Home ຂ່າວການເມືອງ ຫຼາຍພາກສ່ວນເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ ໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ຫຼາຍພາກສ່ວນເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ ໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

0

ໃນວັນທີ 17 ມັງກອນ 2024, ຄະນະນໍາກະຊວງປ້ອງກັນປະເທດ ນໍາໂດຍ ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າອວຍພອນຈາກຫຼາຍພາກສ່ວນ ທັງພາກລັດ ແລະ ພາກທຸລະກິດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ

ສຳລັບຄະນະທີ່ມາອວຍພອນໃນຄັ້ງນີ້ປະກອບມີ: ຄະນະຈັດຕັ້ງສູນກາງພັກ; ຄະນະພົວພັນຕ່າງປະເທດສູນກາງພັກ; ຄະນະປະຈໍາສະພາແຫ່ງຊາດ; ຄະນະກຳມະທິການ ປກຊ-ປກສ ແຫ່ງຊາດ; ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ຫ້ອງວ່າການສໍານັກງານປະທານປະເທດ; ສານປະຊາຊົນສູງສຸດ, ກະຊວງການຕ່າງປະເທດ; ກະຊວງພະລັງງານ ແລະ ບໍ່ແຮ; ຄະນະນໍາແຂວງ ໄຊສົມບຸນ; ຄະນະກວດກາສູນກາງພັກ; ສະຖາບັນການເມືອງ-ການປົກຄອງ ແຫ່ງຊາດ; ກະຊວງພາຍໃນ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ສູນກາງສະຫະພັນກຳມະບານລາວ; ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ກະຊວງສາທາລະນະສຸກ; ກົມ 504 ກະຊວງ ປກສ. ພ້ອມນີ້ຍັງມີບໍລິສັດລັດວິສາຫະກິດພັດທະນາກະສິກຳ-ອຸດສາຫະກຳ ແລະ ບໍລິການຂາອອກ-ຂາເຂົ້າ ຈໍາກັດ; ບໍລິສັດລາວຣູສເທັກຄອມຈໍາກັດ; ບໍລິສັດເອັກດີເອວບໍ່ແຮ່ຈໍາກັດ; ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ໂຮງແຮມດອນຈັນ ຊຶ່ງໄດ້ນໍາເອົາກະຕ່າຂອງຂວັນ ແລະ ຄໍາອວຍພອນໄຊອັນປະເສີດ ເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ.

ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍໄດ້ຕາງໜ້າໃຫ້ຄະນະພັກ ຄະນະນໍາກະຊວງປ້ອງກັນປະເທດ ສະແດງຄວາມຂອບອົກ ຂອບໃຈ ພ້ອມທັງອວຍພອນໄຊອັນປະເສີດໃຫ້ແກ່ທຸກພາກສ່ວນ ຈົ່ງມີສຸຂະພາບເຂັ້ມແຂງ, ອາຍຸໝັ້ນຂວັນຍືນ ມີຜົນສໍາເລັດໃນໜ້າທີ່ການເມືອງ ຂອງຕົນທຸກປະການ.

ຂ່າວ: ສົມຫວັງ ພາບ ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version