫ້ເອົາໃຈໃສ່ຍູ້ແຮງການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ຫລາຍຂຶ້ນ ໂດຍສະເພາະ ເລັ່ງໃສ່ຊຸກຍູ້ ການຜະລິດກະສິກໍາ ທີ່ມີທ່າແຮງ ແລະ ຕະຫລາດຮອງຮັບ; ພ້ອມດຳເນີນມາດຕະຖານສົ່ງເສີມ ແລະ ປົກປ້ອງຜູ້ຜະລິດພາຍໃນ ໃຫ້ເຂັ້ມແຂງ ແລະ ໝັ້ນຄົງ; ດຳເນີນການຈັດສັນເຂດການຜະລິດ-ການປຸງແຕ່ງ; ຟື້ນຟູ ແລະ ປັບປຸງ ໂຄງລ່າງພື້ນຖານການຜະລິດກະສິກຳ ໃຫ້ມີປະສິດທິພາບສູງ; ຍົກລະດັບ ສູນຄົ້ນຄວ້າ ແລະ ການສະໜອງທຶນ ໃຫ້ແກ່ສູນບໍລິການເຕັກນິກກະສິກຳ ແນໃສ່ສະໜອງແນວພັນພືດ-ແນວພັນສັດ ແລະ ເຕັກນິກວິຊາການ ໃຫ້ແກ່ຜູ້ທຳການຜະລິດ ເພື່ອຫລຸດຜ່ອນຕົ້ນທຶນການຜະລິດ, ເພີ່ມຜົນຜະລິດທີ່ມີຄຸນນະພາບ ແລະ ລາຄາ ທີ່ສາມາດແກ້ງແຍ້ງແຂ່ງຂັນ ກັບປະເທດອ້ອມຂ້າງ ແລະ ສາກົນ.

ທ່ານ ນາຍົກລັດຖະມົນຕີ ຍັງເນັ້ນອີກວ່າ: ດ້ານສະບຽງອາຫານ ແລະ ໂພຊະນາການ, ແຕ່ລະແຂວງຕ້ອງໄດ້ສືບຕໍ່ສຸມກຳລັງແຮງໃນການຊຸກຍູ້ສົ່ງເສີມ ໃຫ້ມີການຜະລິດໃຫ້ສາມາດກຸ້ມຕົ້ນເອງໄດ້ ພາຍໃນທ້ອງຖິ່ນຂອງຕົນ ໂດຍສະເພາະໃຫ້ສຸມໃສ່ 5 ປະເພດສະບຽງອາຫານ ທີ່ໄດ້ກຳນົດໃນ ມະຕິ 19/ກມສພ ຄື: ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ຕ້ອງຮັບປະກັນໄດ້ໂດຍພື້ນຖານ ແລະ ສາມາດດຸ່ນດ່ຽງໄປຫາແຂວງໃກ້ຄຽງໄດ້ ເພື່ອກ້າວໄປສູ່ການຢຸດຕິການນຳເຂົ້າຈາກຕ່າງປະເທດ; ໃຫ້ສຸມໃສ່ປະຕິບັດ 2 ນະໂຍບາຍ ຄື: ນະໂຍບາຍແຫ່ງຊາດ ການສົ່ງເສີມການລ້ຽງສັດ-ສັດນ້ຳ (8 ນະໂຍບາຍຍ່ອຍ) ແລະ ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ (8 ນະໂຍບາຍຍ່ອຍ); ໃຫ້ປັບປຸງກໍາລັງການຜະລິດ ໂດຍການກໍານົດກຸ່ມຜູ້ຜະລິດແບບມີຈຸດສຸມ ຕິດພັນກັບໂຮງງານປຸງແຕ່ງ, ກຸ່ມການປຸງແຕ່ງໃຫ້ໄດ້ມາດຕະຖານ ໂດຍການຈັດຕັ້ງເປັນສະມາຄົມ, ສະຫະ ກອນ ເພື່ອຄຸ້ມຄອງການຜະລິດການປຸງແຕ່ງ ໃຫ້ໄດ້ຕາມມາດຕະຖານ ແລະ ສາມາດຮັບນະໂຍບາຍດ້ານສິນເຊື່ອຈາກລັດຖະບານ; ໃຫ້ສືບຕໍ່ ປັບປຸງນິຕິກຳ ກ່ຽວກັບການເກັບຊື້ຜົນຜະລິດກະສິກໍາ ໃຫ້ເຂົ້າສູ່ລະບຽບ ແລະ ບໍ່ຄວນອະນຸຍາດໃຫ້ ມີການເກັບຊື້ ແລະ ສົ່ງອອກແບບຊະຊາຍ ໂດຍຄວບຄຸມບໍ່ໄດ້.

ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາ 3 ປະເພດປ່າ ລວມທັງທີ່ດິນປ່າໄມ້ ບໍ່ໃຫ້ຖືກບຸກລຸກຈັບຈອງ ໂດຍສະເພາະແມ່ນ ປ່າສະຫງວນ, ປ່າປ້ອງກັນຍອດນໍ້າ, ເຂັ້ມງວດໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ແລະ ຄໍາສັ່ງ 11/ນຍ; ຈັດຕັ້ງຜັນຂະຫຍາຍ ດຳລັດ 01/ລບ ວ່າດ້ວຍປ່າປ້ອງກັນ ແລະ ດຳລັດ 02/ລບ ວ່າດ້ວຍປ່າຜະລິດ ເພື່ອສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າໄມ້ ພ້ອມທັງຄຸ້ມຄອງການນໍາໃຊ້ປ່າໄມ້ ແລະ ເຄື່ອງປ່າຂອງດົງ ໃຫ້ມີຄວາມຍືນຍົງ; ສົ່ງເສີມການອະນຸລັກ ປົກປັກຮັກສາປ່າໄມ້ ດ້ວຍຮູບແບບຫັນເປັນໂຄງການສິນເຊື່ອກາກບອນ ທີ່ຕິດພັນກັບການທ່ອງທ່ຽວທຳມະຊາດ ເພື່ອໃຫ້ຄົນ ແລະປ່າໄມ້ ຢູ່ຮ່ວມກັນ ຢ່າງສັນຕິ.

ສຳລັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນສະເພາະໜ້ານີ້ ຕ້ອງຫັນປ່ຽນຮູບແບບການເຮັດວຽກ, ການເຮັດໜ້າທີ່ການເມືອງ ໂດຍສະເພາະ ນັກພັດທະນາຊົນນະບົດ ຕ້ອງກາຍຮອດໃຈເຖິງ ລົງສູ່ຮາກຖານຕົວຈິງ ຕິດແທດກັບປະຊາຊາຊົນ ຊາວກະສິກອນ ເພື່ອໃຫ້ກຳໄດ້ບັນຫາ ຈຸດພິເສດສະເພາະຂອງຊົນນະບົດ ແລະ ຄວາມທຸກຍາກ ເພື່ອຊອກຫາແນວທາງວິທີແກ້ໄຂບັນຫາຖືກກັບຕົວຈິງ ຈຶ່ງຈະສາມາດພັດທະນາກ້າວຂື້ນໄດ້, ພະນັກງານຮາກຖານ ຕ້ອງປະສານສົມທົບ ບັນດາຂະແໜງການ, ທ້ອງຖິ່ນ ສ້າງແຜນການ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນ ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 097/ກມສພ, ກົດໝາຍຈັດສັນພູມລຳເນົາ ແລະ ອາຊີບ ເລກທີ 45/ສພຊ, ດຳລັດ 348/ລບ ແລະ ຂໍ້ຕົກລົງຂອງນາຍົກ ເລກທີ 72/ນຍ; ສົມທົບກັບກະຊວງແຜນການ ແລະການລົງທຶນ, ຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ເພື່ອກວດກາຄືນ ກ່ຽວກັບໂຄງການພັດທະນາຊົນນະບົດ, ການກຳນົດຈຸດສຸມ, ການສຸມທຶນຮອນ ເພື່ອໃຫ້ມີບ້ານຕົວແບບດ້ານຕ່າງໆຫລາຍຂຶ້ນ ກ້າວໄປເຖິງຈຸດໝາຍການລຶບລ້າງຄວາມທຸກຍາກ ໃນຊົນນະບົດ ເທື່ອລະກ້າວ.

ຂ່າວ ສົມຫວັງ

ພາບ ແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments