Home ຂ່າວໜ້າໜຶ່ງ ສີອອນຫັດຖະກໍາຄຸນນະພາບໄດ້ປະກົດສູ່ສາຍຕາຊາວອາຊຽນ

ສີອອນຫັດຖະກໍາຄຸນນະພາບໄດ້ປະກົດສູ່ສາຍຕາຊາວອາຊຽນ

0
46

ກຸ່ມຜູ້ຜະລິດສິນຄ້າລາວມີບົດບາດສໍາຄັນໃນການປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ, ສ້າງງານສ້າງອາຊີບທີ່ໝັ້ນຄົງ ແລະ ຊ່ວຍແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າຢ່າງຕັ້ງໜ້າ ຂະນະທີ່ຜະລິດຕະພັນກາເຟລາວ, ຫັດຖະກໍາ, ເຄື່ອງດື່ມປະເບຍລາວ ແລະ ອື່ນໆ ຍັງເປັນອີກຜະລິດຕະພັນໄດ້ຮັບຄວາມນິຍົມຊົມຊອບ ຈາກປະເທດເພື່ອນບ້ານ,ອາຊຽນ, ສປ ຈີນ, ຍີ່ປຸ່ນ, ເອີຣົບ ແລະ ອື່ນໆ. ໃນໂອກາດກອງປະຊຸມທ່ອງທ່ຽວອາຊຽນ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 22-27 ມັງກອນ 2024 ນີ້, ເຊິ່ງຖືວ່າເປັນກາລະໂອກາດອັນດີ ທີ່ຈະເຮັດໃຫ້ສິນຄ້າລາວປະກົດອອກສູ່ສາຍຕາຂອງຄະນະຜູ້ແທນ, ແຂກຕ່າງດ້າວທ້າວຕ່າງເມືອງ ແລະ ບັນດານັກທ່ອງທ່ຽວຕ່າງໆຈະໄດ້ເຫັນ, ສໍາຜັດ ແລະ ຊື້ເປັນຂອງຕ້ອນ ຂອງຝາກ ລວມທັງຈະໄດ້ເປັນຄູ່ຄ້າທີ່ດີຕໍ່ກັນໃນອະນາຄົດ. ຕະຫລອດໄລຍະຫລາຍວັນຂອງກອງປະຊຸມນີ້, ຈະມີກອງປະຊຸມຂອງພາກລັດຖະບານ, ພາກເອກະຊົນ ແລະ ຜູ້ປະກອບຫລາຍຫົວໜ່ວຍທຸລະກິດເຂົ້າຮ່ວມຢ່າງຫາວຫັນ ໃນນັ້ນມີບາງຫົວໜ່ວຍທຸລະກິດ ຈະໄດ້ນໍາເອົາສິນຄ້າ ແລະ ຜະລິດຕະພັນຂອງຕົນ ເຂົ້າຮ່ວມວາງສະແດງ ໃນໂອກາດດັ່ງກ່າວ ແລະ ຫນຶ່ງໃນນັ້ນ ກໍແມ່ນຮ້ານ ສີອອນ ຫັດຖະກໍາ ທີ່ນໍາເອົາສິນຄ້າທີ່ມີຄຸນນະພາບມາວາງສະແດງ.    

ທ່ານນາງ ສີອອນ ສິລິປັນຍາ ເຈົ້າຂອງຮ້ານສີອອນ ຫັດຖະກໍາ ຜ້າໄໝລາວ ໄດ້ໃຫ້ສໍາພາດນັກຂ່າວສໍານັກຂ່າວສານປະເທດລາວ ວ່າ: ສໍາລັບການໄດ້ມີໂອກາດນໍາເອົາຜະລິດຕະພັນ ຈາກຮ້ານຂອງຕົນເຂົ້າຮ່ວມວາງສະແດງ ໃນກອງປະຊຸມທີ່ສໍາຄັນນີ້ ແມ່ນມີຄວາມພາກພູມໃຈ ແລະ ດີໃຈເປັນຢ່າງຍິ່ງ ແລະ ເປັນໂອກາດທີ່ຊາວຊ່າງຫັດຖະກໍາລາວ ລໍຄອຍ ມາດົນ ທີ່ຢາກໃຫ້ປະເທດເຮົາເປີດປີທ່ອງທ່ຽວ ເພາະຫລາຍປີມານີ້ ຂະແໜງຫັດຖະກໍາ ກໍແມ່ນພາກສ່ວນໜຶ່ງທີ່ມີບັນຍາກາດຊົບເຊົາ ຍ້ອນຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19. ສະນັ້ນ ການເປີດກອງປະຊຸມ ແລະ ປີທ່ຽວທ່ຽວ 2024 ນີ້ ກໍແມ່ນຄວາມຫວັງໜຶ່ງທີ່ຈະຊ່ວຍ ໃຫ້ເສດຖະກິດຂອງຊາດເວົ້າລວມ, ເວົ້າສະເພາະ ກໍແມ່ນຜູ້ປະ ກອບການທຸລະກິດທ່ອງທ່ຽວ, ການບໍລິການ ຕະຫລອດຮອດຊາວຊ່າງຫັດຖະກໍາທົ່ວປະເທດ ມີໂອກາດທີ່ດີຂຶ້ນ. ທ່ານນາງ ສີອອນ ສິລິປັນຍາ ໃຫ້ຮູ້ວ່າ: ສໍາລັບສິນຄ້າທີ່ນໍາມາວາງສະແດງ ແລະ ຈໍາໜ່າຍໃນຄັ້ງນີ້ ປະກອບມີ ຜ້າພັນຄໍ, ໝອນ, ກະເປົາ, ຜ້າຕຸ້ມ, ຜ້າບ່ຽງ ແລະ ອື່ນໆ ທີ່ມີຄຸນນະພາບ ແລະ ລວດລາຍທີ່ສວຍງາມ. ເພື່ອໂຄສະນາ ໃຫ້ແຂກ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ວ່າສິນຄ້າຜ້າໃໝລາວ ມີການຂະຫຍາຍຕົວຢ່າງກວ້າງຂວາງ, ມີຄຸນນະພາບ ແລະ ສາມາດຊົມໃຊ້ໃນຊີວິດປະຈໍາວັນ ທັງເປັນຂອງຝາກຂອງຕ້ອນທີ່ມີຄຸນຄ່າ ໃນລາຄາທີ່ເໝາະສົມ ແລະ ຈັບຕ້ອງໄດ້. ທ່ານນາງ ສີອອນ ສິລິປັນຍາ ບອກວ່າ: ຮ້ານພວກເຮົາ ຕັ້ງຢູ່ບ້ານ ອາມອນ ເມືອງໄຊເສດຖາ ນະຄອນຫລວງ, ປັດ ຈຸບັນຜະລິດສິນຄ້າຫລາກຫລາຍແບບ ແລະ ຜະລິດຕາມລູກຄ້າສັ່ງຈອງ, ນອກນີ້ ຍັງໄດ້ຄັດເລືອກຄັດເລືອກເອົາສິນຄ້າຂອງທ້ອງຖິ່ນຕ່າງໆ ທີ່ເຂົາເຈົ້າບໍ່ມີການຕະຫລາດ ກໍນໍາມາຊ່ວຍໂຄສະນາ ຫລື ເອົາມາແປຮູບ ໃຫ້ມີຄວາມຫລາກຫລາຍເພື່ອຈໍາໜ່າຍ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ໂດຍປະເທດທີ່ສົ່ງອອກແມ່ນມີ ຍີ່ປຸ່ນ, ອົດສະຕຣາລີ, ໄທ ແລະ ປະເທດອື່ນໆ ແລະ ໃນນາມສ່ວນຕົວແລ້ວເຫັນວ່າ ວຽກງານຫັດຖະກໍາ ແມ່ນມີບົດບາດສໍາຄັນຫລາຍ ຕໍ່ການທ່ອງທ່ຽວ ເພາະຈາກປະສົບການຕົນເອງ ທີ່ໄດ້ເຂົ້າຮ່ວມງານວາງສະແດງທັງຢູ່ພາຍໃນ ແລະ ຕ່າງປະເທດ ສິນຄ້າຫັດຖະກໍາລາວພວກເຮົາ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນດ້ານການອອກແບບ ໃຫ້ມີຄວາມສວຍງາມທັນສະໄໝ, ມີຄວາມ ສະດວກໃນການຊົມໃຊ້ ແລະ ມີຄຸນນະພາບ ເພື່ອໃຫ້ຕ່າງປະເທດຮູ້ວ່າສິນຄ້າລາວ ມີຄຸນນະພາບທີ່ດີ.

ບົດໂດຍ: ສຸພາສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here