Saturday, July 27, 2024
Homeຂ່າວຕ່າງປະເທດຣັດເຊຍ ຂະຫຍາຍເວລາລົດໄຟຟ້າແລ່ນເທິງທາງຫລວງໂດຍບໍ່ເສຍຄ່າໃຊ້ຈ່າຍ

ຣັດເຊຍ ຂະຫຍາຍເວລາລົດໄຟຟ້າແລ່ນເທິງທາງຫລວງໂດຍບໍ່ເສຍຄ່າໃຊ້ຈ່າຍ

ສຳນັກຂ່າວ ຊິນຮວາຂອງ ສປຈີນ ລາຍງານວ່າ: ສຳນັກ ປະຊາສຳພັນຂອງ ລັດຖະບານ ຣັດເຊຍ ລະບຸວ່າ: ຍານພາຫະນະໄຟຟ້າ ສາມາດແລ່ນ ເທິງຖະໜົນຫລວງ ສ່ວນທີ່ເກັບ ຄ່າຜ່ານທາງຂອງ ລັດຖະບານກາງ ໂດຍບໍ່ເສຍຄ່າ ໃຊ້ຈ່າຍ ຕໍ່ໄປໃນປີ 2024.ພາຍຫລັງ ທ່ານ ອັນເດຣຍ ເບໂລອູຊໍຟ ຮອງນາຍົກ ລັດຖະມົນຕີ ຣັດເຊຍ ຊຶ່ງກຳກັບ ດູແລໂຄງການ ລົດໄຟຟ້າ ແລະ ໄຮໂດຣເຈນ ຂອງລັດຖະບານກາງ ເປີດເຜີຍ ສິດທິພິເສດ ສຳລັບ ຍານພາຫະນະ ໄຟຟ້າ ກັບມາມີຜົນ ຕັ້ງແຕ່ວັນທີ 19 ມັງກອນ 2024 ນີ້ເປັນຕົ້ນໄປ. ກ່ອນໜ້ານີ້ ຣັດເຊຍ ເລີ່ມຕົ້ນໂຄງການ ຍານພາຫະນະ ໄຟຟ້າ ແລ່ນລົດເທີງ ທາງຫລວງ ສ່ວນທີ່ເກັບຄ່າຜ່ານທາງ ໂດຍບໍ່ເສຍຄ່າ ໃຊ້ຈ່າຍ (ໄລຍະທົດລອງ) ລະຫວ່າງວັນທີ 1 ມີນາ-31 ທັນວາ 2023, ໂດຍໂຄງການນີ້ ແນໃສ່ ດຶງດູດ ຊາວຣັດເຊຍ ໃຫ້ຫັນມາໃຊ້ ຍານພາຫະນະ ໄຟຟ້າ ຫລາຍຂື້ນ. ໂດຍມີຜູ້ຂັບຂີ່ ໄດ້ໃຊ້ສິດທິພິເສດນີ້ ໃນໄລຍະເວລາ ເບື້ອງຕົ້ນ ປະມານ 5.000 ຄົນ ຊຶ່ງອໍໂຕຣແຕດ (Autostat) ເປັນບໍລິສັດ ວິເຄາະຂອງ ຣັດເຊຍ ລະບຸວ່າ: ຍອດຈຳໜ່າຍ ຍານພາຫະນະ ໄຟຟ້າໃໝ່ຂອງ ຣັດເຊຍ ໃນປີ 2023 ສູງກວ່າ 14.000 ຄັນ, ເພີ່ມຂື້ນ 4,7 ເທົ່າຈາກປີ 2022.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments