Saturday, July 27, 2024
Homeຂ່າວການເມືອງຄະນະບໍລິຫານງານສູນກາງພັກ ແລະ ຄະນະນໍາກະຊວງປ້ອງກັນປະເທດ ເຂົ້າວາງພວງມາລາຢູ່ 3 ຈຸດ

ຄະນະບໍລິຫານງານສູນກາງພັກ ແລະ ຄະນະນໍາກະຊວງປ້ອງກັນປະເທດ ເຂົ້າວາງພວງມາລາຢູ່ 3 ຈຸດ

ວັນທີ 19 ມັງກອນ 2024 ນີ້, ຄະນະບໍລິຫານງານສູນກາງພັກ ແລະ ຄະນະນໍາກະຊວງປ້ອງກັນປະເທດ, ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ພົນເອກ

ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ດາວແດງ, ສຸສານນັກຮົບປະຕິວັດແຫ່ງຊາດ ( ຫຼັກ 24 ) ແລະ ວາງກະຕ່າດອກໄມ້ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949-20 ມັງກອນ 2024) ທັງນີ້ກໍເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງພະນັກງານນັກຮົບປະຕິວັດຮຸ່ນກ່ອນທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເຫື່ອໃຄ ແລະ ສະຕິປັນຍາ ເຂົ້າໃນພາລະກິດປະຕິວັດຢ່າງອົງອາດກ້າຫານ ຈົນສາມາດຍາດໄດ້ໄຊຊະນະອັນຈົບງາມ ພ້ອມທັງເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ທີ່ເປັນຜູ້ນໍາພາສ້າງຕັ້ງ, ທະນຸບຳລຸງສ້າງ, ຝຶກຝົນຫຼໍ່ຫຼອມ, ກໍ່ສ້າງ ແລະ ປັບປຸງກອງທັບໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມຂອງ ປະທານ ໄກສອນ ພົມວິຫານ ໄດ້ຕິດພັນສະໜິດແໜ້ນຕະຫຼອດໄລຍະແຫ່ງການນໍາພາ ພາລະກິດອັນຍິ່ງໃຫຍ່ຂອງປະເທດເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດກໍຄື ໄລຍະປົກປັກຮັກສາ-ສ້າງສາປະເທດຊາດ.

ເປັນຜູ້ລິເລີ່ມ ແລະ ນຳພາ ພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ຍາດໄດ້ໄຊຊະນະສະຫງ່າງາມ ຕະຫຼອດມາ. ປະທານ ໄກສອນ ພົມວິຫານ ຢືນຍົງໃນດວງໃຈຂອງປວງຊົນລາວທັງຊາດຕະຫຼອດກາລະນານ.

ໂດຍ: ຄຳໄໝ່ ສັງທອງເພັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments