Wednesday, May 15, 2024
Homeທ່ອງທ່ຽວ28 ປີ ຫລວງພະບາງ ຍັງຄົງຄຸນຄ່າການເປັນມໍຣະດົກໂລກ

28 ປີ ຫລວງພະບາງ ຍັງຄົງຄຸນຄ່າການເປັນມໍຣະດົກໂລກ

ເມືອງຫລວງພະບາງ ຫລື ທີ່ຮູ້ຈັກກັນໃນປັດຈະບັນແມ່ນະຄອນຫຼວງພະບາງ ເປັນນະຄອນຫຼວງເກົ່າຂອງ ສປປ ລາວ ເຄີຍເປັນເມືອງເອກໃນສະໄໝອານາຈັກລາວລ້ານຊ້າງ, ສ້າງຕັ້ງຂຶ້ນຢູ່ເທິງແຜ່ນດິນປາຍແຫຼມ ທີ່ມີແມ່ນໍ້າຂອງ ແລະ ແມ່ນໍ້າຄານ ໄຫຼມາບັນຈົບຄົບກັນ, ເປັນເມືອງທີ່ມີປະຫວັດສາດອັນຍາວນານ, ມີພູສີຕັ້ງສະຫງ່າຢູ່ໃຈ ກາງຕົວເມືອງ, ມີພູຜາປ່າໄມ້-ທໍາມະຊາດທີ່ຂຽວງາມອ້ອມຮອບຕົວເມືອງ ແລະ ຍັງໄດ້ອະນຸຮັກໂຄງສ້າງຕາໜ່າງຜັງ ເມືອງ ປະກອບກັບສະຖາປັດຕິຍະກຳ, ວັດວາອາ ຣາມທີ່ປະດັບປະດາດ້ວຍດອກດວງລວດລາຍທີ່ງົດງາມ, ມີອາຄານທີ່ຢູ່ອາໄສແບບດັ້ງເດີມ ສ້າງຂຶ້ນໃນແຕ່ລະຍຸກ-ແຕ່ລະສະໄໝ, ມີຄວາມໂດດ ເດັ່ນທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ, ເຊິ່ງມີຄວາມແຕກຕ່າງຈາກມໍລະດົກໂລກແຫ່ງອື່ນໆໃນໂລກ ເປັນມໍຣະດົກທີ່ມີຊີວິດຊີວາ ປະກອບມີ 13 ເຜົ່າຊົນ, ມີການດຳລົງຊີວິດຢູ່ຮ່ວມກັນດ້ວຍວັດທະນະທໍາ-ຮີດຄອງປະເພນີ ຫຼາຍສີສັນທີ່ມີເອກະລັກສະເພາະ.

ຈາກສະພາບຈຸດພິເສດ ແລະ ຄວາມໂດດເດັ່ນຂອງຫຼວງພະບາງ ອົງການອຸຍແນັດສະໂກ ຈື່ງໄດ້ຮັບຮອງເອົາ ນະຄອນຫຼວງພະບາງ ເຂົ້າເປັນມໍຣະດົກໂລກໃນ ວັນ ທີ 9 ທັນວາ 1995 ເຊິ່ງເປັນແຫຼ່ງມໍຣະດົກໂລກທາງດ້ານວັດທະນະທໍາແຫ່ງທໍາອິດ ຂອງ ສ.ປ.ປ.ລາວ ມີເນື້ອທີ່ 800 ເຮັກຕາ, ກວມເອົາ 2 ເຂດເມືອງ ຄື: ນະຄອນ-ຫຼວງພະບາງ ແລະ ເມືອງ ຈອມເພັດ ປະກອບດ້ວຍ 29 ບ້ານ, ມີອາຄານທີ່ໂດດເດັ່ນ ໄດ້ຈົດເຂົ້າໃນບັນຊີອະນຸຮັກ ຈຳນວນ 611 ຫຼັງ ໃນນັ້ນ, ມີອາຄານສາສະໜາ 168 ຫຼັງ ແລະ ໜອງນໍ້າ ທີ່ໄດ້ຂຶ້ນບັນຊີ ຈໍານວນ 183 ໜອງ.

ໃນບົດລາຍງານຜົນສຳເລັດການອະນຸຮັກ ຫຼວງພະບາງ ເຂົ້າເປັນເມືອງມໍຣະດົກໂລກ ຄົບຮອບ 28 ປີ ຕໍ່ພິທີຖະແຫລງຂ່າວເປີດປີທ່ອງທ່ຽວລາວຂອງແຂວງ ແລະ ສະເຫລີມສະຫລອງຫລວງພະບາງເຂົ້າເປັນເມືອງມໍຣະດົກໂລກ 28 ປີ (ວັນທີ 9 ທັນວາ 1995-9 ທັນວາ 2023) ຈັດຂຶ້ນໃນວັນທີ 15 ມັງກອນ 2024, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະ ແຫລງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ຜົນສຳເລັດໃນການປົກປັກຮັກສາມໍຣະດົກໂລກຕະ ຫຼອດ 28 ປີ ມີຫລາຍດ້ານພົ້ນເດັ່ນ ດັ່ງນີ້:

+ ຜົນສຳເລັດ ໃນການອະນຸຮັກ:

– ໄດ້ເຮັດໃຫ້ບົດບາດຊື່ສຽງຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນ ຫຼວງພະບາງພົ້ນເດັ່ນຂຶ້ນໃນເວທີສາກົນ, ໄດ້ສ້າງເງື່ອນໄຂສະດວກໃນການພົວພັນຮ່ວມມືກັບສາກົນຫຼາຍຂຶ້ນ.

– ໄດ້ຮັບລາງວັນຫຼຽນຄໍາ ເມືອງຍອດນິຍົມແຫ່ງການທ່ອງທ່ຽວ ອັນດັບທີ່ 1 ຈາກວາລະສານວັນເດີລັດ ຂອງປະເທດ ອັງກິດ ຈຳນວນ 8 ຄັ້ງ ແລະ ລາງວັນເມືອງສິ່ງ ແວດລ້ອມທີ່ຍືນຍົງຂອງອາຊຽນ 3 ຄັ້ງ ແລະ ລາງວັນອື່ນໆ ທີ່ຕິດພັນກັບບັນດາປະ ເທດອາຊຽນ.

– ໄດ້ບູລະນະສ້ອມແປງອາຄານທີ່ໂດດເດັ່ນໃນບັນຊີອະນຸຮັກ 340 ຫຼັງ. ໃນນັ້ນ, ອາ ຄານພົນລະເຮືອນ, ສຳນັກງານຫ້ອງການ, ໂຮງ ຮຽນ 267 ຫຼັງ ແລະ ອາຄານສາສະ ໜາ 73 ຫຼັງ, ບູລະນະສ້ອມ ແປງ ທາດໃນວັດ 10 ທາດ, ກໍ່ສ້າງທາງຍ່າງ-ທາງຮ່ອມເຂດອະນຸ ຮັກ 89 ເສັ້ນ, ມີຄວາມຍາວ 8,720 ແມັດ; ກໍ່ສ້າງ ຂັ້ນໄດລົງທ່ານໍ້າ 8 ຈຸດ, ມີຄວາມຍາວ 134 ແມັດ; ກໍ່ສ້າງຮ່ອງລະບາຍນໍ້າ 14 ຄອງ, ມີຄວາມຍາວ 1.454 ແມັດ, ບູລະນະໜອງນໍ້າໃນບັນຊີອະນຸຮັກ 8 ໜອງ,ກໍ່ສ້າງຈຸດບຳບັດນໍ້າເປື້ອນແບບລວມສູນ 2 ຈຸດ ແລະ ອື່ນໆ.

+ ຜົນປະໂຫຍດທາງດ້ານເສດຖະກິດ:

ສະເພາະໃນປີ 2023 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຫຼວງພະ ບາງ ຈຳນວນ 1.029.698 ເທື່ອຄົນ ສາມາດສ້າງລາຍຮັບເຂົ້າງົບປະມານຂອງແຂວງໄດ້ 559.789.018 ລ້ານໂດລາສະຫະລັດ. ດຶງດູດນັກລົງທຶນ ທັງພາຍໃນ ແລະ ຕ່າງປະ ເທດ, ເຂົ້າມາລົງທຶນດ້ານການໃຫ້ບໍລິການການທ່ອງທ່ຽວໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ການບໍລິການອື່ນໆ ເພີ່ມຂຶ້ນ. ສິ່ງດັ່ງກ່າວໄດ້ສ້າງວຽກເຮັດງານທຳໃນຫຼາຍສາຂາອາຊີບໃຫ້ແກ່ປະຊາຊົນໃນທ້ອງຖິ່ນຫຼາຍຂຶ້ນ;ປະຊາຊົນມີລາຍຮັບ ເຮັດໃຫ້ຊີວິດຄວາມເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.

+ ການມີສ່ວນຮ່ວມຂອງອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນ:

ທຸກພາກສ່ວນພາກໃນແຂວງ ໄດ້ເອົາໃຈໃສ່ໃນການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍຣະດົກໂລກ ໂດຍເຂົ້າຮ່ວມຮ່ຳຮຽນກົດລະບຽບທີ່ກ່ຽວຂ້ອງກັບການຄຸ້ມຄອງມໍຣະດົກໂລກ ແລະ ນຳໄປຈັດຕັ້ງປະຕິບັດ, ທຸກກິດຈະການ-ໂຄງການ, ການກໍ່ສ້າງ-ສ້ອມ ແປງທີ່ດໍາເນີນຢູ່ໃນເຂດອະນຸຮັກມໍຣະດົກໂລກ ຕ້ອງປະຕິບັດກົດ ລະບຽບຂອງມໍໍຣະດົກໂລກຢ່າງເຂັ້ມງວດ. ພ້ອມນີ້ ໄດ້ເອົາໃຈໃສ່ປົກປັກຮັກສາ ແລະ ສົ່ງເສີມຄຸນຄ່າມໍຣະດົກທາງດ້ານວັດທະນະ ທໍາທີ່ບໍ່ເປັນວັດຖຸ, ຮີດຄອງປະເພນີອັນດີງາມຂອງຊາວຫຼວງພະ ບາງ ເຊັ່ນ: ບຸນກຸດສົງການປີໃໝ່ລາວ, ບຸນຫໍ່ເຂົ້າປະດັບດິນ (ຊ່ວງເຮືອເດືອນເກົ້າ), ບຸນອອກພັນສາປະວໍລະນາ(ໄຫຼເຮືອໄຟ), ບຸນກິນຈຽງ, ບຸນປົດປີ, ບຸນສິນກິນທານ, ບາສີ-ສູ່ຂວັນຕາມຮີດຄອງ ປະເພນີຂອງແຕ່ລະເຜົ່າ, ດົນຕີພື້ນ ເມືອງ, ບົດຟ້ອນ, ສຽງເພັງ, ຂັບລຳ ຕະຫຼອດເຖິງກິດຈະກຳບິນທະບາດຂອງພະສົງແລະອື່ນໆ.

+ ການສະໜັບສະໜູນຈາກອົງການຈັດຕັ້ງສາກົນ:

ຈາກສະຖານະການເປັນມໍຣະດົກໂລກ ແລະ ເມືອງຍອດນິຍົມແຫ່ງການທ່ອງທ່ຽວ ໄດ້ກາຍເປັນທ່າແຮງໃນການພົວພັນຮ່ວມມື ກັບບັນດາແຫຼ່ງມໍຣະດົກໂລກ ໃນລະດັບພາກພື້ນ-ສາກົນ, ບັນດາອົງການຈັດຕັ້ງສາກົນຕ່າງໆ ແລະ ຍາດແຍ່ງປະສົບການ-ທຶນຮອນ ປະກອບສ່ວນໂດຍທາງກົງ ແລະ ທາງອ້ອມເຂົ້າໃນການອະນຸຮັກມໍຣະດົກໂລກໃຫ້ຄົງຄຸນຄ່າ ອັນພົ້ນເດັ່ນ ແມ່ນໄດ້ຮັບການສະໜັບສະໜູນທຶນຈາກຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນອົງການຝຣັ່ງເສດ ເພື່ອການພັດທະນາ (AFD), ທະນາຄານພັດທະນາອາຊີ (ADB), ສະຫະພາບເອີຣົບ (EU), ອົງການຮ່ວມມືສາກົນຍີ່ປຸ່ນ ປະຈຳ ສປປ ລາວ (JICA), ມູນນິທີທາງດ້ານວັດທະນະ ທຳ ປະເທດເກົາຫຼີໃຕ້, ກອງທຶນເອກອັກຄະ ລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ອົງການສະຫະປະຊາຊາດ ເພື່ອການສຶກສາວິທະຍາສາດ ແລະ ວັດທະນະ ທໍາ (UNESCO), ອົງການ GIZ ແລະ ອື່ນໆ ລວມມູນຄ່າທັງໝົດ 16.415.980 ໂດ ລາສະຫະລັດ ເຊິ່ງໄດ້ນໍາໃຊ້ເຂົ້າໃນວຽກງານການອະນຸຮັກປົກປັກຮັກສາມໍຣະດົກໂລກ ຫຼວງພະບາງ ແຕ່ປີ 1998 ເຖິງປັດຈຸບັນນີ.

ຕະຫລອດໄລຍະ 28 ປີ ຜ່ານ ມານີ້, ເມືອງມໍຣະດົກໂລກຫລວງພະບາງ ຖືເປັນສະຖານທີ່ ສໍາຄັນທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ຫລາຍເປັນອັນດັບໜຶ່ງຂອງ ລາວ. ດັ່ງນັ້ນ ຈຶ່ງເຮັດໃຫ້ກຸ່ມຄົນບໍ່ຫວັງດີ ຫລື ກຸ່ມຄົນທີ່ມີຄວາມອິດສາບັງບຽດທັງຈາກປະເທດໃກ້ຄຽງ ແລະ ຕ່າງປະເທດ ພະຍາຍາມໂຄສະນາເພື່ອໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີ ແລະ ເວົ້າໃນສິ່ງທີ່ບໍ່ດີຫລາຍຢ່າງກ່ຽວ ກັບເມືອງມໍຣະດົກໂລກຫລວງພະບາງ. ຫລ້າສຸດ ມີບາງເພຈເຟສບຸກຈາກປະເທດໃກ້ ຄຽງ ແລະ ຕ່າງປະເທດອອກຂ່າວວ່າອົງການອຸຍເນັສໂກຈະຖອນຫລວງພະບາງອອກຈາກການເປັນເມືອງມໍຣະດົກໂລກ. ຊຶ່ງເປັນຂໍ້ມູນທີ່ບໍ່ມີຄວາມຈິງແຕ່ຢ່າງໃດ ແລະ ອາດເວົ້າໄດ້ວ່າພວກທີ່ອອກຂ່າວບໍ່ສ້າງສັນດັ່ງກ່າວມີຈຸດປະສົງທີ່ບໍ່ດີຕໍ່ເມືອງມໍຣະດົກໂລກຫລວງພະບາງ ກໍຄືປະເທດລາວ ເພາະຫົວໜ້າກົມມໍຣະດົກໂລກ, ກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກມາອະທິບາຍຊີ້ແຈງຮຽບຮ້ອຍແລ້ວວ່າບໍ່ເປັນຄວາມຈິງແຕ່ຢ່າງໃດ.

ຈາກຂໍ້ມູນ ແລະ ສິ່ງທີ່ໄດ້ເຫັນຕົວຈິງຕະຫລອດໄລຍະ 28 ປີ ຜ່ານມາ ໄດ້ພິສູດໃຫ້ເຫັນແລ້ວວ່າ: ຫລວງພະບາງ ຍັງຄົງຄຸນຄ່າການເປັນເມືອງມໍຣະດົກໂລກໄວ້ ໄດ້ເປັນຢ່າງດີ ແລະ ຍັງສືບຕໍ່ເປັນສະຖານທີ່ທ່ອງທ່ຽວສໍາຄັນທີ່ສຸດຂອງລາວໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປີທ່ອງທ່ຽວລາວ 2024 ນີ້.

Cr: BT

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments