Saturday, July 27, 2024
Homeຂ່າວໜ້າໜຶ່ງປະທານປະເທດຕ້ອນຮັບກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸ ມາຣີ ແຫ່ງ ລາຊະອານາຈັກໄທ

ປະທານປະເທດຕ້ອນຮັບກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸ ມາຣີ ແຫ່ງ ລາຊະອານາຈັກໄທ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ລາຊະອານາຈັກໄທ ໄດ້ສະເດັດຢ້ຽມຢາມ ສປປ ລາວ ແລະ ເປັນອົງປະທານຮ່ວມໃນພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ທັງປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃນວັນທີ 12 ມັງກອນ 2024.

ໃນໂອກາດການສະເດັດຢ້ຽມຢາມ ສປປ ລາວ ກົມສົມເດັດພະເທບ ແລະ ຄະນະໄດ້ເຂົ້າພົບປະກັບທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຊິ່ງທ່ານ ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການສະເດັດຢ້ຽມຢາມ ສປປ ລາວ ຄັ້ງນີ້ ອັນຈະເປັນນິມິດໝາຍສໍາຄັນອີກຄັ້ງໜຶ່ງ ໃນການເພີ່ມທະວີການພົວພັນ ແລະ ຮ່ວມມື ລາວ ແລະ ໄທ ພາຍຫຼັງທີ່ສອງປະເທດ ໄດ້ຍົກລະດັບການພົວພັນ ເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ພະຣາຊີນີ ແລະ ພະບໍຣົມວົງສານຸວົງທຸກພະອົງ ພ້ອມທັງໄດ້ສົ່ງຄໍາເຊື້ອເຊີນ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ພະຣາຊີນີ ສະເດັດຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ເພື່ອເປັນ ສິຣິມຸງຄຸນໃຫ້ແກ່ ການພົວພັນຮ່ວມມື ລະຫວ່າງສອງປະເທດ ພ້ອມນີ້ທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ບັນດາໂຄງການອັນເນື່ອງມາຈາກພະຣາຊະດໍາຣິ ຂອງພະບໍຣົມວົງສານຸວົງ ແຫ່ງ ລາຊະອານາຈັກໄທ ໂດຍສະເພາະບັນດາໂຄງການຂອງ ກົມສົມເດັດພະເທບ ເປັນຕົ້ນ ດ້ານກະສິກໍາ ການສຶກສາ ສາທາລະນະສຸກ ເຕັກໂນໂລຊີ ແລະ ໂຄງລ່າງພື້ນຖານຕ່າງໆ.

ໃນຂະນະດຽວກັນ ກົມສົມເດັດພະເທບ ກໍໄດ້ສະແດງຄວາມຍິນດີຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ຮູ້ສຶກດີໃຈເປັນຢ່າງຍິ່ງ ທີ່ໄດ້ສະເດັດຢ້ຽມຢາມ ສປປ ລາວ ອີກຄັ້ງໜຶ່ງ ພາຍຫຼັງທີ່ບໍ່ໄດ້ສະເດັດຢ້ຽມຢາມເປັນເວລາ 6 ປີແລ້ວ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ເຫັນວ່າ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-ໄທ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ໃນຕອນຄໍ່າຂອງວັນດຽວກັນ ກົມສົມເດັດພະເທບ ແລະ ຄະນະ ກໍໄດ້ສະເດັດກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments