Saturday, July 27, 2024
Homeຂ່າວໜ້າໜຶ່ງແຂ່ງຂັນກິລາ ສ້າງຂະບວນການ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ແຂ່ງຂັນກິລາ ສ້າງຂະບວນການ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ກອງເສນາທິການກວດກູ້ ເເລະ ທໍາລາຍລະເບີດເພື່ອມະນຸດສະທໍາກອງທັບປະຊາຊົນລາວ ຮ່ວມກັບ ຫນ່ວຍງານ ເກັບກູ້ລະເບີດ ສູນກູ້ມີນສາກົນກໍາລັງປະກອບອາວຸດ ເເຫ່ງສະຫະພັນຣັດເຊຍ ເປີດຂະບວນການເເຂ່ງຂັນກິລາ 2 ປະເພດຄື:ເປຕັງ ເເລະ ບານສົ່ງ ໃນຕອນເຊົ້າວັນທີ 19.1.2024 ຢູ່ເດີ່ນກິລາ ຫ້ອງການສຶກສາທິການເເລະກິລາ ເມືອງກາສີ ເເຂວງວຽງຈັນ ມີ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ,ພັນໂທມາກຊີມ ເຕີຄາເຊັບ ຫົວຫນ້າຫນ່ວຍງານເກັບກູ້ລະເບີດ ສູນກູ້ມີນສາກົນ ກໍາລັງປະກອບອາວຸດສະຫະພັນຣັດເຊຍ,ມີຄະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ,ບັນດາຕາງຫນ້າພະນັກງານເກັບກູ້ລະເບີດຂອງກອງຣັດເຊຍ,ນັກກີລາທີ່ມາຈາກ8ພາກສ່ວນອ້ອມຂ້າງກອງເສນາທິການກວດກູ້ ເເລະ ທໍາລາຍລະເບີດເພື່ອມະນຸດສະທໍາ ກອງທັບລາວ-ຣັດເຊຍ ພ້ອມດ້ວຍພາກສ່ວນກ່ຽຂ້ອງເຂົ້າຮ່ວມ.

ໂອກາດນີ້ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຕາງຫນ້າໃຫ້ຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ ມີຄໍາເຫັນກ່າວເປີດງານເເຂ່ງຂັນກິລາຄັ້ງນີ້ວ່າ:ການຈັດງານເເຂ່ງຂັນກິລາຄັ້ງນີ້ ເພື່ອຝຶກຝົນຮ່າງກາຍໃຫ້ກໍາລັງເກັບກູ້ລະເບີດລາວເເລະຣັດເຊຍທີ່ກໍາລັງປະຕິບັດຫນ້າທີ່ເກັບກູ້ລະເບີດຢູ່ເມືອງກາສີ ມີຄວາມເຂັ້ມເເຂງ ກຽມພ້ອມຮັບໃຊ້ປະຊາຊົນຢ່າງທັນການ,ເປັນການຮັດເເຫນ້ນຄວາມສາມັກຄີຮ່ວມກັນ ລະຫວ່າງ ສອງກອງທັບລາວ-ຣັດເຊຍ ໃຫ້ນັບມື້ເຂົ້າສູ່ລວງເລີກ,ພ້ອມທັງ ເປັນການສ້າງຂະບວນການສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວວັນທີ20ມັງກອນຄົບຮອບ75ປີ ເເລະ ວັນສ້າງຕັ້ງເລົ່າຮົບຊ່າງເເສງ ກອງທັບຣັດເຊຍ ຄົບຮອບ323ປີໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

ສໍາລັບການເປີດຂະບວນການ ເເຂ່ງຂັນກິລາ ເພື່ອສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວວັນທີ20ມັງກອນຄົບຮອບ75ປີ ເເລະ ວັນສ້າງຕັ້ງເລົ່າຮົບຊ່າງເເສງ ກອງທັບຣັດເຊຍ ຄົບຮອບ323ປີ ຈັດໂດຍກອງເສນາທິການກວດກູ້ ເເລະ ທໍາລາຍລະເບີດເພື່ອມະນຸດສະທໍາກອງທັບປະຊາຊົນລາວ ຮ່ວມກັບ ຫນ່ວຍງານ ເກັບກູ້ລະເບີດ ສູນກູ້ມີນສາກົນກໍາລັງປະກອບອາວຸດ ເເຫ່ງສະຫະພັນຣັດເຊຍ ຈັດຂື້ນໃນຄັ້ງນີ້ ມີການເເຂ່ງຂັນຢູ່ກິລາ 2 ປະເພດຄື:ເປຕັງ ຍີງ-ຊາຍ ເເລະ ບານສົ່ງຊາຍ ໃນນີ້ສະເພາະເປຕັງຊາຍມີ10ທີມເຂົ້າຮ່ວມເເຂ່ງຂັນຄື:ທີມຄະນະນໍາຝ່າຍລາວ, ທີມຄະນະນໍາຝ່າຍຣັດເຊຍ,ທີມຄະນະນໍາເມືອງກາສີ,ທີມກວດກູ້ລະເບີດຝ່າຍລາວ,ທີມກວດກູ້ລະເບີດຝ່າຍຣັດເຊຍ,ທີມກອງຮັບປະກັນພາກສະຫນາມ,ທີມປ້ອງກັນປະຈໍາພາກສະຫນາມ,ທີມກອງບັນຊາການທະຫານເມືອງກາສີ,ທີມກອງບັນຊາການປ້ອງກັນຄວາມສະຫງົບເມືອງກາສີ ເເລະ ທີມກອງພັນໃຫຍ່102,ເປຕັງຍີງ ມີ3ທີມເຂົ້າຮ່ວມເເຂ່ງຂັນຄື:ທີມຫ້ອງວ່າການເມືອງກາສີ,ທີມກອງບັນຊາການທະຫານເມືອງກາສີ ເເລະ  ທີມກອງບັນຊາການປ້ອງກັນຄວາມສະຫງົບເມືອງກາສີ,ສ່ວນບານສົ່ງຊາຍປະກອບມີ8ທີມເຂົ້າຮ່ວມເເຂ່ງຂັນຄື:ທີມກວດກູ້ລະເບີດຝ່າຍລາວ,ທີມກວດກູ້ລະເບີດຝ່າຍຣັດເຊຍ,ທີມປ້ອງກັນປະຈໍາພາກສະຫນາມ,ທີມກອງຮັບປະກັນພາກສະຫນາມ,ທີມກອງບັນຊາການທະຫານເມືອງກາສີ ເເລະ  ທີມກອງບັນຊາການປ້ອງກັນຄວາມສະຫງົບເມືອງກາສີ ເເລະ ທີມກອງພັນໃຫຍ່102 ເຊີ່ງການເເຂ່ງຂັນ ເເຕ່ລະປະເພດກິລາ ເເມ່ນດໍາເນີນໄປເປັນເວລາ 2 ວັນຈື່ງສໍາເລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments