Saturday, July 27, 2024
Homeຂ່າວການເມືອງ75 ປີ ແຫ່ງການກໍາເນີດເຕີບໃຫຍ່ ແລະ ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ

75 ປີ ແຫ່ງການກໍາເນີດເຕີບໃຫຍ່ ແລະ ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ

ວັນທີ 20 ມັງກອນ ແມ່ນມື້ທີີ່ມີຄວາມໝາຍສໍາຄັນ ຍິ່ງວັນໜຶ່ງໃນປະຫວັດສາດຂອງຊາດ ກໍຄື ຂອງການປະຕິວັດລາວ, ເປັນມື້ທີ່ທົ່ວພັກ, ທົ່ວກອງທັບ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ມີຄວາມເອກອ້າງທະນົງໃຈ ແລະ ປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ພ້ອມກັນສະ ເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 75 ປີ.

ເມື່ອຫວນຄືນກ່ອນຫນ້ານີ້ 75 ປີ ເພື່ອຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການຂອງປະ ເທດຊາດ ແລະ ຂອງປະ ຊາຊົນລາວບັນດາເຜົ່າ ໃນວັນທີ 20 ມັງກອນປີ 1949 ຢູ່ເຂດທີ່ຫມັ້ນຕາ ແສງ ລາວຮຸ່ງ ເມືອງຊຽງຄໍ້ ແຂວງ ຫົວພັນ ປະທານ ໄກ ສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ ໄດ້ນຳພາປະກາດສ້າງຕັ້ງກອງທັບລາວອິດສະຫລະ ຫລື ກອງທັບປະ ຊາຊົນລາວໃນປັດຈຸ ບັນ ຊຶ່ງເປັນການສ້າງຕັ້ງຂຶ້ນໃນສະພາບການທີ່ພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ເຂົ້າຮຸກຮານປະເທດ ຊາດທີ່ແສນຮັກຂອງພວກເຮົາ.

ອາດເວົ້າໄດ້ວ່າ: ໃນເລີ່ມຕົ້ນຂອງການສ້າງຕັ້ງກອງທັບເຮົາ ແມ່ນເລີ່ມຈາກສອງມືເປົ່າ, ກໍາລັງໜ້ອຍຢູ່ແລ້ວ, ການປະກອບອາ ວຸດຍຸດໂທປະກອນແມ່ນເກືອບບໍ່ມີ, ຖ້າມີກໍມີແບບປະຖົມປະຖານ ແລະ ຂາດເຂີນທີີ່ສຸດ,ການຕໍ່ສູ້ຈິ່ງເລີ່ມຕົ້ນຈາກການໃຊ້ຮູບການເຄື່ອນໄຫວແບບກອງໂຄສະນາປະກອບອາວຸດ ດ້ວຍຍຸດທະການລັດຕີ, ຫລອນຕີ, ຍາດເອົາອາວຸດຂອງສັດຕູ ແລະ ອື່ນໆ. ແຕ່ພາຍໃຕ້ການນໍາພາຊີ້ນຳພາທີ່ປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ກອງທັບເຮົານັບມື້ເຕີບ ໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ, ຈົນສາມາດປົດປ່ອຍປະເທດຊາດຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ ປີ 1975.

ປະຫວັດສາດ 75 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ຕໍ່ສູ້ມີໄຊຂອງບັນດາກຳລັງປະກອບອາວຸດປະຊາຊົນ ພາຍໃຕ້ການ ນໍາພາຊີ້ນໍາຂອງພັກປະຊາຊົນ ປະຕິວັດລາວ ແມ່ນປະຫວັດສາດແຫ່ງການສູ້ຮົບທີ່ຍືດເຍື້ອຍາວນານ, ລະອິດລະອ້ຽວ, ພິລະອາດ ຫານ ແລະ ເຕັມໄປດ້ວຍການເສຍສະຫຼະ ອັນສູງສົ່ງ, ຜ່ານຜ່າການທົດສອບອັນແສນລຳບາກຫຍຸ້ງຍາກ ແລະ ບໍ່ຍອມຈຳນົນ, ກອງທັບເຮົາຍິ່ງສູ້ ຮົບກໍ່ຍິ່ງມີບົດຮຽນ, ຍິ່ງປັບປຸງກໍ່ສ້າງກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງຂະຫຍາຍຕົວ ແລະ ຫັນໄປສູ່ຄວາມທັນສະໄຫມເປັນກ້າວໆ.

ກອງທັບຂອງພວກເຮົາໄດ້ມີຜົນງານ ແລະ ໄຊຊະນະທີ່ນັບມື້ນັບໃຫຍ່ຫລວງຂຶ້ນ ເລື້ອຍໆ, ທັງສ້າງໄດ້ວິລະກຳອັນລ້ຳເລີດປະກອບສ່ວນຢ່າງຕັ້ງໜ້າ ແລະ ສົມກຽດເຂົ້າໃນໄຊຊະນະ ລວມຂອງປະ ເທດຊາດ ກໍ່ຄື ຄວາມພາກພູມໃຈ ແລະ ເຊື່ອຫມັ້ນຢ່າງໜັກແໜ້ນຕໍ່ຖັນແຖວພະນັກງານ-ນັກຮົບໃນກຳລັງປະກອບອາວຸດ ກໍ່ຄື ພະນັກງານປະຕິວັດອາວຸໂສ ເຊິ່ງຍາມໃດກໍ່ໄດ້ເສີມ ຂະຫຍາຍທາດແທ້ມູນເຊື້ອວິລະຊົນຂອງກອງທັບປະຕິວັດ ເຖິງຕົກຢູ່ໃນສະພາບທີ່ມີຄວາມຫຍຸ້ງຍາກທຸລະກັນດານພຽງໃດກໍ່ຕາມ, ກໍ່ຍັງຢຶດຫມັ້ນໃນຄວາມຈົງຮັກພັກດີ, ຊື່ສັດບໍລິສຸດຢ່າງສຸດຊຶ້ງຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ ໂດຍບໍ່ຢ້ານກົວຕໍ່ອຸປະສັກ ແລະ ການເສຍສະຫລະໃດໆ.

ທາດແທ້ຂອງກອງທັບປະຊາຊົນລາວ ແມ່ນກອງທັບຂອງປະ ຊາຊົນທີ່ຕໍ່ສູ້ເພື່ອປົດປ່ອຍປະຊາ ຊົນອອກຈາກການກົດຂີ່ຂູດຮີດຂອງພວກສັກດີນາ ແລະ ຕ່າງຊາດ. ຕໍ່ສູ້ເພື່ອນໍາເອົາເອກະລາດ, ອໍານາດອະທິປະໄຕມາໃຫ້ປະຊາຊົນ ພາຍໃຕ້ການຊີ້ນໍາຯ ພາຂອງພັກປະຊາຊົນ ປະຕິວັດລາວທີ່ເປັນ ຜູ້ກໍ່ຕັ້ງສືກສາອົບຮົມ ແລະ ເຝິກຝົນຫລໍ່ຫລອມໃຫ້ເປັນນັກຮົບທີ່ມີທັດສະນະຫລັກໝັ້ນ, ມີຄວາມ ຈົງຮັກພັກດີ, ຊື່ສັດບໍລິສຸດ ແລະ ມີແບບ ແຜນລະບຽບທີ່ເຂັ້ມງວດສົມວ່າເປັນກຳລັງຂອງປະຊາຊົນ ຂອງຊົນຊັ້ນຜູ້ອອກແຮງງານ ແລະ ເປັນເຄື່ອງມືອັນແຫລມຄົມຂອງພັກຕະຫລອດມາ.

ການເຕີບໃຫຍ່, ເຂັ້ມແຂງ ແລະ ສູ້ຮົບມີໄຊຂອງກອງທັບປະ ຊາຊົນລາວ ແມ່ນປັດໄຈໜຶ່ງທີ່ສໍາຄັນແຫ່ງໄຊຊະນະອັນສົມບູນຂອງການປະຕິວັດຕໍ່ສູ້ປົດປ່ອຍຊາດ ກໍ່ຄື ພາລະກິດປົກປັກຮັກ ສາ ແລະ ພັດທະນາປະເທດຊາດພາຍໃຕ້ການນໍາພາ ເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກປະຊາ ຊົນປະຕິວັດລາວ, ກອງທັບເຮົາ ໄດ້ປະກອບສ່ວນຮ່ວມກັບທົ່ວປວງຊົນ ລາວທັງຊາດ ຂຽນໜ້າປະຫວັດ ສາດ ອັນສະຫວ່າງສະໄຫວຂອງຊາດລາວຍຸກໃໝ່ ເຊິ່ງບໍ່ທັນມີຍາມໃດ ແລະ ບໍ່ມີກອງທະຫານໃດໆໃນລາວ ຈະສ້າງພາລະກຳປະຫວັດສາດ ໄດ້ຄືກັນກັບກອງທັບປະຊາ ຊົນລາວທີ່ມີພັກ ປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງ ແລະ ນໍາພາ; ກອງທັບເຮົາ ສົມແລ້ວທີ່ເປັນກອງທັບປະຕິວັດ ຂອງປະຊາ ຊົນລາວບັນດາເຜົ່າ ແລະ ສົມແລ້ວທີ່ເປັນ “ກອງທັບວິລະຊົນ ຂອງຊາດລາວວິລະຊົນ”.

ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນ ລາວທັງຊາດ ກ່າວໄວ້ວ່າ: “ເວລາໃດກອງທັບກໍ່ນໍາໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານຜາອຸ ປະສັກ, ເຮັດສໍາເລັດໜ້າທີ່, ຕີຊະນະສັດຕູທຸກໂຕ, ສົມແລ້ວທີ່ເປັນກໍາລັງແກ່ນ ສານທີ່ເຂັ້ມແຂງຂອງ ການປະຕິວັດ, ເປັນເຄື່ອງມືອັນແຫລມຄົມຂອງພັກ”.

ຈາກພຶດຕິກຳຕົວຈິງແຫ່ງການຕໍ່ສູ້ກູ້ຊາດ ທີ່ຍືດເຍື້ອຍາວ ນານ ກໍ່ຄື ຜ່ານຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫລອດໄລຍະ 75 ປີ ຜ່ານມາ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວມາຈາກປະຊາ ຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະ ໂຫຍດຂອງປະຊາຊົນ. ການພົວພັນລະຫວ່າງກອງທັບ ກັບປະຊາຊົນປຽບເໝືອນ “ປາກັບນ້ຳ”.

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນຄົບຮອບ 75 ປີໃນປີນີ້ ປວງຊົນລາວບັນດາເຜົ່າໃນທົ່ວປະເທດ ຂໍອວຍໄຊໃຫ້ພອນແດ່ນາຍ ແລະ ພົນທະຫານ ທຸກກົມກອງເຫລົ່າຮົບທີ່ພວມປະຕິບັດໜ້າທີ່ວຽກງານ ຢູ່ທາງແນວໜ້າ ກໍ່ຄື ແນວຫລັງ ຈົ່ງມີສຸຂະພາບແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ ແລະ ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າມອບໝາຍໃຫ້.

ອວຍພອນໄຊແດ່ຄອບຄົວພະນັກງານນັກຮົບທີ່ຢູ່ທາງແນວຫລັງ ຈົ່ງມີສຸຂະພາບເຂັ້ມ ແຂງ, ອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ແບກຫາບພາລະຫນ້າທີ່ລ້ຽງດູເບິ່ງແຍງລູກເຕົ້າເພື່ອຄວາມອົບອຸ່ນ, ຄວາມຢູ່ດີກິນດີຂອງສະມາຊິກຄອບຄົວ.

ອວຍໄຊໃຫ້ພອນແດ່ນາຍ ແລະ ພົນທະຫານ, ພະນັກງານທີ່ກຳລັງໄດ້ຮັບການປິ່ນປົວຢູ່ໂຮງຫມໍແຫ່ງຕ່າງໆ ຈົ່ງຫາຍຈາກພະຍາດໂຣຄາເພື່ອກັບຄືນສູ່ກົມກອງ ແລະ ຄອບຄົວ ໂດຍໄວ.

ນ້ຳໃຈວັນທີ 20 ມັງກອນ ຫມັ້ນຍືນ

Cr: ບຸນຕຽງ ຈັນທະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments