Saturday, July 27, 2024
Homeແຈ້ງການສໍາຄັນສະພາບອາກາດ ວັນທີ 23 ມັງກອນ 2024

ສະພາບອາກາດ ວັນທີ 23 ມັງກອນ 2024

ສະພາບອາກາດ ເວລາ 19:00 ໂມງ ວັນທີ 23 ມັງກອນ 2024, ຄວາມກົດດັນສູງຂອງອາກາດເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກໍາລັງແຮງພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນລົງຕື່ມອີກຢູ່ໃນແຕ່ລະພາກ.

ສໍາລັບແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພອ້ມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຍັງຈະມຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ສ່ວນແຂວງພາກກາງ ແລະ ພາກໃຕ້ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments