Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງປະທານສະພາແຫ່ງຊາດ ຕ້ອນຮັບຫົວໜ້າອົງການໄອຍະການສູງສຸດ ສິງກະໂປ

ຮອງປະທານສະພາແຫ່ງຊາດ ຕ້ອນຮັບຫົວໜ້າອົງການໄອຍະການສູງສຸດ ສິງກະໂປ

ໃນວັນທີ 22 ມັງກອນ 2024 ນີ້, ທ່ານນາງ ສູນທອນ ໄຊຍະຈັກ ຄະນະເລຂາທິ ການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບ ທ່ານ ລູເຊີນ ວອງ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມຄະນະ ໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 21-24 ມັງກອນ 2024.

ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ອວຍພອນ ໃຫ້ຄະນະຜູ້ແທນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ດ້ວຍຜົນສຳເລັດອັນຈົບງາມ, ຮ່ວມມືກັນພັດທະນາວຽກງານໄອຍະການຂອງ ສປປ ລາວ ໃຫ້ກ້າວໜ້າ, ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະຜູ້ແທນດັ່ງກ່າວ ໃນຄັ້ງນີ້ ເພື່ອຈັດຕັ້ງປະຕິ ບັດ ແລະ ເສີມຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກຊ່ວຍຈຳ ລະຫວ່າງ ອົງການໄອຍະການປະ ຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ ສິງກະໂປ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 11 ມິຖຸນາ 2019 ເປັນຕົ້ນ ການແລກປ່ຽນຄະນະຜູ້ແທນ, ການພົບປະ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກໍຄື ການຮ່ວມມືວຽກງານໄອຍະການ ໃຫ້ນັບມື້ເຂົ້າສູ່ລວງເລິກ, ທັງເປັນການເສີມຂະຫຍາຍການພົວພັນ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ສິງກະ ໂປ ກໍຄື ລະຫວ່າງ ອົງການໄອຍະການສູງສຸດ ຂອງສອງປະເທດ ໃຫ້ເຂົ້າສູ່ລວງເລິກ.

ທ່ານ ລູເຊີນ ວອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາງ ສູນທອນ ໄຊຍະຈັກ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້. ພ້ອມທັງຈະໄດ້ເຂົ້າຢ້ຽມຂໍ່ານັບ ປະທານອົງການກວດກາແຫ່ງລັດ, ປະທານສານປະຊາຊົນສູງສຸດ, ຄະນະນຳແຂວງຫລວງພະບາງ, ອົງການໄອຍະການປະຊາຊົນແຂວງຫລວງພະບາງ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວຈຳນວນໜຶ່ງ ຢູ່ນະຄອນຫລວງພະບາງ.

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments