Saturday, July 27, 2024
Homeຂ່າວໜ້າໜຶ່ງຖະແຫຼງຂ່າວກິດຈະກຳປີທ່ອງທ່ຽວລາວ 2024 ທີ່ຫຼວງພະບາງ ແລະ ສະເຫຼີມສະຫຼອງ ຫຼວງພະບາງ ເປັນມໍລະດົກໂລກ ຄົບຮອບ 28 ປີ

ຖະແຫຼງຂ່າວກິດຈະກຳປີທ່ອງທ່ຽວລາວ 2024 ທີ່ຫຼວງພະບາງ ແລະ ສະເຫຼີມສະຫຼອງ ຫຼວງພະບາງ ເປັນມໍລະດົກໂລກ ຄົບຮອບ 28 ປີ

ພິທີຖະແຫຼງຂ່າວກິດຈະກຳປີທ່ອງທ່ຽວລາວ 2024 ທີ່ຫຼວງພະບາງ ແລະສະເຫຼີມສະຫຼອງຫຼວງພະບາງ ເປັນມໍລະດົກໂລກ ຄົບຮອບ 28 ປີ ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ ນີ້ ທີ່ ສະໂມສອນໃຫຍ່ຂອງຫ້ອງວ່າການແຂວງ. ພາຍໃຕ້ການເປັນປະທານຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ປະທານຈັດງານຖະແຫຼງຂ່າວ ປີທ່ອງທ່ຽວລາວ 2024 ຂັ້ນແຂວງ ຊຶ່ງມີການນຳແຂວງ, ພາກສວ່ນກ່ຽວຂ້ອງ ແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ພິທີ ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສີລະປະຮ້ອງເພງລວມໝູ່ ຮ້ອງເພງລວມໝູ່ ປະສົມຂັບທ້ອງຖິ່ນຫຼວງພະບາງ ແລະ ປະກອບບົດຟ້ອນ ມີຊື່ວ່າ ‘‘ເຊີນທ່ອງທ່ຽວເມືອງລາວ’’, ເພງ ‘‘ເພງຫຼວງພະບາງທີ່ແສນຮັກ’’, ຊົມການສະແດງການເຊີດຫຸ່ນລະຄອນອີ່ປ໋ອກ ເລື່ອງ ‘‘ຂະບວນແຫ່ຫວໍ່ປີໃໝ່ລາວ’’, ຊົມສາລະດີ ການສົ່ງເສີມປີທ່ອງທ່ຽວລາວ, ຊົມສາລະຄະດີ ການອະນຸລັກ ຫຼວງພະບາງເຂົ້າເປັນເມືອງມໍຣະດົກໂລກ ຄົບຮອບ 28 ປີ. ຈາກນັ້ນ ທ່ານ ບຸນເລື່ອມ ມະນີວົງ ໄດ້ຂຶ້ນຖະແຫຼງຂ່າວປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ວ່າ: ທາງຄະນະຮັບຜິດຊອບໄດ້ມີການກະກຽມບັນດາຈັດກິດຈະກໍາ ເລີ່ມແຕ່ເດືອນຕຸລາ 2023 ນີ້ເປັນຕົ້ນໄປ ຈົນຮອດເດືອນທັນວາ 2024 ຊຶ່ງປະກອບມີບັນດາກິດຈະກຳຕ່າງໆ ຂອງແຂວງ ລວມທັງໝົດ 9 ແຜນງານ ຄື: ການໂຄສະນາປະຊາສໍາພັນ ປີທ່ອງທ່ຽວລາວ 2024, ການປັບປຸງໂຄ່ງລ່າງພື້ນຖານຂະໜາດນ້ອຍ ໃຫ້ແກ່ການທ່ອງທ່ຽວ, ການສ້າງຂີດຄວາມສາມາດ ໃນຂະແໜງການທ່ອງທ່ຽວ, ການປູກຈິດສໍານຶກ, ການເຜີຍແຜ່ລະບຽບການ ແລະນິຕິກໍາ, ການຈັດລະດັບມາດຕະຖານ ຂອງ ສປປ ລາວ ແລະ ມາດຕະຖານອາຊຽນ, ກິດຈະກໍາ ການສົ່ງເສີມການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ການປັບປຸງ ລະບົບຂໍ້ມູນຂ່າວສານ, ການອອກແບບ ແລະ ການຈັດພິມ ສື່ສິ່ງພິມໂຄສະນາການທ່ອງທ່ຽວ, ການສ້າງຄວາມເຂັ້ມແຂງໃຫ້ກັບພາກທຸລະກິດ. ສຳລັບກິດຈະກຳປະກອບມີ 41 ກິດຈະກຳ, ໃນນີ້, ມີ 7 ກິດຈະກໍາຫຼັກ ຄື: ພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024, ງານບຸນໄຫຼເຮືອໄຟ, ງານສັບປະດາ ວັດທະນະທໍາ ແລະ ທ່ອງທ່ຽວ ບັນດາແຂວງພາກຕາເວັນຕົກສ່ຽງເໜືອ ແລະນະຄອນ ໂຮ່ຈີມິນ ສສ ຫວຽດນາມ; ງານງາມແທ້ໂອ້ຫຼວງພະບາງ ຄັ້ງທີ 2 ທີ່ສະທ້ອນໃຫ້ເຫັນຄວາມເປັນຫຼວງພະບາງ-ງານເທດສະການອາຫານ ພື້ນເມືອງ-ງານວາງສະແດງສິນຄ້າ ຫັດຖະກຳ-ສາທິດກິດຈະກຳທີ່ຕິດພັນກັບວິຖີຊີວິດ ທີ່ເປັນເອກະລັກຂອງແຂວງ, ງານປະກວດດົນຕີພື້ນເມືອງ; ກິດຈະກຳຂີ່ລົດຖີບ ເພື່ອອະນຸຮັກວັດທະນະທໍາ ແລະ ງານບຸນຊ່ວງເຮືອ. ນອກຈາກນີ້, ຈະມີງານຕະຫຼາດນັດ ລາດຊ່າງຄ້ອງ, ການຈັດທັດສະນະສຶກສາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຮ່ວມກັບປະເທດເພື່ອນບ້ານ ແລະ ການຈັດການສະແດງສິລະປະວັນນະຄະດີ ເພື່ອໂຄສະນາແລກປ່ຽນທາງດ້ານວັດທະນະທໍາ ທັງພາຍໃນ ແລະ ຕ່າງປະເທດ ແລະ ອີກຫຼາກຫຼາຍກິດຈະກໍາ. ນອກຈາກກິດຈະກຳດັ່ງກ່າວແລ້ວ, ຢູ່ບັນດາເມືອງ ໄດ້ມີກິດຈະກຳຕ່າງໆເຊັ່ນ: ການທ່ອງທ່ຽວທາງດ້ານກະສິກຳ ແລະ ທຳມະຊາດ ທີ່ເມືອງພູຄູນ; ບຸນປະເພນີກິນຈຽງ ຂອງເຜົ່າມົ້ງ ແລະ ບຸນປະເພນີປົດປີ ຂອງເຜົ່າກຶມມຸ ນະຄອນ-ຫຼວງພະບາງ; ບຸນປະເພນີຂອງເຜົ່າລື້ ເມືອງປາກອູ; ງານວາງສະແດງເຄື່ອງຫັດຖະກຳ ເຄື່ອງປັ້ນດິນເຜົາ ທີ່ບ້ານຈ່ານເໜືອ ເມືອງຈອມເພັດ; ບຸນອອກພັນສາຊ່ວງເຮືອ ເມືອງຊຽງເງິນ; ບຸນບັ້ງໄຟ ທີ່ເມືອງນານ ແລະ ອື່ນໆ.

ຈາກນັ້ນ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງ ໄດ້ຂຶ້ນ ລາຍງານຜົນສໍາເລັດ ຂອງການອະນຸລັກຫຼວງພະບາງ ເຂົ້າເປັນເມືອງມໍຣະດົກໂລກ ຄົບຮອບ 28 ປີ, ຍົກໃຫ້ເຫັນບັນດາຜົນສຳເລັດສິ່ງທ້າທາຍ ແລະ ບາງບົດຮຽນທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໂອກາດນີ້ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງຫຼວງພະບາງ ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອເປັນການຢັ້ງຢືນການເປີດປີທ່ອງທ່ຽວລາວ ແລະ ສະເຫຼີມສະຫຼອງ ຫຼວງພະບາງ ເປັນມໍລະດົກໂລກ ຄົບຮອບ 28 ປີ ຢູ່ແຂວງ ຫຼວງພະບາງຢ່າງເປັນທາງການ. ໃນພິທີດຽວກັນ ໄດ້ມີການນໍາສະເໜີ ບາງບົດຮຽນ ຂອງການປົກປັກຮັກສາມໍລະດົກໂລກ ແລະ ການທ່ອງທ່ຽວ, ໂອກາດ, ສິ່ງທ້າທາຍ ແລະ ການປັບໂຕຂອງການທ່ອງທ່ຽວໃນເຂດມໍຣະດົກໂລກ, ການຄຸ້ມຄອງການທ່ອງທ່ຽວ ເພື່ອປົກປັກຮັກສາມໍລະດົກໂລກຫຼວງພະບາງ, ລະບົບຮັບຮອງມາດຕະຖານແຫຼ່ງທ່ອງທ່ຽວ ຕາມຫຼັກການພັດທະນາການທ່ອງທ່ຽວແບບຍືນຍົງ, ທິດທາງ ແລະ ສິ່ງທ້າທາຍ ໃນການພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ການປົກປັກຮັກສາມໍລະດົກໂລກ ໃນພາກເໜືອຂອງລາວ, ຕອນທ້າຍ ຜູ້ເຂົ້າຮ່ວມໄດ້ຊີມອາຫານພື້ນເມືອງ, ທ່ຽວຊົມຮ້ານວາງສະແດງ ຜະລິດຕະພັນການທ່ອງທ່ຽວ ແລະ ຊົມບັນດາຜະລິດຕະພັນ ທີ່ເປັນເອກະກະລັກຂອງຊາວຫຼວງພະບາງ ຕື່ມອີກ.

ຂ່າວ-ພາບ: ແຂວງຫຼວງພະບາງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments