Saturday, July 27, 2024
Homeຂ່າວພາຍໃນລັດຖະມົນຕີ ກະຊວງ ຖວທ ລົງຕິດຕາມສະຖານທີ່ຈັດງານວາງສະແດງທ່ອງທ່ຽວອາຊຽນ

ລັດຖະມົນຕີ ກະຊວງ ຖວທ ລົງຕິດຕາມສະຖານທີ່ຈັດງານວາງສະແດງທ່ອງທ່ຽວອາຊຽນ

ວັນທີ 19 ມັງກອນ ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທັງເປັນ ຫົວໜ້າຄະນະຊີ້ນຳລວມການຈັດງານມາຫະກຳການ ທ່ອງທ່ຽວອາຊຽນ 2024 ພ້ອມຄະນະ ລົງເຄື່ອນໄຫວຕິດຕາມສະຖານທີ່ ຈັດງານວາງສະແດງທ່ອງທ່ຽວອາຊຽນ ຢູ່ສູນການຄ້າລາວໄອເຕັກ ແລະ ສະຖານທີ່ຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຢູ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ.

ໂອກາດດັ່ງກ່າວ, ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ລາຍງານໃຫ້ຮູ້ກ່ຽວກັບຄວາມພ້ອມດ້ານຕ່າງໆຂອງການຈັດງານ ຊຶ່ງງານວາງສະເເດງການທ່ອງທ່ຽວອາຊຽນ ຈະຈັດຂຶ້ນໃນລະຫວ່າງວັນທີ 22-27 ມັງກອນ 2024 ຢູ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ຊຶ່ງເປັນເວທີໜຶ່ງ ເພື່ອສົ່ງເສີມການພົບປະຊື້-ຂາຍ ລາຍການທ່ອງທ່ຽວ ພາຍໃນອາຊຽນ ເເລະ ບັນດາປະເທດໃນທົ່ວມູມໂລກ. ງານວາງ ສະແດງການທ່ອງທ່ຽວອາຊຽນ ຄັ້ງນີ້, ລວມມີ 83 ຮ້ານ. ໃນນັ້ນ, ຮ້ານຈາກ ສປປ ລາວ 34 ຮ້ານ (ກະຊວງ ຖວທ 12 ຮ້ານ, ພະເເນກ ຖວທ ແຂວງຈຳປາສັກ 2 ຮ້ານ, ທຸລະກິດທ່ອງທ່ຽວ ເເລະ ໂຮງເເຮມ 10 ຮ້ານ, ບໍລິສັດລາວໂທລະຄົມ 6 ຮ້ານ, ທະນາຄານການຄ້າຕ່າງປະເທດລາວ 2 ຮ້ານ, ທະນາຄານພົງສະຫວັນ 2 ຮ້ານ). ນອກນັ້ນ, ຍັງມີຮ້ານຈາກປະເທດ ກຳປູເຈຍ ມີ 6 ຮ້ານ, ອິນໂດເນເຊຍ 6 ຮ້ານ, ມາເລເຊຍ 4 ຮ້ານ, ມຽນມາ 2 ຮ້ານ, ຟີລິບປິນ 9 ຮ້ານ, ໄທ 4 ຮ້ານ, ຫວຽດນາມ 6 ຮ້ານ, ວາລະສານ ທຣາໂວວິກລີເອເຊຍ ສິງກະໂປ 2 ຮ້ານ.

ໃນໂອກາດດຽວກັນ, ຄະນະກຳມະການຈັດງານວາງສະແດງທ່ອງທ່ຽວອາຊຽນ ຍັງໄດ້ເຊື້ອເຊີນເອົາ ຜູ້ປະກອບການທຸລະກິດຂະໜາດນ້ອຍຂອງລາວເຂົ້າຮ່ວມ ເພື່ອເປັນການນຳສະເໜີ ແລະ ສົ່ງເສີມການຂາຍສິນຄ້າຜະລິດ ຕະພັນກາເຟລາວ, ຊາ, ອາຫານເບົ່າ, ເຄື່ອງຫັດຖະກຳຈຳນວນໜຶ່ງ ທີ່ ສປປ ລາວ ຜະລິດເອງ.

ຂ່າວ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments