Saturday, July 27, 2024
Homeຂ່າວຕ່າງປະເທດບິງເຢືອງ ມຸ່ງໄປສູ່ການປ່ອຍມົນລະພິດເປັນ 0 ໃນປີ 2050

ບິງເຢືອງ ມຸ່ງໄປສູ່ການປ່ອຍມົນລະພິດເປັນ 0 ໃນປີ 2050

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 18 ມັງກອນ ຜ່ານມາ, ກົງສູນໃຫຍ່ອາເມຣິກາ ປະຈຳ ນະຄອນໂຮ່ຈິມິນ ແລະ ບໍລິສັດ Becamex IDC ສົມທົບກັນຈັດກອງປະຊຸມສຳມະນາການຮ່ວມມື ຫວຽດນາມ – ອາເມຣິກາ ກ້າວໄປສູ່ Net Zero, ປະຢັດພະລັງງານ ແລະ ຫຼຸດຜ່ອນການປ່ອຍມົນລະພິດໃນຂະແໜງອຸດສາຫະກຳແບບຍືນຍົງ. ມີການນຳ, ຊ່ຽວຊານ, ວິສາຫະກິດຫຼາຍກວ່າ 200 ທ່ານຈາກບັນດາແຂວງພາກໃຕ້ ຫວຽດນາມ ພ້ອມກັນສົນທະນາແລກປ່ຽນກ່ຽວກັບເຂດອຸດສາຫະກຳລະບົບນິເວດ, ໂອກາດໃນການພັດທະນາເຂດອຸດສາຫະກຳລະບົບນິເວດ ແລະ ບົດບາດຂອງ ຫວຽດນາມ ໃນການປະຢັດພະລັງງານ, ເຕັກໂນໂລຊີປະຢັດພະລັງງານ, ບັນດາວິທີການກຳຈັດທາດກາກບອນ; ຄວາມສາມາດຂອງ ຫວຽດນາມ ໃນການຫັນເປົ້າໝາຍທີ່ໄດ້ໃຫ້ຄຳໝັ້ນສັນຍາຂອງ ຫວຽດນາມ ວ່າຈະປ່ອຍອາຍພິດເປັນ 0 ໃນປີ 2050 ໃຫ້ປະກົດຜົນເປັນຈິງ.

ຂ່າວລະບຸວ່າ: ໃນກອງປະຊຸມສຳມະນາ, ທ່ານ ມາຍຮຸ່ງຢຸງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນ ແຂວງບິງເຢືອງ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອປັບຕົວໃຫ້ແທດເໝາະກັບບັນດາຄວາມຜັນຜວນຂອງການປະຕິວັດອຸດສາຫະກຳ 4.0, ບິງເຢືອງ ພວມພັດທະນາລະບົບນິເວດນະວັດຕະກຳໃໝ່ ແລະ ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ, ສ້າງບັນດາເຂດອຸດສາຫະກຳອັດສະລິຍະ, ຕົວເມືອງອັດສະລິຍະເປັນມິດກັບລະບົບນິເວດແບບຍືນຍົງ. ສ້າງກຳລັງໜູນພັດທະນາເສດຖະກິດໃໝ່ເທື່ອລະກ້າວ, ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການມຸ່ງໄປສູ່ການປ່ອຍອາຍພິດເປັນ 0 ໃນປີ 2050 ຊຶ່ງລັດຖະບານ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາໄວ້ກ່ອນນັ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments