Saturday, July 27, 2024
Homeຂ່າວຕ່າງປະເທດການນຳຂັ້ນສູງ ຫວຽດນາມ - ອິນໂດເນເຊຍ ເພີ່ມທະວີການພົວພັນຮ່ວມມື

ການນຳຂັ້ນສູງ ຫວຽດນາມ – ອິນໂດເນເຊຍ ເພີ່ມທະວີການພົວພັນຮ່ວມມື

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍຮັບຄຳເຊີນຂອງ ທ່ານ ຫວໍວັນເຖືອງ ປະທານປະເທດ ຫວຽດນາມ, ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ອິນໂດເນເຊຍ ໄດ້ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 11 – 13 ມັງກອນ 2024. ໃນວັນທີ 12 ມັງກອນ ຜ່ານມາ, ຢູ່ທຳນຽບປະທານປະເທດ, ທ່ານ ຫວໍວັນເຖືອງ ໄດ້ເປັນປະທານພິທີຕ້ອນຮັບ ທ່ານ ໂຈໂກ ວີໂດໂດ ຢ່າງສົມກຽດ.

ຂ່າວລະບຸວ່າ: ໃນການພົບປະເຈລະຈາພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ເຫັນດີຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ; ສ້າງໂຄງການເຄື່ອນໄຫວໄລຍະ 2024 – 2028 ໂດຍໄວ. ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດອື່ນໆ ຄື: ການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການຮ່ວມມືທາງທະເລ; ກະສິກຳ ແລະ ສິນໃນນ້ຳ; ວັດທະນະທຳ, ກິລາ, ທ່ອງທ່ຽວ… ພ້ອມທັງ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ ຄື: ການຫັນປ່ຽນພະລັງງານ, ຫັນເປັນດີຈີຕອນ, ນະວັດຕະກຳ. ທ່ານ ຫວໍວັນເຖືອງ ປາຖະໜາວ່າ: ລັດຖະບານ ອິນໂດເນເຊຍ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິນໂດເນເຊຍ ດຳລົງຊີວິດຢ່າງມີສະຖຽນລະພາບ.

ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍເຫັນດີສົມທົບກັບບັນດາປະເທດ ອາຊຽນ ສະໜັບສະໜູນ ລາວ ຮັບດຳລົງຕຳແໜ່ງປະທານ ອາຊຽນ 2024 ໃຫ້ບັນລຸຜົນສຳເລັດ. ການນຳ 2 ທ່ານກໍຢືນຢັນຄືນໃໝ່ຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພ.

ພາຍຫຼັງການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີແລກປ່ຽນບົດບັນທຶກຊ່ວຍຈຳກ່ຽວກັບ ການຮ່ວມມືດ້ານເຕັກໂນໂລຊີຂໍ້ມູນຂ່າວສານ – ການສື່ສານ ແລະ ບົດບັນທຶກຊ່ວຍຈຳກ່ຽວກັບອາຊີບການປະມົງ. ການນຳ 2 ທ່ານໄດ້ເຫັນດີສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸລະດັບ 15 ຕື້ໂດລາ ແລະ ສູງກວ່າ ຕາມທິດມີຄວາມດຸ່ນດ່ຽງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments