Saturday, July 27, 2024
Homeຂ່າວໜ້າໜຶ່ງສປປ ລາວ ແນະນຳບັນດາແຫລ່ງທ່ອງທ່ຽວ ທີ່ສຳຄັນຫລາຍແຫ່ງ

ສປປ ລາວ ແນະນຳບັນດາແຫລ່ງທ່ອງທ່ຽວ ທີ່ສຳຄັນຫລາຍແຫ່ງ

ກອງປະຊຸມແນະນຳການທ່ອງທ່ຽວ ສຳລັບສື່ມວນຊົນ ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2024 ທີ່ສູນການຄ້າລາວໄອ-ເຕັກ ໂດຍມີທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍຜູ້ຕາງໜ້າຈາກປະເທດອາຊຽນ, ບັນດາສື່ມວນຊົນຕ່າງປະເທດຫລາຍກວ່າ 25 ພາກສ່ວນໃນທົ່ວໂລກ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຕິດພັນກັບສື່ມວນຊົນ ເຊິ່ງເປັນເວທີທີ່ໃຫ້ບັນດາປະເທດອາຊຽນ ມີໂອກາດໄດ້ໂຄສະນາ ແລະ ນຳສະເໜີແຫລ່ງທ່ອງທ່ຽວ ທີ່ສຳຄັນຂອງແຕ່ລະປະເທດ ແນໃສ່ໃຫ້ບັນດາສື່ມວນຊົນຕ່າງປະເທດ ທີ່ເຂົ້າຮ່ວມງານຄັ້ງນີ້, ນຳໄປໂຄສະນາແຜ່ເຜີຍ ສະຖານທີ່ທ່ອງທ່ຽວຕ່າງໆ. ສຳລັບ ສປປ ລາວ ແມ່ນໄດ້ນຳ ແລະ ສະເໝີລາຍ ການປີທ່ອງທ່ຽວລາວ 2024 ໂດຍຍົກໃຫ້ເຫັນບັນດາກິດຈະກຳ, ສະຖານທີ່ການທ່ອງທ່ຽວຕ່າງໆ ໃນຂອບເຂດທົ່ວປະເທດ ບໍ່ວ່າຈະເປັນສະຖານທີ່ທ່ອງທ່ຽວແບບທຳມະຊາດ, ສະຖານທີ່ທ່ອງທ່ຽວ ວັດທະນະທຳ, ສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ລວມທັງ ງານບຸນປະເພຕ່າງໆຂອງບັນດາເຜົ່າ. ພ້ອມດຽວກັນນີ້, ຍັງໄດ້ແນະນຳວິທີການເຂົ້າມາທ່ອງທ່ຽວລາວຕື່ມອີກ ເຊັ່ນ: ການຄົມມະນາຄົມຂົນສົ່ງ ແລະ ການສະເໜີວີຊາເປັນຕົ້ນ.

ຫລັງຈາກທີ່ ສປປ ລາວ ສຳເລັດການນຳສະເໜີສະຖານທີ່ທ່ອງທ່ຽວຕ່າງໆ ບັນດາສື່ມວນຊົນຕ່າງ ປະເທດ ກໍໃຫ້ຄວາມສົນໃຈສອບຖາມຫລາຍບັນຫາ ເປັນຕົ້ນ ແມ່ນຄວາມສະດວກໃນການຄົມມະນາ ຄົມທາງບົກ ແລະ ທາງອາກາດ ໂດຍສະເພາະ ແມ່ນການເດີນທາງດ້ວຍລົດໄຟ ເນື່ອງຈາກວ່າການເດີນ ທາງດ້ວຍລົດໄຟ ເປັນພາຫະນະເປັນການເດີນທາງໃໝ່ຂອງ ສປປ ລາວ.

ຂ່າວ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments