Saturday, July 27, 2024
Homeຂ່າວຕ່າງປະເທດເສດຖະກິດຫວຽດນາມ ຈະຂະຫຍາຍຕົວ ຫລາຍກວ່າ 6%

ເສດຖະກິດຫວຽດນາມ ຈະຂະຫຍາຍຕົວ ຫລາຍກວ່າ 6%

ວິທະຍຸສາກົນຫວຽດນາມ, ເສດຖະກິດ ຂອງ ສສ ຫວຽດນາມ ປີ 2024 ຈະຂະຫຍາຍຕົວ ລະດັບ 6,13–6,48%. ນີ້ແມ່ນ ການຄາດຄະເນໃນບົດລາຍງານຄົ້ນຄ້ວາທີ່ໄດ້ຍົກອອກມາທີ່ກອງປະຊຸມ “ເສດຖະກິດຫວຽດນາມ ປີ 2023 ແລະ ແງ່ຫວັງ ປີ 2024: ປະຕິຮູບເພື່ອເພີ່ມຄວາມໄວໃນການຟື້ນຟູການເຕີບໂຕ”, ໂດຍສະຖາບັນຄຸ້ມຄອງເສດຖະກິດສູນກາງ ສົມທົບກັບ ອົງການຮ່ວມມືສາກົນເຢຍລະມັນ (GIZ) ຈັດຂຶ້ນໃນວັນທີ 15 ມັງກອນນີ້, ຢູ່ນະຄອນຫລວງຮ່າໂນ້ຍ. ເຫດການນອນໃນຂອບເຂດໂຄງການປະຕິຮູບເສດຖະກິດມະຫາພາກການເຕີບໂຕສີຂຽວ ໂດຍກະຊວງຮ່ວມມືເສດຖະກິດ ແລະ ພັດທະນາ ສະຫະພັນເຢຍລະມັນ ເປັນຜູ້ອຸປະຖຳ. ບົດລາຍງານຄົ້ນຄ້ວາ ຂອງສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງ ໄດ້ສະແດງໃຫ້ເຫັນວ່າ: ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງເສດຖະກິດສາກົນ ແລະ ພາຍໃນປະເທດ, ເສດຖະກິດ ຫວຽດນາມ ໄດ້ສະແດງໃຫ້ເຫັນແຈ້ງທ່າຟື້ນຟູການເຕີບໂຕຈະແຈ້ງພໍສົມຄວນ ໃນຊຸມເດືອນທ້າຍປີ 2023. ຈາກນັ້ນ ທ່ານ ຫງວຽນແອັງເຢືອງ, ຫົວໜ້າ ຄະນະຄົ້ນຄ້ວາ ສັງລວມ, ສະຖາບັນ ຄົ້ນຄ້ວາ ຄຸ້ມຄອງ ເສດຖະກິດ ສູນກາງ ໃຫ້ຮູ້ວ່າ: ປີ 2024, ໄດ້ສ້າງ 2 ແຜນການເຕີບໂຕ GDP ໂດຍລະອຽດ: ອາດຈະຢູ່ ໃນລະດັບ ປະມານ 6,13% ໃນແຜນທຳມະດາ, ຖ້າຫາກດີກ່ວານັ້ນ, ອາດຈະແມ່ນເກືອບ 6,5%. ກ່ຽວກັບການເຕີບໂຕ ໃນການສົ່ງອອກປີນີ້, ເບິ່ງລວມແລ້ວ ອາດຈະແມ່ນ ລະດັບບວກ ແລະ ດຸ່ນການຄ້າ ຈະແມ່ນສ່ວນເກີນ, ແຕ່ສ່ວນມູນຄ່າເກີນນີ້ ອາດຈະບໍ່ຫລາຍຄືໃນປີ 2023.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments