Saturday, July 27, 2024
Homeຂ່າວຕ່າງປະເທດທ່ານ ຫວາງອີ້ ເຂົ້າຮ່ວມງານລ້ຽງເພື່ອສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ອາເມຣິກາຄົບຮອບ 45 ປີ

ທ່ານ ຫວາງອີ້ ເຂົ້າຮ່ວມງານລ້ຽງເພື່ອສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ອາເມຣິກາຄົບຮອບ 45 ປີ

ວັນທີ 5 ມັງກອນ 2024 ທ່ານ ຫວາງອີ້ ກຳມະການກົມການເມືອງຄະນະກຳມະການສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມງານລ້ຽງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ອາເມຣິກາຄົບຮອບ 45 ປີຢູ່ນະຄອນຫຼວງປັກກິ່ງ. ໃນໂອກາດນີ້ປະມຸກລັດສອງປະເທດໄດ້ສົ່ງສານອວຍພອນເຊິ່ງກັນແລະກັນ ໂດຍກ່າວເນັ້ນຈະສືບຕໍ່ສຸມກຳລັງເຂົ້າໃນການຂະຫຍາຍການພົວພັນຈີນ-ອາເມຣິກາໃຫ້ໝັ້ນຄົງ, ສ້າງຄວາມສຸກໃຫ້ແກ່ສອງຊາດ ແລະສ້າງຜົນປະໂຫຍດໃຫ້ແກ່ທົ່ວໂລກ.

ທ່ານ ຫວາງອີ້ ໄດ້ກ່າວຄຳປາໄສວ່າ: ຕ້ອງຍຶດໝັ້ນການເຄົາລົບເຊິ່ງກັນແລະກັນ, ໜ້າທີ່ຮີບດ່ວນທີ່ສຸດໃນປັດຈຸບັນແມ່ນສ້າງຄວາມຮູ້ທີ່ຖືກຕ້ອງ. ຕ້ອງຍຶດໝັ້ນຫຼັກການຢູ່ຮ່ວມກັນໂດຍສັນຕິ, ຈຸດສຳຄັນທີ່ສຸດແມ່ນຄວບຄຸມຄວາມຂັດແຍ້ງກັນຢ່າງມີປະສິດທິຜົນ. ຕ້ອງຍຶດໝັ້ນການຮ່ວມມືທີ່ສອງຝ່າຍໄດ້ຮັບຜົນປະໂຫຍດຮ່ວມກັນ, ບົນພື້ນຖານຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments