Saturday, July 27, 2024
Homeຂ່າວໜ້າໜຶ່ງສອງກອງທັບ ລາວ-ລັດເຊຍ ເອົາໃຈໃສ່ໃນການກກວດກູ້ລະເບີດບໍ່ທັນເເຕກທີ່ຕົກຄ້າງຢູ່ລາວ

ສອງກອງທັບ ລາວ-ລັດເຊຍ ເອົາໃຈໃສ່ໃນການກກວດກູ້ລະເບີດບໍ່ທັນເເຕກທີ່ຕົກຄ້າງຢູ່ລາວ

ນັບເເຕ່ຕົ້ນເດືອນພະຈິກ2023ມາຮອດປັດຈຸບັນ ກອງທັບປະຊາຊົນລາວຮ່ວມກັບຫນ່ວຍງານເກັບກູ້ລະເບີດສູນກູ້ມີນສາກົນກໍາລັງປະ ກອບອາວຸດເເຫ່ງສະຫະພັນຣັດເຊຍສາມາດເກັບກູ້ລະເບີດບໍ່ທັນເເຕກຕົກຄ້າງຢູ່ບ້ານໂພນທ່ຽງ ເມືອງກາສີ ເເຂວງວຽງຈັນໄດ້ຫລາຍກວ່າ656ຫນ່ວຍ.

ໄລຍະຜ່ານມາກໍ່ຄືປັດຈຸບັນ ກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດ ຮ່ວມກັບ ຫນ່ວຍງານ ເກັບກູ້ລະເບີດ ສູນກູ້ມີນສາກົນກໍາລັງປະກອບອາວຸດ ເເຫ່ງສະຫະພັນຣັດເຊຍ ເອົາໃຈໃສ່ຢ່າງເເຂງ ເເຮງໃນການກກວດກູ້ລະເບີດບໍ່ທັນເເຕກທີ່ຕົກຄ້າງຢູ່ລາວ ໂດຍສະເພາະຢູ່5ບ້ານຄື: ບ້ານວຽງເເກ້ວ, ໂພນທ່ຽງ, ໂພນສີດາ, ວຽງສະໄຫມ ເເລະ ບ້ານນາມົນ ເມືອງກາສີເເຂວງວຽງຈັນ ເພື່ອຮັບປະກັນໃຫ້ປະຊາຊົນມີການດໍາລົງຊີວິດທີ່ປອດໄພ ເເລະ ສາມາດຂະຫຍາຍເນື້ອທີ່ເຮັດການຜະລິດໃຫ້ປະຊາຊົນ.

ໃນໂອກາດທີ່ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຕາງຫນ້າຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ພາກສະຫນາມເກັບກູ້ລະເບີດບ້ານໂພນທ່ຽງ ເມືອງກາສີເເຂວງວຽງຈັນ ໃນວັນທີ18ມັງກອນນີ້ ໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວວັນທີ 20 ມັງກອນຄົບຮອບ75ປີພັນໂທມາກຊີມ

ເຕີຄາເຊັນ ຫົວຫນ້າຫນ່ວຍງານເກັບກູ້ລະເບີດ ສູນກູ້ມີນສາກົນ ກໍາລັງປະກອບອາວຸດສະຫະ ພັນຣັດເຊຍ ລາຍງານໃຫ້ຮູ້ວ່າ:ປະຈຸບັນນີ້ ໜ່ວຍງານເກັບກູ້ລະເບີດ ສູນກູ້ມິນສາກົນກໍາລັງປະກອບອາວຸດ ແຫ່ງ ສະຫະພັນ.ຣັດເຊຍ ກຳລັງປະຕິບັດໜ້າທີ່ຢູ່ພື້ນທີ່ ໝາຍເລກ 1 ມີເນື້ອທີ່ລວມທັງໝົດ 9,4 ເຮັກຕາ ເຊີ່ງເປັນເຂດຜະລິດກະສິກໍາຂອງປະຊົນກວມເອົາ5ບ້ານ ແລະ ພື້ນທີ່ໝາຍເລກ 2 ມີເນື້ອທີ່ລວມທັງໝົດ 9,1 ເຮັກຕາ ເຊີ່ງເປັນພື້ນທີ່ກໍ່ສ້າງເທດສະ ບານເມືອງກາສີເເຫ່ງໃຫມ່ ການປະຕິບັດໜ້າທີ່ເເມ່ນ ໄດ້ນໍາໃຊ້ອຸປະກອນກວດກູ້ລະເບີດ ທີ່ທັນສະໄຫມ ເປັນຕົ້ນ:ອຸ ປະກອນກວດຫາບົມ ກວດເລິກ ອີແອັມແປ-ແປ2,ອຸປະກອນກວດຫາລະເບີດ ກວດຕື້ນ ອີແອັມແປ-3 ເເລະ ອຸປະກອນກວດຫາລະເບີດໜ້າດິນ ແປແປໂອ-2ອີ ເຊີ່ງການເຮັດວຽກ ແມ່ນເຮັດຮ່ວມກັບກອງເກັບກູ້ລະເບີດເພື່ອມະນູດສະທໍາ 58 ກອງທັບປະຊາຊົນລາວ,ນັບເເຕ່ເດືອນພະຈິກປີຜ່ານມາ ຈົນມາຮອດວັນທີ 18 ມັງກອນ 2024 ສາມາດກວດກູ້ພື້ນທີ່ສໍາເລັດແລ້ວ 10,1 ເຮັກຕາ ກວດພົບລະເບີດ 656 ໜ່ວຍ ເຊີ່ງການເກັບກູ້ລະເບີດເເມ່ນໄດ້ຮັບການຮ່ວມມືກັບປະຊາຊົນເເລະເຈົ້າຫນ້າທີ່ກ່ຽວຂ້ອງຂອງລາວເປັນຢ່າງດີ,ນອກຈາກເກັບກູ້ລະເບີດຢູ່5ບ້ານຂອງ ເມືອງກາສີ ເເຂວງວຽງຈັນ ເເລ້ວ ນັບເເຕ່ປີ2018ເປັນຕົ້ນມາໄດ້ຈັດຕັ້ງປະຕິບັດຢູ່3ເເຂວງຄື:ເເຂວງບໍລິຄໍາໄຊ,ຄໍາມ່ວນ ເເລະ ເເຂວງຊຽງຂວາງ ລວມທັງຫມົດ6ຄັ້ງ ສາມາດເກັບກູ້-ທໍາລາຍລະເບີດບໍ່ທັນເເຕກໄດ້ຫລາຍກວ່າ2.300ຫນ່ວຍ.

ໂອກາດດຽວກັນ ພັນເອກປາດຖະຫນາ ບຸດທິຈັກ ຮອງຫົວຫນ້າຫ້ອງການກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດທັງເປັນຫົວຫນ້າກອງເສນາທິການຄະນະກໍາມະການຮັບຜິດຊອບການຮ່ວມມື-ກວດກູ້ ເເລະ ທໍາລາຍລະເບີດ ຮ່ວມກັບກອງທັບສະຫະພັນຣັດເຊຍຕາງຫນ້າຄະນະຮັບຜິດຊອບຝ່າຍລາວໃຫ້ຮູ້ວ່າ:ກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດ ຮ່ວມກັບ ຫນ່ວຍງານ ເກັບກູ້ລະເບີດ ສູນກູ້ມີນສາກົນກໍາລັງປະກອບອາວຸດ ເເຫ່ງສະຫະພັນຣັດເຊຍໄດ້ສືບຕໍ່ປະສານສົມທົບກັນໃນການເກັບກູ້ລະເບີດຢ່າງຕໍ່ເນື່ອງໂດຍປະຕິບັດຕາມທິດຊີ້ນໍາຂອງຂັ້ນເທີງ,ໄລຍະຜ່ານມາເຫັນວ່າມີຜົນສໍາເລັດໂດຍພື້ນຖານ ສະເເດງອອກໃນການເກັບກູ້ລະເບີດຕົວຈີງນັບເເຕ່ປີ2018ເປັນຕົ້ນມາ ປະຕີບັດເກັບກູ້ສໍາເລັດໃນເນຶ້ອ 170 ເຮັກຕາ ກວມເອົາຫລາຍກວ່າ 2.300 ຫນ່ວຍ ເຊີ່ງການປະຕິບັດການເກັບກູ້ລະເບີດຮ່ວມກັນກັບກອງທັບຣັດເຊຍຄັ້ງນີ້ນອກຈາກເຮັດໃຫ້ລະເບີດທີ່ຕົກຄ້າງນັບມື້ຫມົດໄປແລ້ວ,ຍັງເອົາໃຈໃສ່ສ້າງບຸກຄະລະກອນເກັບກູ້ລະເບີດຂອງລາວນັບມື້ເພີ່ມຕື່ມອີກ ເພື່ອຮັບປະກັນເຮັດໃຫ້ວຽກງານນີ້ມີຄວາມຍືນຍົງ ພ້ອມທັງສະເເດງຄວາມຂອບໃຈເປັນຢ່າງສູງຕໍ່ກອງທັບຣັດເຊຍທີ່ໃຫ້ການຊ່ວຍເຫລືອກອງທັບປະຊາຊົນລາວໃນທຸກດ້ານ ໂດຍສະເພາະການເກັບກູ້ລະເບີດບໍ່ທັນເເຕກທີ່ຕົກຄ້າງຢູ່ລາວ ເເລະ ຫວັງວ່າຈະໄດ້ຮັບການສະຫນັບສະຫນູນຊ່ວຍເຫລືອຢ່າງຕໍ່ເນື່ອງ.

ສໍາລັບການເກັບກູ້ລະເບີດຢູ່ເມືອງ ກາສີເເຂວງວຽງຈັນ ເເມ່ນເນັ້ນຫນັກໃສ່5ບ້ານ,ເເລະ ເລີ່ມກໍານົດເອົາຈຸດບ້ານໂພນທ່ຽງເປັນຈຸດທີຫນື່ງເນື່ອງຈາກມີລະເບີດຕົກຄ້າງເປັນຈໍານວນຫລາຍ ສ່ວນໃຫຍ່ເເມ່ນຫົວລູດປືນໃຫຍ່ ເເລະ ລະເບີດລູກຫວ່ານ ເຊີ່ງນັບເເຕ່ເດືອນພະຈິກປີ2023ຜ່ານມາສາມາດເກັບກູ້ໄດ້ໄດ້ຫລາຍກວ່າ656ຫນ່ວຍ ໂດຍໄດ້ຮັບການຮ່ວມມືຈາກ ໜ່ວຍງານເກັບກູ້ລະເບີດ ສູນກູ້ມິນສາກົນກໍາລັງປະກອບອາວຸດ ແຫ່ງ ສະຫະພັນ ຣັດເຊຍ ເເລະ ກອງເກັບກູ້ລະເບີດເພື່ອມະນູດສະທໍາ 58 ກອງທັບປະຊາຊົນລາວ ເເລະ ຄາດວ່າຈະສໍາເລັດ ພ້ອມທັງມອບເນື້ອທີ່ດີນໃຫ້ກັບປະຊາຊົນໄດ້ເຮັດການຜະລິດໃນໄວໆນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments