Saturday, July 27, 2024
Homeຂ່າວຕ່າງປະເທດເອີຣົບ ສ້າງກອງທຶນປ້ອງກັນຊາດ

ເອີຣົບ ສ້າງກອງທຶນປ້ອງກັນຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ຄະນະກຳມະການເອີຣົບ (EC) ແລະ ກອງທຶນລົງທຶນເອີຣົບ (EIF) ໄດ້ປະກາດສ້າງຕັ້ງກອງທຶນຫຸ້ນສ່ວນ ທີ່ມີມູນຄ່າ 175 ລ້ານເອີໂຣ (191,57 ລ້ານໂດລາ) ເພື່ອຊຸກຍູ້ການປ່ຽນແປງໃໝ່ໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ຂ່າວລະບຸວ່າ: ກອງທຶນໃໝ່ດັ່ງກ່າວມີຊື່ເຕັມວ່າ: ກອງທຶນຫຸ້ນສ່ວນປ້ອງກັນຊາດ (DEF), ວາງເປົ້າໝາຍລະດົມທຶນໃຫ້ໄດ້ປະມານ 500 ລ້ານເອີໂຣ ຜ່ານການດຶງດູດທຶນຈາກບັນດາກອງທຶນລົງທຶນເອກະຊົນ ແລະ ກອງທຶນຮ່ວມຫຸ້ນລົງທຶນໂຄງການ start up. ໃນ 4 ປີຂ້າງໜ້າ, DEF ຈະສຸມໃສ່ບັນດາໂຄງການພັດທະນາເຕັກໂນໂລຊີການໝູນໃຊ້ໃນຂົງເຂດພົນລະເຮືອນ ແລະ ປ້ອງກັນຊາດ.

ການສ້າງຕັ້ງກອງທຶນຫຸ້ນສ່ວນປ້ອງກັນຊາດ ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມ ຂອງສະຫະພາບເອີຣົບ (EU), ເພື່ອແນໃສ່ເພີ່ມທະວີບົດບາດໃນການຕັດສິນນະໂຍບາຍປ້ອງກັນຊາດ ແລະ ຄວບຄຸມການເຄື່ອນໄຫວການລົງທຶນ, ດຳເນີນທຸລະກິດໃນຂົງເຂດນີ້ ໃນກໍລະນີເກີດບັນດາຄວາມສ່ຽງດ້ານຄວາມໝັ້ນຄົງພາຍໃນ ກໍຄືບັນດາການປະທະກັນຢູ່ບັນດາບໍລິເວນຕິດກັບ ເອີຣົບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments