Saturday, July 27, 2024
Homeທຸລະກິດສະໜາມຍິງປືນ 20 ມັງກອນ ເອົາໃຈໃສ່ປັບປຸງຂອດການບໍລິການ

ສະໜາມຍິງປືນ 20 ມັງກອນ ເອົາໃຈໃສ່ປັບປຸງຂອດການບໍລິການ

ພາຍຫລັງທີ່ເປີດນໍາໃຊ້ແຕ່ປີ 2022 ເປັນຕົ້ນມາ, ສະໜາມຍິງປືນ 20 ມັງກອນ ກໍໄດ້ເອົາໃຈໃສ່ປັບປຸງ ແລະ ຮັບໃຊ້ໃຫ້ແກ່ມວນຊົນ ກໍຄື ພະນັກງານ-ນັກຮົບ ໃນກອງທັບທີ່ເຂົ້າມາຝືກແອບ-ຝືກຊ້ອມກິລາຍິງປືນຢູ່ໃນສະໜາມ. ມາຮອດປັດຈຸບັນ, ໄດ້ປັບປຸງສຳເລັດຕາມແຜນການ ແລະ ຄາດໝາຍທີ່ວາງໄວ້ ໂດຍໄດ້ເປີດບໍລິການທຸກໆວັນ (ນັບແຕ່ວັນຈັນ-ວັນທິດ ເລີ່ມແຕ່ເວລາ 9:00-17:00 ໂມງ) ເພື່ອຮັບໃຊ້ໃຫ້ແກ່ພະນັກງານ-ນັກຮົບ ແລະ ພາກສ່ວນຕ່າງທີ່ມີຄວາມສົນໃຈເຂົ້າມາຝືກແອບກິລາຍິງປືນ.

ທ່ານ ພິມພາ ສີໂພໄຊ ອຳນວຍການສະໜາມຍິງປືນ 20 ມັງກອນ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ສໍາລັບພາກສ່ວນກົມກອງກຳລັງຫລວງ, ກໍາລັງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ຂຶ້ນກັບລັດ ທີ່ເຂົ້າມາໃຊ້ບໍລິການຝືກແອບກິລາຍິງປືນ ຢູ່ໃນສະໜາມຍິງປືນ 20 ມັງກອນ ຈະຍົກເວັນຄ່າບໍລິການ ແລະ ໄດ້ຮັບສ່ວນຫລຸດ 20% ຂອງລູກກະສູນ. ສະໜາມຍິງປືນ 20 ມັງກອນ ນອກຈາກຈະບໍລິການຮັບໃຊ້ຝືກແອບກິລາຍິງປືນແລ້ວ, ຍັງມີບໍລິການຮ້ານອາຫານປະເພດຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ລູກຄ້າທີ່ເຂົ້າມາໃຊ້ບໍລິການຢູ່ສະໜາມຝືກແອບຍິງປືນຕາມຄວາມຮຽກຮ້ອງຕ້ອງການ. ສຳລັບປະເພດກິລາຍິງປືນແມ່ນມີ ປະເພດປືນສັ້ນທຸກຊະນິດ ໄລຍະຍິງມີ 10 ແມັດ, 15 ແມັດ ແລະ 25 ແມັດ ມີຍິງທັງເປົ້າເຈ້ຍ ແລະ ເປົ້າເຫລັກ, ມີປະເພດປືນຍາວ, ໃນໄລຍະຜ່ານມາທາງສະໜາມຍິງປືນ 20 ມັງກອນ ກໍໄດ້ປະກອບ ສ່ວນເຂົ້າໃນການຝືກຊ້ອມກິລາຍິງປືນ ໃຫ້ແກ່ກອງທັບ ກໍຄື ຮັບໃຊ້ໃນການແຂ່ງຂັນກິລາຍິງປືນໃນງານຕ່າງໆ.

ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີນີ້, ອຳນວຍການສະໜາມຍິງປືນ 20 ມັງກອນ ໄດ້ສະແດງຄໍາອວຍພອນມາຍັງການນຳພັກ-ລັດ ໂດຍສະເພາະແມ່ນການນໍາກະຊວງປ້ອງກັນປະເທດ ຕະຫລອດຮອດພະນັກງານ-ນັກຮົບໃນທົ່ວກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້.

ຂ່າວ: ບິກໄຊ ສົມພູ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments