Saturday, July 27, 2024
Homeຂ່າວພາຍໃນບໍລິສັດ ພີເອດສແອວ ເຊີວິດ ມອບເງິນອຸປະຖໍາໃຫ້ ກົມໃຫຍ່ເສນາທິການກອງທັບ

ບໍລິສັດ ພີເອດສແອວ ເຊີວິດ ມອບເງິນອຸປະຖໍາໃຫ້ ກົມໃຫຍ່ເສນາທິການກອງທັບ

ວັນທີ 11 ມັງກອນ 2023 ນີ້, ບໍລິສັດ ພີເອສແອວເຊີວິດ ຈໍາກັດຜູ້ດຽວ ນຳໂດຍທ່ານ ນາງ ພວງທອງ ສຸຍະວົງ ປະທານ ບໍລິສັດ ພີເອສແອວເຊີວິດ ຈໍາກັດຜູ້ດຽວ ພ້ອມດ້ວຍຄະນະ ໄດ້ມອບເງິນອຸປະຖໍາຊຸກຍູ້ ໃຫ້ກົມໃຫຍ່ເສນາທິການກອງທັບ ຈໍານວນເງິນ 100.000.000 ກີບ ກ່າວຮັບໂດຍສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ຫົວໜ້າກົມໃຫຍ່ເສນາທິ ການກອງທັບ ແລະ ມອບໃຫ້ຫ້ອງການ ກົມໃຫຍ່ເສນາທິການກອງທັບ ຈໍານວນເງິນ 100.000.000 ກີບ ກ່າວຮັບໂດຍ ສະຫາຍພັນເອກ ສຸລິໄຊ ພິຈິດ ຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ເພື່ອປະກອບສ່ວນຊຸກຍູ້ອັນສຳຄັນເຂົ້າໃນການເຄື່ອນໄຫວວຽກງານດ້ານຕ່າງໆ ຂອງກົມໃຫຍ່ເສນາທິການກອງທັບ ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

ໂອກາດນີ້ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈເປັນຢ່າງສູງມາຍັງ ທ່ານ ນາງ ພວງທອງ ສຸຍະວົງ ປະທານ ບໍລິສັດ ພີເອສແອວ ເຊີວິດ ຈໍາກັດຜູ້ດຽວທີ່ໃຫ້ການຊຸກຍູ້ອຸປະຖໍາກົມໃຫຍ່ເສນາທິການກອງທັບໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ປະທານບໍລິສັດ ພ້ອມຄະນະ ຈົ່ງສຸຂະພາບເຂັ້ມແຂງ ດຳເນີນທຸລະກິດໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

ໂດຍ: ພຸດທະວອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments