Saturday, July 27, 2024
Homeຂ່າວການເມືອງທູດລາວປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຄຳນັບ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ

ທູດລາວປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຄຳນັບ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ

ວັນທີ 12 ມັງກອນ 2024 ສະຫາຍ ນາງ ຄຳເພົາ ເອີນທະວັນ ພ້ອມຄະນະ ສະຖານເອກ ອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຄຳນັບ ສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍ ສູນກາງພັກກອມມູນິດຫວຽດນາມ ໂອກາດທີ່ສະຫາຍດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມ ເຊີຍຕໍ່ການມາປະຕິບັດໜ້າທີ່ ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ປະຈໍາ ສສ ຫວຽດນາມ ຂອງສະຫາຍ ນາງ ຄຳເພົາ ເອີນທະວັນ ສະຫາຍໄດ້ສະແດງຄວາມດີໃຈທີ່ເຫັນວ່າ ໃນໄລຍະຜ່ານມາ ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດໄດ້ຮັບການຂະຫຍາຍຕົວ ແລະ ເຂົ້າສູ່ລວງເລິກ ປະກົດຜົນເປັນຈິງ ມີປະສິດທີ່ຜົນສູງໃນຫຼາຍຂົງເຂດ ເປັນຕົ້ນແມ່ນຂົງເຂດການເມືອງ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາ ເສດຖະ ກິດ-ສັງຄົມ ຂອງແຕ່ລະປະເທດ ພັກ ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືສຳຄັນ ຕໍ່ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອດດ້ານ ແລະ ສະແດງ ຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການສະໜັບສະໜູນ ຊ່ວຍເຫຼືອອັນລ້ຳຄ່າຂອງພັກ ລັດ ແລະ ປະຊາຊົນ ລາວໃນສະໄໝຕໍ່ສູ້ກູ້ຊາດ ກໍຄືໃນພາລະກິດປ່ຽນແປງໃໝ່ໃນປັດຈຸບັນ.

ສຳລັບ ການພົວພັນຮ່ວມມືຂອງສອງຄະນະຂົນຂວາຍ ສຸນກາງພັກກອມມູນິດຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ຜ່ານມາ ໄດ້ມີຫຼາຍບົດບັນທຶກໃນການຮ່ວມມື ແລກປ່ຽນບົດຮຽນ ທັງທິດ ສະດີ ແລະ ພຶດຕິກຳຕົວຈິງມາໂດຍຕະຫຼອດ ສະຫາຍຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້ ຄວາມສາມາດ ແລະ ປະສົບປະການໃນວຽກງານການທູດຫຼາຍປີຜ່ານມາ ສະຫາຍເອກອັກ ຄະລັດຖະ ທູດຄົນໃໝ່ ຈະປະຕິບັດໜ້າທີ່ໆພັກ ແລະ ລັດຖະບານມອບໃຫ້ເປັນຢ່າງຈົບງາມ ສືບຕໍ່ເປັນຂົວ ຕໍ່ອັນ ສຳຄັນໃຫ້ແກ່ການພົວພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂອກາດດຽວ ສະຫາຍ ນາງ ຄໍາເພົາ ເອີນທະວັນ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ສະໜິດສະໜົມ ຝາກຄຳຢື້ຢາມຖາມຂ່າວອັນ ອົບອຸ່ນ ແລະ ຄຳອວຍພອນ ອັນປະເສີດຈາກສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມ ການເມືອງສູນກາງພັກ ປະທານສູນກາງ ແນວລາວສ້າງຊາດ ເຖິງສະຫາຍ ນາງ ບຸ່ຍ ຖິ ມິງ ຮວ່າຍ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍສູນກາງ ພັກກອມມູນິດຫວຽດນາມ ແລະ ຄະນະ ເນື່ອງໃນໂອກາດປີໃໝ່ສາກົນ 2024 ແລະ ປີໃໝ່ປະຈຳຊາດຫວຽດນາມ ໃກ້ຈະໝູນວຽນມາເຖິງນີ້ ສະຫາຍຍັງໄດ້ສະແດງຄວາມຍິນດີຕໍ່ໝາກຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ເຊິ່ງນຳໂດຍສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ ເຮັດໃຫ້ປະເທດຊາດພັດທະນາຢ່າງຮອບດ້ານ ແລະ ກ້າວກະໂດດ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ໄດ້ຢ່າງວ່ອງໄວ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນຢ່າງຈະແຈ້ງ ອິດທິພົນ ບົດບາດ ຊື່ສຽງຂອງຫວຽດນາມນັບມື້ນັບສູງເດັ່ນຂຶ້ນໃນພາກພື້ນ ແລະ ສາກົນ ພ້ອມນີ້ ສະຫາຍຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ ເວົ້າສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງສອງຄະນະພົວພັນຕ່າງປະເທດສູນກາງພັກ ເຊິ່ງສະແດງອອກໃນການກະກຽມການຢ້ຽມຢາມຂອງຜູ້ນຳຂັ້ນສູງສຸດຂອງສອງປະເທດໃນໄລຍະຜ່ານມາ.

ສະຫາຍ ເອກອັກຄະລັດຖະທູດລາວ ຍັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ພັກ ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ສະແດງເຖິງນ້ຳໃຈ ຄວາມສາມັກຄີພິເສດ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເຊິ່ງມີໜຶ່ງດຽວໃນໂລກ.

ຂ່າວ;ພາບ: ສະຖານທູດລາວທີ່ຮ່າໂນ້ຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments