Home ສຶກສາ ວິທະຍາໄລ ນານາຊາດ ເສນຮິວ ເປັນທາງເລືອກໃໝ່ສຳລັບນັກສຶກມາດຕະຖານລະດັບສາກົນ

ວິທະຍາໄລ ນານາຊາດ ເສນຮິວ ເປັນທາງເລືອກໃໝ່ສຳລັບນັກສຶກມາດຕະຖານລະດັບສາກົນ

0
56

ເປີດການນຳໃຊ້ ວິທະຍາໄລ ນານາຊາດ ເສນຮິວ ແຫ່ງໃໝ່ຢ່າງເປັນທາງການ ຊຶ່ງເປັນວິທະຍາໄລນ້ອງໃໝ່ ທີ່ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ຫຼື MOU ຮ່ວມກັບ ວິທະຍາໄລ ນານາຊາດ ບຣິດໂຕ ຢູ່ປະເທດອັງກິດ ແລະ ອີກຫຼາຍໆວິທະຍາໄລ ແລະ ມະຫາວິທະຍາໄລທີ່ກໍາລັງກຽມໂຕທີ່ຈະເຊັນ MOU ຮ່ວມກັນ ເພື່ອແລກປ່ຽນກ່ຽວກັບຫຼັກສູດ ແນໃສ່ໃຫ້ໄດ້ຫຼັກສູດທີ່ໄດ້ມາດຕະຖານລະດັບສາກົນ ຊຶ່ງໃນເບື້ອງຕົ້ນ ວິທະຍາໄລດັ່ງກ່າວ ກໍໄດ້ນໍາເອົາຫຼັກສູດທີ່ເປັນໄລຍະສັ້ນ ແລະ ໄລຍະຍາວເຂົ້າມາ ຊຶ່ງນັກສຶກສາທີ່ຮຽນຈົບແລ້ວ ສາມາດເພີ່ມທັກສະຄວາມຮູ້ຕໍ່ຍອດຈາກສິ່ງທີ່ຮຽນມານໍາໄປໃຊ້ໃນວຽກງານຕໍ່ໄດ້ ເຊັ່ນ: ການຈັດການການຕ້ອນຮັບ, ອາຫານ ແລະ ເຄື່ອງດື່ມ, ການຕະຫຼາດ, ການເລີ່ມຕົ້ນທຸລະກິດ, ການບັນຊີຄອມພິວເຕີ ແລະ ອື່ນໆ.

ພິທີເປີດໂຕວິທະຍາໄລ ນານາຊາດ ເສນຮິວ ຢ່າງເປັນທາງການ ໄດ້ມີຂຶ້ນ ໃນວັນທີ 15 ມັງກອນ 2024 ທີ່ວິທະຍາໄລດັ່ງກ່າວ ບ້ານໂນນສະຫວັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີິ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ທ່ານ ຮິວ ອີວານ ອະດີດ ເອກອັກຄະລັດຖະທູດອັງກິດ ປະຈໍາ ສປປ ລາວ ແລະ ທ່ານ ນາງ ປາດຖະໜາ ປັນຍາທິບ ຜູ້ກໍ່ຕັ້ງ ທັງເປັນຜູ້ອໍານວຍການ ວິທະຍາໄລ ນານາຊາດ ເສນຮິວ, ມີຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ, ຫົວໜ້າ-ຮອງຫົວກົມ, ຕາງໜ້າສະຖານທູດ, ສະມາຄົມນັກທຸລະກິດ, ຜູ້ອໍານວຍການ, ຜູ້ປະກອບການ, ແຂກຖືກເຊີນ ຕະຫຼອດສື່ມວນຊົນເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ປາດຖະໜາ ປັນຍາທິບ ກ່າວວ່າ: ໂດຍໄດ້ເລັງເຫັນຄວາມສໍາຄັນຂອງການສຶກສາ ຫຼັງຈາກນັກຮຽນໄດ້ຮຽນຈົບຊັ້ນມັດທະຍົມສຶກສາແລ້ວ ພວກເຂົາຈະໄປຕໍ່ສາຍຮຽນໃດໜຶ່ງ ຊຶ່ງເປັນອັນໜຶ່ງທີ່ຢາກສ້າງວິທະຍາໄລນີ້ຂຶ້ນ ເພື່ອເປັນທາງເລືອກໃຫ້ກັບນັກສຶກສາ ນອກຈາກຈະເດີນທາງໄປຮຽນຢູ່ຕ່າງປະເທດແລ້ວ ຢູ່ໃນປະເທດລາວ ກໍມີການສຶກສາທີ່ດີ ແລະ ເປັນມາດຕະຖານສາກົນ ພາຍຫຼັງໄດ້ຄົ້ນຄວ້າມາແຕ່ປີ 2015 ແລະ ໄດ້ມີໂອກາດເດີນທາງໄປຢ້ຽມຢາມມະຫາວິທະຍາໄລຢູ່ປະເທດອັງກິດຫຼາຍມະຫາວິທະຍາໄລ ເພື່ອໃຫ້ແທດເໝາະກັບສະພາບການເສດຖະກິດຂອງປະເທດລາວໃນປັດຈຸບັນ ໂດຍໄດ້ນໍາເອົາຫຼັກສູດທີ່ເປັນໄລຍະສັ້ນ ແລະ ໄລຍະຍາວ ເຂົ້າມາ, ສໍາລັບໄລຍະສັ້ນແມ່ນສໍາລັບຜູ້ທີ່ຮຽນຈົບແລ້ວຢາກເພີ່ມທັກສະຄວາມຮູ້ ຕໍ່ຍອດຈາກສິ່ງທີ່ຮຽນມາສາມາດນໍາໄປໃຊ້ໃນວຽກງານຕໍ່ໄດ້ ເຊັ່ນ ການບັນຊີດີຈິຕອລ, ເບເກີລີ, ບາລິດຕາ ຫຼື ພາສາອັງກິດເພື່ອການຕ້ອນຮັບ ເພື່ອຮຽນ ແລະ ສາມາດນໍາໃຊ້ໄດ້ທັນທີ, ເຊິ່ງສາມາດຮຽນໄດ້ເປັນຂະແໜງການເຈາະຈົງ, ສ່ວນໄລຍະຍາວ ແມ່ນຮຽນຄົບຕາມຫຼັກສູດ. ສໍາລັບຄູອາຈານ ແມ່ນມີທັງພາຍໃນ ແລະ ຕາງປະເທດ ບາງທ່ານກໍເປັນຜູ້ທີ່ເຮັດທຸລະກິດສໍາເລັດແລ້ວ ຈະເປັນຜູ້ມາປະກອບຄໍາຄິດເຫັນ ແລະ ເປັນອາຈານຮັບເຊີນ.

ທ່ານ ນາງ ປາດຖະໜາ ປັນຍາທິບ ກ່າວຕື່ມອີກວ່າ: ໃນປັດຈຸບັນ ໄດ້ພົວພັນກັບມະຫາວິທະຍາໄລຢູ່ປະເທດອັງກິດ, ສິງກະໂປ ແລະ ປະເທດມາເລເຊຍ ທີ່ເປັນມະຫາວິທະຍາໄລທີ່ມີຊື່ສຽງ ໂດຍວິທະຍາໄລ ນານາຊາດ ເສນຮິວ ໄດ້ມີການເຊັນ MOU ຮ່ວມກັບ ວິທະຍາໄລ ນານາຊາດ ບຣິດໂຕ ຢູ່ປະເທດອັງກິດ ແລະ ອີກຫຼາຍໆວິທະຍາໄລ ແລະ ມະຫາວິທະຍາໄລທີ່ກໍາລັງກຽມໂຕທີ່ຈະເຊັນ MOU ຮ່ວມກັນ ເພື່ອແລກປ່ຽນກ່ຽວກັບຫຼັກສູດ ແນໃສ່ໃຫ້ໄດ້ຫຼັກສູດທີ່ໄດ້ມາດຕະຖານລະດັບສາກົນ ສໍາລັບຫຼັກສູດການສຶກສາມີຫຼັກສູດອະນຸປະລິນຍາ ປະກອບມີການບັນຊີດີຈິຕອລ, ການບໍລິການ ແລະ ການທ່ອງທ່ຽວ, ການເລີ່ມຕົ້ນທຸລະກິດ, ການຕະຫຼາດດີຈີຕອລ, ໃບຢັ້ງຢືນຄູ; ຫຼັກສູດໄລຍະສັ້ນ ປະກອບມີ ການຈັດການການຕ້ອນຮັບ, ອາຫານ ແລະ ເຄື່ອງດື່ມ, ການຕະຫຼາດ, ການເລີ່ມຕົ້ນທຸລະກິດ ແລະ ການບັນຊີຄອມພິວເຕີ; ຫຼັກສູດການພັດທະນາວິຊາຊີບແບບຕໍ່ເນື່ອງ ປະກອບມີ ການເງິນ, ພາວະຜູ້ນໍາ, ການຈັດການ ແລະ ທັກສະຄວາມສໍາພັນລະຫວ່າງບຸກຄົນ.

ຂ່າວໂດຍ ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here