Saturday, July 27, 2024
Homeຂ່າວຕ່າງປະເທດເປີດກິດຈະກຳປີແລກປ່ຽນວັດທະນະທຳຈີນ-ກຳປູເຈຍ

ເປີດກິດຈະກຳປີແລກປ່ຽນວັດທະນະທຳຈີນ-ກຳປູເຈຍ

ວິທະຍຸສາກົນ ແຫ່ງ ສປ ຈີນ, ພິທີເປີດກິດຈະກຳ “ປີແລກປ່ຽນວັດທະນະທຳ ຈີນ-ກຳປູເຈຍ” ຈັດຂຶ້ນຢູ່ນະຄອນຊຽມຣຽບ ປະເທດກຳປູເຈຍ ເມື່ອບໍ່ດົນມານີ້, ໃນພິທີດັ່ງກ່າວໄດ້ອ່ານສານຊົມເຊີຍ ຂອງທ່ານ ຮຸນ ມາເນດ, ນາຍົກລັດຖະມົນຕີ ກຳປູເຈຍ ທີ່ມີຕໍ່ກິດຈະກຳ “ປີແລກປ່ຽນວັດທະນະທຳ ຈີນ-ກຳປູເຈຍ”. ກຳປູເຈຍ ຈະສືບຕໍ່ສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ສືບຕໍ່ຊຸກຍູ້ ການຮ່ວມມື ລະຫວ່າງ ສອງປະເທດ, ສຸມໃສ່ ປັບປຸງມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ກຳປູເຈຍ-ຈີນ ຢ່າງສະເໝີຕົ້ນ ສະເໝີປາຍ ແລະ ລົງເລິ ການຮ່ວມມື ທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ.

ປີ 2024, ກຳປູເຈຍ ຈະພະຍາຍາມດຶງດູດ ນັກທ່ອງທ່ຽວ ແລະ ນັກລົງທຶນຈາກ ສປ ຈີນ ໄປທ່ອງທ່ຽວ ແລະ ໄປລົງທຶນ ຢູ່ກຳປູເຈຍ ໃຫ້ໄດ້ຫລາຍກວ່າເກົ່າ, ຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ປະຊາຊົນ ສອງຊາດ ຍ່ອມຈະເຂັ້ມແຂງ ກວ່າເກົ່າ, ໝັ້ນຄົງກວ່າເກົ່າ ແລະ ເປັນໄປ ຢ່າງຖາວອນ, ຈະຊຸກຍູ້ ການພັດທະນາ ຂະແໜງ ການທ່ອງທ່ຽວ ແລະ ການແລກປ່ຽນ ລະຫວ່າງ ຊາວໜຸ່ມ ສອງປະເທດ ພ້ອມທັງ ຊຸກຍູ້ ການສ້າງ ຄູ່ຮ່ວມ ຊາຕາກຳ ຈີນ-ກຳປູເຈຍ ຕື່ມອີກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments