Saturday, July 27, 2024
Homeຂ່າວຕ່າງປະເທດສປ ຈີນ ນໍາເຂົ້າຖ່ານຫີນຈາກ ອົດສະຕຣາລີ ເພີ່ມຂື້ນຢູ່ທີ 52,47 ລ້ານໂຕນ

ສປ ຈີນ ນໍາເຂົ້າຖ່ານຫີນຈາກ ອົດສະຕຣາລີ ເພີ່ມຂື້ນຢູ່ທີ 52,47 ລ້ານໂຕນ

ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ປັກກິ່ງ ປະເທດ ຈີນ ເມື່ອວັນທີ 20 ມັງກອນວ່າ: ຂໍ້ມູນຈາກ ສຳນັກງານ ສະຖິຕິແຫ່ງຊາດ ຈີນ ລະບຸວ່າ: ປະລິມານ ການນໍາເຂົ້າ ຖ່ານຫີນຈາກ ອົດສະຕຣາລີ ຢູ່ທີ 52,47 ລ້ານໂຕນ ເມື່ອປີ 2023,​ ພີ່ມຂຶ້ນ ຢ່າງຫລວງຫລາຍ ເມື່ອທຽບກັບ ສະຖິຕີ 2,86 ລ້ານໂຕນ ໃນປີ 2022.

ຢ່າງໃດກໍ່ຕາມ ປະລິມານ ການນໍາເຂົ້າຖ່ານຫີນ ຈາກອົດສະຕຣາລີ ໂດຍ ສປ ຈີນ ເຄີຍສູງເຖິງ 77,51 ລ້ານໂຕນ ເມື່ອປີ 2020, ຊຶ່ງເປັນປີສຸດທ້າຍ  ກ່ອນທີ່ລັດຖະບານ ຈີນ ອອກມາດຕະການ ຢຸດຕິການນໍາເຂົ້າ ຖ່ານຫີນ ຈາກອົດສະຕຣາລີ ເນື່ອງຈາກ ຂໍ້ພິພາກ ຫລາຍຢ່າງ, ແລ້ວຢຸດຕິ ມາດຕະການ ດັ່ງກ່າວ ເມື່ອເດືອນ ມັງກອນປີ 2023.

ຂະນະທີ່ ປະລິມານ ການນໍາເຂົ້າ ຖ່ານຫີນຂອງ ສປ ຈີນ ຕະຫລອດ ທັງປີກາຍ ຢູ່ທີ 474,42 ລ້ານໂຕນ ເປັນສະຖິຕິ ສູງສຸດຄັ້ງໃໝ່ ແລະ ເພີ່ມຂຶ້ນ 61,8% ເມື່ອທຽບກັບ ສະຖິຕິປີ 2022. ເຖິງວ່າ ສປ ຈີນ ຈະກັບມາ ນຳເຂົ້າຖ່ານຫີນ ຈາກອົດສະຕຣາລີ ຫລາຍຂື້ນ ແຕ່ຢ່າງ ໃດກໍ່ຕາມ ອິນໂດເນເຊຍ ຈະຍັງຄົງເປັນ ປະເທດ  ຜູ້ສົ່ງອອກຖ່ານຫີນ ສູ່ຕະຫລາດ ຈີນ ລາຍໃຫຍ່ ທີ່ສຸດ ດ້ວຍສະຖິຕິ 220,25 ລ້ານໂຕນ ເມື່ອປີ 2023, ເພີ່ມຂຶ້ນ 29% ເມື່ອທຽບກັບ ສະຖິຕິປີ 2022.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments