Saturday, July 27, 2024
Homeຂ່າວໜ້າໜຶ່ງພົນເອກ ຈັນສະໝອນ ຈັນຍາລາດ ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານ-ນັກຮົບກອງພົນທີ 2

ພົນເອກ ຈັນສະໝອນ ຈັນຍາລາດ ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານ-ນັກຮົບກອງພົນທີ 2

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ( ວັນທີ 20 ມັງກອນ 1949-20 ມັງກອນ 2024) ໃນວັນທີ 15-16 ມັງກອນ 2024 ນີ້, ສະ ຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມ ກອງພົນທີ 2 , ມີການນໍາແຂວງໄຊຍະບູລີ, ຄະນະນໍາກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ, ພະນັກງານ ປະຕິວັດອາວຸໂສ ແລະ ແຂກຖືກ ເຊີນເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2 ໄດ້ລາຍ ງານສະພາບທີ່ພົ້ນເດັ່ນໃນຊຸມປີຜ່ານມາ ເຊິ່ງກອງພົນທີ 2 ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສາມາດປະຕິບັດບັນດາຄາດໝາຍສູ້ຊົນ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ໂດຍສະເພາະການປ້ອງກັນບັນດາເປົ້າໝາຍສຳຄັນ, ວັນບຸນປະຫວັດສາດ ແລະ ກອງປະຊຸມຕ່າງໆ ລະດັບຊາດ ແລະ ສາກົນ ມີຄວາມສະຫງົບ 100%; ໄປ ຄຽງຄູ່ກັນນັ້ນ, ຄະນະພັກ-ຄະນະບັນຊາ ຍັງໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບເປັນສໍາຄັນ, ຫັນເອົາ ກໍາລັງລົງກໍ່ສ້າງຮາກຖານການ ເມືອງ ພັດທະນາຊົນນະບົດຮອບ ດ້ານຕາມ 4 ເນື້ອໃນ 4 ຄາດ ໝາຍ, ສຸມໃສ່ສ້າງບ້ານປ້ອງກັນ ຊາດເຂັ້ມແຂງ, ກຸ່ມບ້ານປ້ອມໝັ້ນ ສູ້ຮົບເຂັ້ມແຂງໃຫ້ເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບ, ຍູ້ແຮງການອົບ ຮົມ-ຫັດແອບ ການເມືອງການ-ການທະຫານ, ພະລາທິການ, ເຕັກນິກ, ສິລະປະຍຸດ-ຍຸດທະວິທີຂອງທະຫານຮາບ ແລະ ເຫຼົ່າຮົບວິຊາສະເພາະໃຫ້ມີ ຄວາມຊໍານິຊໍານານ, ເປັນກໍາລັງ ຫຼັກແຫຼ່ງໃຫ້ກະຊວງປ້ອງກັນປະ ເທດທາງດ້ານວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະ ຫງົບ, ໄປຄວບຄູ່ກັບການຍົກສູງ ນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງ ນອກນັ້ນ, ຍັງເປັນເຈົ້າການ ປ້ອງກັນ, ກວດກາ, ຕິດຕາມເຂດຫຼັກ ໝາຍຊາຍແດນຕ່າງໆ ແລະ ສັງຄົມທົ່ວໄປ ຮັບປະ ກັນສ້າງເງື່ອນ ໄຂໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ຄະນະ ພັກ-ຄະນະບັນຊາກອງພົນທີ 2, ພະນັກ ງານ-ນັກຮົບ ສືບຕໍ່ຮັກສາມູນເຊື້ອ,ທາດແທ້ປະຕິວັດຂອງກອງທັບ, ຕໍ່ສູ້ເດັດດ່ຽວ, ພິລະອາດຫານ, ບໍ່ຍອມຈໍານົນ ຍາກປານ ໃດກໍບຸກ, ທຸກປານໃດກໍສູ້, ເຖິງ ຈະເສຍສະຫຼະກໍບໍ່ຫວາດຫວັ່ນ, ຍາມໃດກໍສະ ໜອງຕອບຕໍ່ຄວາມຮຽກຮ້ອງຕ້ອງການຂອງພັກ ດ້ວຍຄວາມຈົງຮັກພັກດີ, ບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ; ກອງທັບເຮົາຍາມໃດກໍອີງໃສ່ປະຊາຊົນ, ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນດ້ວຍ ຄວາມບໍລິສຸດໃຈ. ຍ້ອນແນວນັ້ນ ຈຶ່ງໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລ, ຖະໜອນຫອມຮັກ ແລະ ອຸ້ມຊູຊ່ວຍເຫຼືອຈາກປະຊາຊົນບັນດາເຜົ່າ, ອັນໄດ້ເປັນບໍ່ເກີດ ຂອງກໍາລັງແຮງທີ່ບໍ່ເຫືອດແຫ້ງຈັກເທື່ອ ກອງທັບປະຊາຊົນລາວ ສົມແລ້ວທີ່ເປັນກອງທັບວິລະຊົນ ຂອງຊາດລາວວິລະຊົນຢ່າງແທ້ຈິງ. ໃນໂອກາດທີ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ໄດ້ລົງມາຢ້ຽມຢາມພະນັກງານ-ນັກຮົບ ໃນຄັ້ງນີ້ຍັງໄດ້ມອບວັດຖຸປັດໄຈຈຳນວນໜຶ່ງ ໃຫ້ກອງພົນທີ 2 ອີກດ້ວຍ.

ຂ່າວ;ພາບ: ວັນໄຊ ໄຊສະຫວັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments