Saturday, July 27, 2024
Homeຂ່າວຕ່າງປະເທດການຂົນສົ່ງຂ້າມຊາດຫຼາຍພັນກິໂລແມັດ ເຕັມໄປດ້ວຍຄວາມຮັກ

ການຂົນສົ່ງຂ້າມຊາດຫຼາຍພັນກິໂລແມັດ ເຕັມໄປດ້ວຍຄວາມຮັກ

“ເມື່ອໄດ້ຂີ່ຂະບວນລົດໄຟຕາມທາງລົດໄຟລາວ-ຈີນແລ້ວ, ພວກເຮົາກໍຮູ້ສຶກໄວ້ວາງໃຈ. ຂໍສະແດງຄວາມຂອບໃຈຕໍ່ທາງລົດໄຟລາວ-ຈີນ ທີ່ໄດ້ສົ່ງແມ່ຂ້ອຍກັບບ້ານຢ່າງປອດໄພ!” ໃນວັນທີ 24 ທັນວາ 2023 ຜ່ານມາ, ນາງ ຈ່ຽງມຽວ ຜູ້ໂດຍສານຊາວຈີນ ແລະ ແມ່ຂອງລາວ ທີ່ໄດ້ຮັບບາດເຈັບຈາກອຸບັດເຫດລົດ ໄດ້ຂີ່ລົດໄຟຈາກນະຄອນຫຼວງວຽງຈັນປະເທດລາວກັບຄືນປະເທດຈີນຢ່າງປອດໄພ. ຢູ່ເບື້ອງຫຼັງຜົນສຳເລັດນີ້ແມ່ນການປະຕິບັດງານຂ້າມຊາດຕາມໄລຍະທາງຫຼາຍພັນກິໂລແມັດ ທີ່ມີຫຼາຍຝ່າຍເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນ.

ນາງ ຈ່ຽງມຽວ (Jiang Miao) ກ່າວວ່າ:ວັນທີ 26 ພະຈິກ 2023 ຜ່ານມາ, ແມ່ຂອງຕົນໄດ້ຮັບບາດເຈັບຈາກອຸບັດເຫດທາງລົດໃນເວລາໄປທ່ອງທ່ຽວຢູ່ຈັງວັດຊຽງໃໝ່ປະເທດໄທ, ອຸບັດເຫດດັ່ງກ່າວເຮັດໃຫ້ເສັ້ນເລືອດສະໝອງຂອງແມ່ແຕກ ແລະ ໄດ້ດໍາເນີນການຜ່າຕັດກະໂຫຼກຫົວຢູ່ປະເທດໄທ. ເນື່ອງຈາກວ່າເງື່ອນໄຂການແພດຂອງທ້ອງຖິ່ນມີຄວາມຈໍາກັດ ແລະ ມີອຸປະສັກທາງດ້ານພາສາ, ນາງ ຈ່ຽງມຽວ ຈຶ່ງຕັດສິນໃຈສົ່ງແມ່ຕົນກັບຄືນປະເທດຈີນ ເພື່ອເຂົ້າຮັບການປິ່ນປົວ. ຢ່າງໃດກໍຕາມ, ສະພາບຮ່າງກາຍຂອງແມ່ຈ່ຽງມຽວຂີ່ຍົນບໍ່ໄດ້, ເຮັດຈັ່ງໃດຈຶ່ງຈະສາມາດສົ່ງແມ່ກັບຄືນປະເທດຢ່າງປອດໄພຜ່ານທາງບົກໄດ້ກາຍມາເປັນບັນຫາໃຫຍ່. ສຸດທ້າຍ ນາງ ຈ່ຽງມຽວ ໄດ້ໄປຂໍຄວາມຊ່ວຍເຫຼືອຈາກສະຖານກົງສຸນໃຫຍ່ຈີນປະຈຳຈັງວັດຊຽງໃໝ່ປະເທດໄທ.

ກົງສູນໃຫຍ່ຈີນປະຈຳຈັງວັດຊຽງໃໝ່ ໄດ້ລາຍງານສະພາບທີ່ກ່ຽວຂ້ອງໄປຍັງສະຖານທູດຈີນປະຈຳລາວທັນທີ. “ພາຍຫຼັງໄດ້ຮັບຮູ້ສະພາບການແລ້ວ, ພວກຂ້າພະເຈົ້າໄດ້ປຶກສາຫາລືກັບສະຖານກົງສຸນໃຫຍ່ຈີນປະຈຳຈັງວັດຊຽງໃໝ່ ແລະ ຄອບຄົວຂອງຜູ້ຖືກບາດເຈັບຢ່າງຕັ້ງໜ້າ, ພ້ອມທັງໄດ້ວາງແຜນການຍົກຍ້າຍ.” ທ່ານນາງ ເສີງລິນ(Cheng Lin) ທີ່ ເຮັດວຽກຢູ່ສະຖານທູດຈີນປະຈຳລາວກ່າວ. ເມື່ອໄດ້ພິຈາລະນາສະພາບຮ່າງກາຍຂອງຄົນເຈັບແລະ ສະພາບເສັ້ນທາງຢ່າງຮອບດ້ານແລ້ວ, ສະຖານທູດຈີນປະຈຳລາວ ໄດ້ວາງແຜນການເຄື່ອນຍ້າຍທີ່ປອດໄພ ກໍຄືຂີ່ລົດຜ່ານຂົວມິດຕະພາບສາກົນເລກ 1 ທີ່ນະຄອນຫຼວງວຽງຈັນແລ້ວ ຂີ່ຂະບວນລົດໄຟລາວ-ຈີນ ກັບຄືນປະເທດຈີນ.

ພາຍຫຼັງໄດ້ກຳນົດແຜນການແລ້ວ, ສະຖານທູດຈີນປະຈຳລາວໄດ້ຕັ້ງໜ້າປະສານງານ ກັບສູນຊ່ວຍເຫຼືອຈີນນະຄອນຫຼວງວຽງຈັນ ທີ່ເປັນໜ່ວຍງານອາສາສະໜັກ, ບໍລິສັດທາງລົດໄຟລາວ-ຈີນຈຳກັດ, ໜ່ວຍແພດກອງທັບປົດປ່ອຍປະຊາຊົນຈີນ ທີ່ປະຈໍາຢູ່ໂຮງໝໍ 103 ຂອງກອງທັບປະຊາຊົນລາວໄດ້ເຂົ້າຮ່ວມວຽກງານເພື່ອຮັບປະກັນການຂົນສົ່ງ, ການຂົນສົ່ງຂ້າມຊາດທີ່ມີໄລຍະທາງຫຼາຍພັນກິໂລແມັດຄັ້ງນີ້ກໍໄດ້ເລີ່ມປະຕິບັດງານຂຶ້ນ.

ວັນທີ 21 ທັນວາ 2023 ຜ່ານມາ, ລົດຂອງສູນຊ່ວຍເຫຼືອຈີນນະຄອນຫຼວງວຽງຈັນ ໄດ້ອອກເດີນທາງໄປຈັງວັດຊຽງໃໝ່ປະເທດໄທ, ໃນຕອນເຊົ້າມື້ຕໍ່ມາກໍໄດ້ຂົນສົ່ງຄົນເຈັບກັບຄືນສູ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເບິ່ງແຍງດູແລຂອງໜ່ວຍແພດຈີນ. ພາຍຫຼັງເດີນທາງເຂົ້າມາປະເທດລາວແລ້ວ, ຄົນເຈັບກໍຖືກສົ່ງໄປປິ່ນປົວຢູ່ໂຮງໝໍ 103 ໃນທັນທີ ເພື່ອປະເມີນສະພາບ ແລະ ບົ່ງມະຕິປິ່ນປົວຢ່າງລະອຽດ.

ວັນທີ 24 ທັນວາ 2023 ຜ່ານມາ, ຄົນເຈັບໄດ້ຂີ່ລົດຂອງສູນຊ່ວຍເຫຼືອຈີນນະຄອນຫຼວງວຽງຈັນເດີນທາງໄປຮອດສະຖານີລົດໄຟວຽງຈັນ ແລະ ຂຶ້ນລົດໄຟໂດຍສານສາກົນຖ້ຽວ D888 ເດີນທາງໄປສູ່ນະຄອນຄຸນໝິງປະເທດຈີນ. ພາຍໃຕ້ຄວາມພະຍາຍາມຮ່ວມຂອງຫຼາຍຝ່າຍ, ສຸດທ້າຍຄົນເຈັບຖືກສົ່ງກັບຄືນປະເທດຈີນຢ່າງປອດໄພ ແລະ ໄດ້ຮັບການປິ່ນປົວຕໍ່ໄປ.

ໃນການຂົນສົ່ງຄົນເຈັບສາຫັດຂ້າມຊາດຄັ້ງນີ້, ທາງລົດໄຟລາວ-ຈີນ ໄດ້ເສີມຂະຫຍາຍບົດບາດດ້ານຄົມມະນາຄົມທີ່ປ່ຽນແທນບໍ່ໄດ້. ບໍລິສັດທາງລົດໄຟລາວ-ຈີນ ຈຳກັດໃຫ້ຮູ້ວ່າ: ບໍລິສັດທາງລົດໄຟລາວ-ຈີນຈຳກັດ ໄດ້ພະຍາຍາມຈົນສຸດຄວາມສາມາດເພື່ອຮັບປະກັນການປະສານງານໃນທຸກດ້ານ ເຊັ່ນ: ການອອກປີ້, ການປະສານງານຕາມສະຖານີຕ່າງໆ, ຫຼຸດຂັ້ນຕອນການແຈ້ງດ່ານ, ເປີດຊ່ອງທາງບູລິມະສິດແຫ່ງຊີວິດທີ່ປອດໄພ ແລະ ມີປະສິດທິພາບໃຫ້ຄົນເຈັບ.

ຕາມຕົວເລກຂໍ້ມູນສະຖິຕິຈາກສະຖານທູດຈີນປະຈຳລາວໃຫ້ຮູ້ວ່າ, ນັບແຕ່ເດືອນເມສາ ຫາ ເດືອນທັນວາ 2023, ມີຄົນເຈັບທີ່ມີອາການສາຫັດທັງໝົດ 18 ຄົນ ຖືກສົ່ງກັບຄືນສູ່ປະເທດຈີນ ໂດຍຜ່ານທາງລົດໄຟລາວ-ຈີນ ແລະ ໄດ້ຮັບການປິ່ນປົວຕໍ່ໄປ.

ຂ່າວ: ສໍານັກຂ່າວຊິນຮວາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments