Saturday, July 27, 2024
Homeຂ່າວໜ້າໜຶ່ງເຊີນທ່ຽວງານເທສະການ ອາຫານລາວ 2024 ທີ່ສວນເຈົ້າອານຸວົງ

ເຊີນທ່ຽວງານເທສະການ ອາຫານລາວ 2024 ທີ່ສວນເຈົ້າອານຸວົງ

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ສະມາຄົມນັກທຸລະກິດແມ່ຍິງ(ສທຍ) ໄດ້ເປີດງານເທສະການອາຫານລາວ ປະຈໍາປີ 2024, ພາຍໃຕ້ຄໍາຂວັນ “ຊີມອາຫານລາວ ທ່ອງທ່ຽວລາວ ປີ 2024” (Tasting Lao food visit Laos year 2024) ຂຶ້ນໃນວັນທີ 23 ມັງກອນ 2024 ທີ່ ສວນເຈົ້າອານຸ ວົງ, ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານພັນລະຍາການນໍາຂັ້ນສູງ, ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີຜູ້ຕາງໜ້າຈາກທູຕານຸທູດ ປະຈຳ ສປປ ລາວ, ຜູ້ສະໜັບສະໜູນ ພ້ອມດ້ວຍສະມາຊິກ ສທຍ ແລະ ຜູ້ປະກອບການເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານ ສະມາຄົມນັກທຸລະ ກິດແມ່ຍິງ, ຕາງໜ້າຄະນະກໍາມະການ ຈັດງານເທສະການອາຫານ ປະຈຳປີ 2024 ກ່າວວ່າ: ງານຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມສາມັກຄີ ໃຫ້ແກ່ກັບສະມາຊິກພາຍໃນ ສະມາຄົມນັກທຸ ລະກິດຍິງ ແລະ ຜູ້ປະກອບການດ້ວຍກັນ ທົ່ວປະເທດ, ທັງເປັນການຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຊີມ ຊື້ ແລະ ຖືກັບບ້ານ. ພ້ອມນັ້ນ, ຍັງເປັນການເສີມສ້າງຄວາມສາມາດ ໃຫ້ຜູ້ປະກອບການທີ່ມາວາງຂາຍສິນຄ້າໃນງານ ໄດ້ຍົກສູງຄຸນນະພາບຂອງສິນຄ້າ ໂດຍສະເພາະການປຸງແຕ່ງອາຫານ ໃຫ້ຖືກຕາມມາດຕະຖານ, ເປັນທີ່ດຶງດູດລູກຄ້າຫລາຍຂຶ້ນກວ່າເກົ່າ ເພື່ອຮອງຮັບແຂກລະ ດັບຊາດ ແລະ ລະດັບສາກົນ ເພື່ອສ້າງວຽກເຮັດງານທໍາ, ສ້າງລາຍໄດ້ໃຫ້ແກ່ຜູ້ປະກອບການ ທາງດ້ານອາຫານ ກ້າວໄປເຖິງສາມາດສ້າງເປັນ ແບຣນ(BRAND) ອາຫານເອກະລັກແບບລາວໆ ແລະ ຈັດຈໍາໜ່າຍອອກສູ່ສາກົນໄດ້ຫລາຍກວ່າເກົ່າ.

ງານຄັ້ງນີ້, ຈະໄດ້ດໍາເນີນໄປເປັນເວລາ 5 ວັນໂດຍເລີ່ມ ແຕ່ວັນທີ 23-27/01/2024 ເລີ່ມແຕ່ເວລາ 9:00 ເຊົ້າຮອດ 10:00 ໂມງກາງຄືນຂອງທຸກວັນ ເຊິ່ງມີຮ້ານເຂົ້າຮ່ວມ 180 ຮ້ານ, ປະກອບມີຮ້ານອາຫານເອກະລັກຂອງ ແຕ່ລະທ້ອງຖິ່ນແບບລາວໆ, ອາຫານລາວປະຍຸກ, ອາຫານປະເພດຂອງ ຫວານ ລວມ 165 ຮ້ານ, ສິນຄ້າຫັດຖະກໍາ 15 ຮ້ານ ຄາດວ່າ ປີນີ້ຈະມີເງິນໝູນວຽນໃນງານເທສະການອາຫານ ປະມານ 6 ຕື້ກີບ. ພາຍໃນງານ ຍັງມີການສະແດງສິລະປະພື້ນເມືອງລາວ, ຂາຍອາຫານລາວເອກະລັກຂອງ 18 ແຂວງທົ່ວປະເທດ, ມີການສາທິດເຮັດເຂົ້າໜົມລາວ ແລະ ການສໍາມະນາຫົວຂໍ້: ການບໍລິຫານທຸລະກິດຂະໜາດນ້ອຍ(ການວາງແຜນການຕະຫລາດ), ແຂ່ງຂັນແກະສະລັກໝາກໄມ້ນາໆພັນ ພ້ອມຂາຍເຂົ້າໜົມແບບລາວ ແລະ ອື່ນໆ.

ຂ່າວ-ພາບ ສົມຫວັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments