Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງລັດຖະມົນຕີກະຊວງຟື້ນຟູໄພພິບັດ ຍີ່ປຸ່ນ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງລັດຖະມົນຕີກະຊວງຟື້ນຟູໄພພິບັດ ຍີ່ປຸ່ນ

ໃນວັນທີ 11 ມັງກອນ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຊຶຈິຢຸ ຊິນາໂກະ (TSUCHIYA Shinako), ລັດຖະມົນຕີກະຊວງຟື້ນຟູໄພພິບັດ, ປະທານສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ພ້ອມດ້ວຍຄະນະ, ໃນໂອກາດທີ່ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 10-12 ມັງກອນ 2024. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ຄະນະຜູ້ແທນຍີ່ປຸ່ນ ທີ່ມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ຍີ່ປຸ່ນ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໃຫ້ສືບຕໍ່ໄດ້ຮັບການພັດທະນາຢ່າງແຫນ້ນແຟ້ນຍິ່ງຂຶ້ນໃນຕໍ່ຫນ້າ.

ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນໃຈຕໍ່ຄອບຄົວຜູ້ຖືກເຄາະຮ້າຍ ຈາກເຫດການແຜ່ນດິນໄຫວ, ເຮືອບິນຕຳກັນ ແລະ ໄຟໄຫມ້ຮ້ານຄ້າ ໃນອາທິດຜ່ານມາ, ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມດຽວກັນນີ້, ກໍ່ສະແດງຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ອາຊຽນ-ຍີ່ປຸ່ນ ແລະ ກອງປະຊຸມຜູ້ນໍາ AZEC (AZEC’s Leader Meeting) ໃນເດືອນທັນວາ 2023, ທີ່ ນະຄອນຫຼວງໂຕກຽວ ຢ່າງມີຜົນສຳເລັດອັນຈົບງາມ. ລັດຖະບານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອຈາກ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນໄລຍະຜ່ານມາ ກໍຄື ການຜັນຂະຫຍາຍແຜນປະຕິບັດງານ ລາວ-ຍີ່ປຸ່ນ (Action Plan) ແລະ ບັນດາໂຄງການທີ່ສໍາຄັນ ເປັນຕົ້ນຂົງເຂດການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ດ້ານສາທາລະນະສຸກ, ດ້ານກະສິກໍາ ແລະ ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ (UXO) ແລະ ອື່ນໆ.

ພິເສດ ແມ່ນໂຄງການປັບປຸງສະຫນາມກິລາເຈົ້າອານຸວົງ ເຊິ່ງເປັນສັນຍາລັກສໍາຄັນ (ຕໍ່ຈາກຊ້າງ ແລະ ດອກຊາກຸຣະ) ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ແລະ ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ຄົບຮອບ 10 ປີ ໃນປີ 2025 ທີ່ຈະມາເຖິງ ແລະ ໄດ້ສະແດງຄວາມຂອບໃຈ ສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ທີ່ໄດ້ຊຸກຍູ້ສະໜັບສະໜູນ ບັນດາໂຄງການຂອງ ສປປ ລາວ ທີ່ໄດ້ນໍາສະເໜີຕໍ່ ລັດຖະບານຍີ່ປຸ່ນ ຕະຫຼອດໄລຍະຜ່ານມາ ຢ່າງມີຜົນສຳເລັດ, ລວມທັງ ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ນີ້ ໃຫ້ປະສົບຜົນສຳເລັດຕາມຄາດຫມາຍ, ເຊິ່ງ ສປປ ລາວ ໄດ້ມີຄວາມພ້ອມທີ່ຈະໄດ້ຕ້ອນຮັບ ບັນດາແຂກຕ່າງປະເທດ, ສະມາຊິກອາຊຽນ, ບັນດາຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມພັດທະນາຕ່າງໆ ທີ່ຈະເຂົ້າຮ່ວມກອງປະຊຸມອາຊຽນ ພາຍໃຕ້ຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຢູ່ ນະຄອນຫຼວງວຽງຈັນ. ພ້ອມນີ້ ກໍ່ໄດ້ສະເໜີໃຫ້ຝ່າຍຍີ່ປຸ່ນ ຊ່ວຍສືບຕໍ່ຊຸກຍູ້ບັນດານັກນັກທຸລະກິດ, ນັກລົງທຶນ, ນັກທ່ອງທ່ຽວຍີ່ປຸ່ນ ໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວ ສປປ ລາວ ຫຼາຍຂຶ້ນ ໃນໂອກາດປີທ່ອງທ່ຽວລາວ ປີ 2024 ນີ້.

ໃນຂະນະດຽວກັນ, ທ່ານ ນາງ ຊຶຈິຢຸ ຊິນາໂກະ ກໍ່ໄດ້ຢືນຢັນຄືນຄວາມຫມາຍຫມັ້ນຂອງລັດຖະບານຍີ່ປຸ່ນ ໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແຫນ້ນການພົວພັນຮ່ວມມືກັບ ລັດຖະບານລາວ, ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ຍີ່ປຸ່ນ-ລາວ, ກໍຄື ການພົວພັນຮ່ວມມືໃນຂອບ ຍີ່ປຸ່ນ- ອາຊຽນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຈະສືບຕໍ່ຊຸກຍູ້ ການຮ່ວມມືໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງຮ່ວມກັນ ໃຫ້ຫຼາຍຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການຮ່ວມມືໃນວຽກງານດ້ານລັດຖະສະພາ ຍີ່ປຸ່ນ-ລາວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ຈະສືບຕໍ່ໃຫ້ການສະຫນັບສະ ຫນູນ ແລະ ຊ່ວຍເຫຼືອ ສປປ ລາວ ການຈັດຕັ້ງປະຕິບັດວຽກງານການເປັນປະທານອາຊຽນ ປີ 2024 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດຫມາຍ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ນາງ ຊຶຈິຢຸ ຊິນາໂກະ ພ້ອມດ້ວຍຄະນະ ກໍ່ໄດ້ພົບປະເຮັດວຽກກັບ ທ່ານ ນາງ ທຸມມາລີ ວົງພະຈັນ, ປະທານກຳມາທິການວັດທະນະທຳ-ສັງຄົມ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ເພື່ອສືບຕໍ່ປຶກສາຫາລື ແລະ ເສີມຂະຫຍາຍການພົວພັນຮ່ວມມືໃນຂອບວຽກດ້ານລັດຖະສະພາຂອງ ລາວ-ຍີ່ປຸ່ນ. ພ້ອມດຽວກັນນີ້, ກໍ່ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດລາວ ຕື່ມອີກ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments