Saturday, July 27, 2024
Homeຂ່າວພາຍໃນມອບລາງວັນ ໃຫ້ແກ່ຜູ້ຊະນະການແຂ່ງຂັນ ລາວດີຈີຕອນອາວອດ ປະຈໍາປີ 2024

ມອບລາງວັນ ໃຫ້ແກ່ຜູ້ຊະນະການແຂ່ງຂັນ ລາວດີຈີຕອນອາວອດ ປະຈໍາປີ 2024

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ຈັດພິທີມອບລາງວັນ ໃຫ້ແກ່ຜູ້ຊະນະການແຂ່ງຂັນ ລາວດີຈີຕອນອາວອດ ປະຈໍາປີ 2024 (Lao Digital Awards 2024) ຢ່າງເປັນທາງການ ໃນວັນທີ 13 ມັງກອນ ນີ້ ທີ່ຫໍປະຊຸມແຫ່ງຊາດ. ເປັນກຽດໃນພິທີ, ທ່ານ ສັນຕິສຸກ ມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜູ້ຊີ້ນໍາວຽກງານສັບປະດາດິຈິຕ໋ອນປະຈໍາປີ 2024, ພ້ອມດ້ວຍທິມງານທີ່ເຂົ້າຮ່ວມແຂ່ງຂັນ, ທີມງານຊະນະເລີດ ແລະ ແຂກເຂົ້າຮ່ວມ

ໃນພິທີ ທ່ານ ຄໍາຫຼ້າ ສຸນນະລັດ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບການຈັດງານແຂ່ງຂັນ, ປະເພດຂອງການແຂ່ງຂັນໄດ້ແບ່ງອອກເປັນ 5 ໝວດການແຂ່ງຂັນ (ລວມ 25 ຜະລິດຕະພັນ), ຮອງຊະນະເລີດ ອັນດັບ 2 ຊຶ່ງປະກອບດ້ວຍ: 5 ໝວດການແຂ່ງຂັນ ຄື: A ໝວດພາກລັດ, ສາທາລະນະ ໄດ້ແກ່ທີມ: ລະບົບຖານຂໍ້ມູນການທ່ອງທ່ຽວແບບເອເລັກໂຕຣນິກ ຂອງ ສປປ ລາວ ຈາກສະຖາບັນຄົ້ນຄວ້າອັດສະລິຍະ; B ໝວດພາກເອກະຊົນ ໄດ້ແກ່ທີມ: Loudchat, ຈາກບໍລິສັດ ສິຣິຈະເລີນໄຊ ຈໍາກັດຜູ້ດຽວ; C ໝວດຜະລິດຕະພັນ Start Up ທີມ: ລາວໄວ້ເບດ LaoVibes ຈາກບໍລິສັດ ອານັນຊັບ ຈໍາກັດ; D ໜວດນັກສຶກສາ, ແນວຄວາມສ້າງສັນ ທີມ: Sangsai Application ທ້າວ ພຸດທະສອນ ຈັນທະວົງສາ ແລະ ທີມງານ; E ການແຂ່ງຂັນ ແຮກຄິ້ງຊາເລັ່ນ ໄດ້ແກ່ທີມ: CS_ERROR404. ຮອງຊະນະເລີດ ອັນດັບ1 ຊຶ່ງປະກອບດ້ວຍ: 5 ໝວດການແຂ່ງຂັນຄື: A ໝວດພາກລັດ, ສາທາລະນະ ໄດ້ແກ່ທີມ: ລະບົບອອກໃບອະນຸຍາດດ້ານໄອຊີທີ (TCAP) ຈາກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງອຸດົມໄຊ; B ໝວດພາກເອກະຊົນ ໄດ້ແກ່ທີມ: Laos Health ຈາກບໍລິສັດ ສະຕາໂທລະຄົມຈໍາກັດ; C ໝວດຜະລິດຕະພັນ Start Up ໄດ້ແກ່ທີມ: ຄິດຮອດຈາກ ບໍລິສັດ ຄິດຮອດດ໋ອດລາ; D ໜວດນັກສຶກສາ, ແນວຄວາມສ້າງສັນ ໄດ້ແກ່ທີມ: Preppathຈາກ ທ້າວ ທິລະເດດ ຄໍາຮຸ່ງ ແລະ ທີມງານ; E ການແຂ່ງຂັນ ແຮກຄິ້ງຊາເລັ່ນ ໄດ້ແກ່ທີມ: Nissan.

ລາງວັນຊະນະເລີດ ຊຶ່ງປະກອບດ້ວຍ: 5 ໝວດການແຂ່ງຂັນ ຄື: A ໝວດພາກລັດ, ສາທາລະນະ ໄດ້ແກ່ທີມ: ລະບົບຄັງສໍາເນົາເອກະສານແບບເອເລັກໂຕຣນິກ (E-BOOK) ຈາກສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ; B ໝວດພາກເອກະຊົນ ໄດ້ແກ່ທີມ: ewent.laຈາກ ບໍລິສັດ HOD Medai ຈໍາກັດຜູ້ດຽວ; C ໝວດຜະລິດຕະພັນ Start Up ໄດ້ແກ່ທີມ: EASY Gold By khamphouvong ຈາກບໍລິສັດ KPV Group. D ໜວດນັກສຶກສາ, ແນວຄວາມສ້າງສັນ ໄດ້ແກ່ທີມ: 4B for Bussinessຈາກ ທ້າວ ໄຊວິລິຍະ ວັນນະວົງ ແລະ ທີມງານ. E ການແຂ່ງຂັນ ແຮກຄິ້ງຊາເລັ່ນ ໄດ້ແກ່ທີມ: ນໍ້າຫວານລວມມິດ.

(ຂ່າວ-ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments