Saturday, July 27, 2024
Homeຂ່າວຕ່າງປະເທດWHO ເຕືອນ ໂຄວິດ-19 ຍັງເປັນສະຖານະການທີ່ຕ້ອງເຝົ້າຕິດຕາມ

WHO ເຕືອນ ໂຄວິດ-19 ຍັງເປັນສະຖານະການທີ່ຕ້ອງເຝົ້າຕິດຕາມ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ທ່ານ ດຣ. ເທໂດຣສ ອາດຮານອມ ເກເບຣຢາຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ກ່າວວ່າ: ສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງແມ່ນວ່າບໍ່ແມ່ນພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດອີກຕໍ່ໄປ ແຕ່ເປັນສະຖານະການທີ່ຍັງຄົງຕ້ອງເຝົ້າຕິດຕາມຢ່າງໃກ້ຊິດ ແລະ ໃນຂະນະນີ້ເຊື້ອພະຍາດໂຄວິດ-19 ສາຍພັນ ໃໝ່ກຳລັງເປັນທີ່ໜ້າສັງເກດການ.

ທັງນີ້, WHO ໄດ້ບັນທຶກສະຖິຕິຜູ້ປ່ວຍພະຍາດໂຄວິດ-19 ເກືອບ 10.000 ຄົນ ໃນເດືອນທັນວາ 2023 ຜ່ານມາ ຂະນະທີ່ສະຖິຕິການເຂົ້າປິ່ນປົວໃນໂຮງໝໍເພີ່ມຂຶ້ນ 42% ແລະ ສະຖິຕິຜູ້ປ່ວຍພະຍາດໂຄວິດ-19 ໃນຫ້ອງ ICU ເພີ່ມຂຶ້ນ 62% ເມື່ອທຽບກັບສະຖິຕິຂອງເດືອນພະຈິກ 2023 ຜ່ານມາ ໂດຍຂໍ້ມູນດັ່ງກ່າວມາຈາກກຸ່ມປະເທດຕົວຢ່າງເກືອບ 50 ແຫ່ງ ສ່ວນໃຫຍ່ຢູ່ໃນພາກພື້ນເອີຣົບ ແລະ ອາເມຣິກາ. ອີກຢ່າງໜຶ່ງ, WHO ໄດ້ຢຸດຕິການປະກາດໃຫ້ພະຍາດໂຄວິດ-19 ເປັນພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດເມື່ອເດືອນພຶດສະພາ 2023 ນັບແຕ່ມີການຢືນຢັນຜູ້ປ່ວຍທີ່ເມືອງອູຮັ່ນ ສປ ຈີນ ເມື່ອທ້າຍປີ 2019.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments