Saturday, July 27, 2024
Homeຂ່າວໜ້າໜຶ່ງໃນປີ 2024 ສ ເກົາຫຼີ ມອບເຄື່ອງຊ່ວຍເຫຼືອ ມູນຄ່າ 20 ກວ່າຕື້ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ

ໃນປີ 2024 ສ ເກົາຫຼີ ມອບເຄື່ອງຊ່ວຍເຫຼືອ ມູນຄ່າ 20 ກວ່າຕື້ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ

ວັນທີ 15 ມັງກອນ 2024 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບ ການຊ່ວຍເຫຼືອຈາກລັດຖະບານ ສ.ເກົາຫຼີ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຮອງປະທານ ຜູ້ປະຈຳການຄະນະກຳມະການຊີ້ນຳລະດັບຊາດເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮັບເອົາການຊ່ວຍເຫຼືອ ແລະ ທ່ານ Chung Byun-Won ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫຼີ ໄດ້ຕາງໜ້າລັດຖະບານ ແຫ່ງ ສ.ເກົາຫຼີ ມອບການຊ່ວຍເຫຼືອດັ່ງກ່າວ.

ການຊ່ວຍເຫລືອຂອງ ສ ເກົາຫຼີຄັ້ງນີ້ ລວມມີ ລົດເກັງ ຈໍານວນ 2 ຄັນ ລົດຕູ້ ຈໍານວນ 6 ຄັນ ແລະ ອຸປະກອນໄອທີ ລວມມູນຄ່າທັງໝົດ 1 ລ້ານ ໂດລາສະຫະລັດ (20 ກວ່າຕື້ກີບ) ເພື່ອໃຫ້ ສປປ ລາວ ນໍາໃຊ້ເຂົ້າໃນວຽກງານຂອງບັນດາອະນຸກໍາມະການ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ໂອກາດນີ້ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ຕໍ່ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ: ”ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເຊິ່ງທັງເປັນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍການພົວພັນສອງຝ່າຍລະຫວ່າງ ສປປ ລາວ-ສ ເກົາຫຼີ ແລະ ການຮັດແໜ້ນການຮ່ວມມືອາຊຽນ-ສ.ເກົາຫຼີ ເຊິ່ງຄົບຮອບ 35 ປີ ໃນປີ 2024 ນີ້.

ພ້ອມນີ້ ທ່ານ Chung Byun-Won ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫລີ ກໍໄດ້ເນັ້ນເຖິງຄວາມສໍາຄັນຂອງການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ເພື່ອຜົນສໍາເລັດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ສະເຫຼີມສະຫຼອງ ຄົບຮອບ 35 ປີ ການພົວພັນອາຊຽນ-ສ.ເກົາຫຼີ ໃນປີ 2024 ຢ່າງມີຄວາມໝາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments