Saturday, July 27, 2024
Homeຂ່າວພາຍໃນສນຊ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ

ສນຊ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ

ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ປີນີ້ຄົບຮອບ 75 ປີ ( 20 ມັງກອນ 1949–20 ມັງກອນ 2024 ) ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດປາຖະກະຖາ ວັນດັ່ງກ່າວ ທີ່ ສນຊ ໂດຍເປັນກຽດປາຖະກະຖາຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ມີທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ບັນດາທ່ານຮອງປະທານ ສນຊ ພະເຖລະນຸເຖລະ ບັນດາກໍາມະການ ສນຊ ສະມາຄົມ ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ສນຊເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ແບບວີດີໂອທາງໄກຢູ່ບັນດາແຂວງທົ່ວປະເທດ ໃນວັນທີ 12 ມັງກອນ 2024.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອ ແຫ່ງການກຳເນີດເຕີບໃຫ່ຍຂະ ຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫລອດໄລຍະ 75 ປີ ກອງທັບປະຊາຊົນເຮົາຈະຕັ້ງໜ້າປະຕິບັດບັນດາໜ້າທີ່ດັ່ງນີ້: ສືບຕໍ່ເອົາໃຈໃສ່ສຶກສາອົບຮົມມູນເຊື້ອ ທາດແທ້ປະຕິວັດ ແລະ ທາດແທ້ປະຊາຊົນຂອງກອງທັບປະຊາຊົນໃຫ້ເລິກເຊິ່ງ ແລະ ໜັກແໜ້ນ ເພີ່ມທະວີຄວາມບໍລິສຸດຕໍ່ປະເທດຊາດ ຕໍ່ພັກ ແລະ ປະຊາຊົນເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ໂດຍສະເພາະມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດໃຫ້ເປັນຂະບວນການ ແລະ ມີໝາກຜົນຕົວຈິງ ຕັ້ງໜ້າປຸກລະດົມທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນເຂົ້າຮ່ວມວຽກງານປ້ອງກັນຊາດ (ປກຊ) ປ້ອງກັນຄວາມສະຫງົບ (ປກສ) ເຮັດໃຫ້ທົ່ວປະເທດມີຄວາມສະຫງົບຢ່າງໜັກແໜ້ນດ້ວຍຍຸດທະສາດຫັນລົງກໍ່ສ້າງຮາກຖານການເມືອງ ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ຂັ້ນທົ່ວປວງຊົນຮອບດ້ານຕິດພັນກັບວຽກງານ 3 ສ້າງ ແລະ ແກ້ໄຂໜໍ່ແໜງຄວາມບໍ່ສະຫງົບໃຫ້ເດັດຂາດ ແລະ ທັນກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ ເພີ່ມທະວີການນຳພາຂອງພັກຕໍ່ກຳລັງປະກອບອາວຸດປ້ອງກັນຊາດ ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນທາງດ້ານຄຸນທາດການເມືອງ ຄຸນທາດປະຕິວັດ ມີແບບແຜນ ມີລະບຽບວິໄນ ມີຄວາມທັນສະໄໝ ແລະ ເອົາໃຈໃສ່ກໍ່ສ້າງຖັນແຖວນັກຮົບດ້ວຍການຍົກລະດັບສີລະປະຍຸດ ຍຸດທະວິທີໃຫ້ມີຄວາມຄ່ອງແຄ້ວ ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສ້າງກອງປອດໃສ ປອດໄພ ແລະ ປອດຄະດີ ກໍສ້າງພະນັກງານສືບທອດທີ່ມີຄຸນນະພາບ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ໃນກອງທັບ ເຊີດຊູນ້ຳໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ນ້ຳໃຈປະຢັດມັດທະຍັດ ສຸມໃສ່ສ້າງພະລາທິການກັບທີ່ ຂຸດຄົ້ນທ່າແຮງບົ່ມຊ້ອນຂອງກົມກອງທ້ອງຖິ່ນເຂົ້າໃນການປັບປຸງກໍ່ສ້າງຄ້າຍຄູ ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດການຜະລິດກະສິກຳໃນທົ່ວກອງທັບ ເພື່ອຍົກລະ ດັບຊີວິດການເປັນຢູ່ຂອງກອງທະຫານໃຫ້ດີຂຶ້ນ ແລະ ຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ແກ່ກົມກອງ ແລະ ກອງ ທັບ ເຊື່ອມຊຶມ ກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ ເພີ່ມທະວີການພົວພັນຮ່ວມມືກັບກອງທັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ສສ ຫວຽດນາມ ສປ ຈີນ ແລະ ປະເທດເພື່ອນມິດບັນດາປະເທດໃກ້ຄຽງ ຮ່ວມມືໃນຂອບອາຊຽນເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ ສະຖຽນລະພາບ ແລະ ການຮ່ວມມືສາກົນ ເພື່ອເຮັດສຳເລັດໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ບັນດາພະນັກງານນັກຮົບ ນາຍ ແລະ ພົນທະຫານໃນທົ່ວກອງທັບເຮົາຈົ່ງອອກແຮງເສີມຂະຫຍາຍທາດແທ້ ມູນເຊື້ອຂອງຊາດ ແລະ ຂອງກອງທັບ ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງແກ່ນສານໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ກອງທັບເຮົາຈົ່ງກ້າວຂຶ້ນຍາດເອົາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃຫ້ສົມກັບຄຳສັ່ງສອນຂອງປະທານ ໄກສອນ ພົມວິ ຫານ ເວົ້າວ່າ: “ເວລາໃດກອງທັບກໍນຳໜ້າທຸກວຽກງານ ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກ ສຳເລັດທຸກໜ້າທີ່ ຕີເອົາຊະນະສັດຕູທຸກໂຕ ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນຄົມແຫຼມຂອງພັກ”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments