Saturday, July 27, 2024
Homeຂ່າວພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຜີຍແຜ່ເຊື່ອມຊຶມວັນສ້າງຕັ້ງກອງທັບ ແລະ ວັນຄ້າຍວັນເກີດປະທານ ຄຳໄຕ ສີພັນດອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຜີຍແຜ່ເຊື່ອມຊຶມວັນສ້າງຕັ້ງກອງທັບ ແລະ ວັນຄ້າຍວັນເກີດປະທານ ຄຳໄຕ ສີພັນດອນ

ໃນຕອນເຊົ້າ ວັນທີ 10 ມັງກອນ 2024 ຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ (ຫສນຍ) ໄດ້ຈັດກອງປະ ຊຸມເຜີຍແຜ່ເຊື່ອມຊຶມ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 ຫາ 20 ມັງກອນ 2024) ແລະ ວັນຄ້າຍວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924 ຫາ 8 ກຸມພາ 2024) ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີສະຫາຍກຳມະການສູນກາງພັກ, ລັດຖະມົນຕີ ປະຈຳ ສນຍ, ສະຫາຍຮອງເລຂາຄະນະພັກ ຫສນຍ, ບັນດາສະ ຫາຍ ຄະນະບໍລິຫານງານພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ເຂົ້າຮ່ວມ.

ຈຸດປະສົງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ ແລະ ເປັນເອກະພາບ ກ່ຽວກັບປະຫວັດການກຳເນີດ, ຄວາມໝາຍ, ຄວາມສຳຄັນ, ຜົນງານ, ມູນເຊື້ອອັນສະຫງ່າອົງອາດກ້າຫານ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ, ລວມທັງ ຜົນງານ, ຄຸນງາມຄວາມດີ ແລະ ມູນເຊື້ອຄວາມເປັນແບບຢ່າງ ຂອງປະທານ ຄໍາໄຕ ສີພັນດອນ, ແນໃສ່ເຮັດໃຫ້ສະມາຊິກພັກ-ພະນັກງານ ຫສນຍ ສືບຕໍ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ຮໍ່າຮຽນເອົາມູນເຊື້ອອັນດີງາມ ແລະ ຄວາມເປັນແບບຢ່າງ ຂອງພະນັກງານ, ນັກຮົບປະຕິວັດ ເພື່ອນຳໄປໝູນໃຊ້ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ແລະ ການດຳລົງຊີວິດຕົວຈິງ ໃຫ້ເກີດດອກອອກຜົນ ຕໍ່ປະເທດຊາດ ແລະ ປະຊາຊົນ ຢ່າງແທ້ຈິງ.

ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ສົມພອນ ແກ້ວມີໄຊ, ອະດີດປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍໄດ້ຍົກໃຫ້ເຫັນເຖິງສະພາບແວດລ້ອມກ່ອນການສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຊຶ່ງໃນໄລຍະປີ 1946-1949 ປະຕິບັດຕາມແນວທາງການຕໍ່ຕ້ານ “ຍືດເຍື້ອຍາວນານເດັດຂາດມີໄຊ” ຂອງພັກ, ທຸກກໍາລັງໄດ້ຫັນລົງສູ່ຊົນນະບົດ ສ້າງເຂດທີ່ໝັ້ນ, ກໍ່ສ້າງຮາກຖານໃນໝູ່ປະ ຊາຊົນ, ປຸກລະດົມຂົນຂວາຍປະຊາຊົນ ກໍ່ສ້າງກຳລັງປະກອບອາວຸດຢູ່ທ້ອງຖິ່ນ, ປະຕິບັດຍຸດທະສາດສົງຄາມກອງຫຼອນ ຊຶ່ງໄລຍະດັ່ງກ່າວ ສົງຄາມກອງຫຼອນ ໄດ້ປະກົດຕົວຂຶ້ນຢູ່ຫຼາຍທ້ອງຖິ່ນ ແລະ ການຈັດຕັ້ງກຳລັງປະກອບອາວຸດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງລຽນຕິດ ເຊັ່ນ: ສ້າງຕັ້ງກອງຟ້າງຸ່ມ ຢູ່ວຽງຈັນ, ກອງໄຊຈັກກະພັດ ຢູ່ພາກໃຕ້, ກອງປັດໄຈ ຢູ່ຊຽງຂວາງ, ກອງໄຊເຊດຖາ ຢູ່ພາກກາງ, ສ້າງຕັ້ງຄະນະຕະລຸມບອນລາວເໜືອ, ກອງໂຄສະນາປະກອບອາວຸດ. ຈາກສະພາບແວດລ້ອມດັ່ງກ່າວ, ມາຮອດວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ, ເຂດລາວຮຸ່ງພຽງສາ, ເມືອງຊຽງຄໍ້, ແຂວງຫົວພັນ ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ກອງລາດຊະວົງ” ຂຶ້ນຢ່າງເປັນທາງການ ແລະ ໃນມື້ດຽວກັນ ພາຍໃຕ້ການນໍາພາອັນແທດເຖິງຂອງສາຂາພັກກອມມູນິດອິນດູຈີນ ປະຈໍາແຄວ້ນລາວ ກໍໄດ້ຈັດຕັ້ງກອງປະຊຸມ ໂດຍເອົາສະຖານທີ່ກອງລາດຊະວົງເປັນບ່ອນປະຊຸມ ແລະ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະ ຢ່າງເປັນທາງການ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງ. ຖັດຈາກນັ້ນມາ, ກໍໄດ້ປະກາດຮັບເອົາບັນດາກອງເອກະລາດອື່ນໆ ເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ໂຮມເຂົ້າເປັນກອງທັບລາວອິດສະຫຼະ. ນັບແຕ່ນັ້ນມາ, ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງ “ກອງທັບປະຊາຊົນລາວ”. ການກໍາເນີດ ແລະ ການຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະເວລາ 75 ປີຜ່ານມາ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນຍາດເອົາໄຊຊະນະຢ່າງເນື່ອງນິດລຽນຕິດ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ເຊິ່ງພັກເຮົາເວລາໃດ ກໍໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໜ້າທີ່ຕົ້ນຕໍ ແລະ ຖືສໍາຄັນເປັນອັນດັບໜຶ່ງ; ກອງທັບປະຊາຊົນລາວ ກໍ່ໄດ້ຕັ້ງໜ້າ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໄດ້ຢ່າງໝັ້ນຄົງ ຍ້ອນຜົນງານ ແລະ ຄຸນງາມຄວາມດີ ຂອງກອງທັບປະຊາຊົນລາວ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ຈຶ່ງມີກົມກອງ, ບຸກຄົນ ທີ່ໄດ້ກາຍເປັນວິລະຊົນແຫ່ງຊາດ ແລະ ເປັນນັກຮົບແຂ່ງຂັນ; ກອງທັບປະຊາຊົນລາວຍາມໃດ ກໍ່ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ; ໃນພຶດຕິກໍາແຫ່ງການຕໍ່ສູ້ກູ້ຊາດຢຶດເຍື້ອຍາວນານ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ກອງທັບປະຊາຊົນລາວ ແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດປະຊາຊົນ ມີຄວາມຈົ່ງຮັກພັກດີ, ມີຄວາມບໍລິສຸດຜຸດຜ່ອງ, ມີຄວາມເດັດດ່ຽວໜຽວແໜ້ນ, ມີລະບຽບແບບແຜນທີ່ເຂັ້ມງວດ, ມີຄວາມອົງອາດກ້າຫານ, ມີນ້ໍາໃຈເສຍສະຫຼະອັນສູງສົ່ງ ພ້ອມທັງ ຍອມເສຍສະຫຼະຊີວິດ ເພື່ອຊາດ ແລະ ປະຊາຊົນ. ນອກນັ້ນ, ກອງທັບປະຊາຊົນລາວ ກໍ່ມີຄວາມສາມັກຄີກັບກອງທັບປະຊາຊົນ ບັນດາປະເທດເພື່ອນມິດທີ່ກ້າວໜ້າໃນໂລກ ໂດຍສະເພາະ ຄວາມສາມັກຄີຮ່ວມສໍາພັນສູ້ຮົບແບບພິເສດ ກັບເພື່ອນມິດຍຸດທະສາດ ເຊິ່ງສິ່ງເຫຼົ່ານີ້ ມັນໄດ້ກາຍເປັນມູນເຊື້ອອັນສະຫງ່າອົງອາດຂອງກອງທັບ ແລະ ກໍາລັງປະກອບອາວຸດ ຂອງປະຊາຊົນເຮົາຕະຫຼອດມາ.

ຫຼັງຈາກນັ້ນ, ສະຫາຍ ອາລຸນໄຊ ສູນນະລາດ ກໍ່ໄດ້ໃຫ້ກຽດສືບຕໍ່ເຜີຍແຜ່ເອກະສານວັນຄ້າຍວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໂດຍໄດ້ຍົກໃຫ້ເຫັນຊີີວິດ, ການເຄື່ອນໄຫວປະຕິວັດທີ່ພົ້ນເດັ່ນ, ຜົນງານອັນຍິ່ງໃຫຍ່ ແລະ ແບບຢ່າງອັນດີເລີດ ຂອງປະທານ ຄຳໄຕ ສີພັນດອນ; ໃນໄລຍະການເຄື່ອນໄຫວຂອງປະທານ ຄຳໄຕ ສີພັນດອນ ເພິ່ນໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າຢູ່ພາກໃຕ້ ໃນການເປັນຜູ້ຊ່ວຍລັດຖະບານລາວຕໍ່ຕ້ານ ໃນການນຳພາທະຫານລາວອິດສະຫຼະ, ຕໍ່ມາຖືກແຕ່ງຕັ້ງເປັນຫົວໜ້າເສນາທິການທະຫານລາວອິດສະຫຼະ ແລະ ຖືກມອບໝາຍໃຫ້ຊີ້ນຳທະຫານກອງໄຊຈັກກະພັດ ໃນຖານະທະຫານລາວຕໍ່ຕ້ານ ແຕ່ລະໜ້າວຽກທີ່ຖືກມອບໝາຍ ທ່ານໄດ້ເອົາໃຈໃສ່ນຳພາ, ຊີ້ນຳຈັດຕັ້ງປະຕິບັດເປັນຢ່າງດີ ໂດຍສະເພາະ ແມ່ນການກໍ່ສ້າງ ແລະ ປັບປຸງທະຫານລາວອິດສະຫຼະ ໃຫ້ມີຄວາມເຂັ້ມແຂງຂຶ້ນ; ປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນຳຮຸ່ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນຳຄົນອື່ນໆນຳພາ ເພື່ອພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນຳທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດ ເຕີບໃຫຍ່ຂະຫຍາຍຕົວ, ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ຫຼັງຈາກນັ້ນ, ກໍໄດ້ປະກອບສ່ວນຄົ້ນຄວ້າ, ກໍານົດທິດທາງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງ ແນວທາງປ່ຽນແປງ ໃໝ່ຂອງພັກ ຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງດັ່ງກ່າວ ໄດ້ຮັບຜົນສໍາເລັດອັນສໍາຄັນຫຼາຍດ້ານ ເພື່ອນໍາພາປະເທດຊາດກ້າວຂຶ້ນສູ່ ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ.

ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງປະທານ ຄຳໄຕ ສີພັນດອນ ທີ່ມີຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນຳເອົາແບບຢ່າງທີ່ດີໜູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາ ຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາ ປະເທດຊາດ ກ້າວຂຶ້ນຕາມອຸດົມການຂອງພັກ ຢ່າງມີໄຊ ນັ້ນ, ສະຫາຍ ອາລຸນໄຊ ສູນນະລາດ ຍັງໄດ້ສະເໜີຜູ້ເຂົ້າຮ່ວມຮັບຟັງການເຜີຍແຜ່ຄັ້ງນີ້ ພ້ອມກັນຕັ້ງໜ້າຮໍ່າຮຽນເອົາແບບຢ່າງອັນດີເລີດ ຂອງເພິ່ນ ເພື່ອພ້ອມກັນສືບທອດພາລະກິດຂອງພັກ ໃນໄລຍະໃໝ່ ໃຫ້ຍາດໄດ້ຜົນສຳເລັດຢ່າງມີໄຊ.

ໃນໂອກາດເຜີຍແຜ່ເຊື່ອມຊຶມວັນສໍາຄັນຄັ້ງນີ້, ກອງປະຊຸມ ຍັງໄດ້ຊົົມບັນດາຮູບພາບ, ວີດີໂອ ກ່ຽວກັບການ ເຄື່ອນໄຫວ ທີ່ເປັນມູນເຊື້ອອັນດີງາມ ຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 75 ປີຜ່ານມາ; ບັນດາຮູບພາບ, ວີດີໂອການເຄື່ອນໄຫວ ຂອງປະທານ ຄໍາໄຕ ສີພັນດອນ. ນອກນັ້ນ ຍັງໄດ້ສ້າງກິດຈະກຳຖາມ-ຕອບ ກ່ຽວກັບຂໍ້ມູນ ແລະ ຄວາມຮູ້ ທີ່ໄດ້ນຳສະເໜີຜ່ານກອງປະຊຸມຄັ້ງນີ້້ ພ້ອມທັງ ມອບລາງວັນ ໃຫ້ຜູ້ທີ່ສາມາດຕອບໄດ້ຕື່ມອີກ ເຮັດໃຫ້ການເຜີຍແຜ່ເຊື່ອມຊຶມດັ່ງກ່າວ ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ສ້າງສັນ ແລະ ມີເນື້ອໃນເລິກເຊິ່ງຫຼາຍຂຶ້ນ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments