Saturday, July 27, 2024
Homeຂ່າວພາຍໃນການແຂ່ງຂັນ Lao Digital Award 2024

ການແຂ່ງຂັນ Lao Digital Award 2024

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີການແຂ່ງຂັນ Lao Digital Award 2024 ຂຶ້ນໃນວັນທີ 11 ມັງກອນ ນີ້ ທີ່ຫໍປະຊຸມແຫ່ງຊາດ. ເປັນກຽດເຂົ້າຮ່ວມໃນພິທີ ມີ ທ່ານ ຄໍາຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ ຫົວໜ້າຄະນະອະນຸກໍາມະການແຂ່ງຂັນ, ບັນດາທ່ານຄະນະກົມ, ຄະນະກໍາມະການ, ແຂກຖືກເຊີນ ພ້ອມດ້ວຍຜູ້ເຂົ້າແຂ່ງຂັນ.

ໃນພິທີ, ທ່ານ ຄໍາຫຼ້າ ສູນນະລັດ ກ່າວວ່າ: ປັດຈຸບັນ ໃນສະພາບການພັດທະນາຢ່າງຕໍ່ເນື່ອງຂອງເຕັກໂນໂລຊີດີຈີຕອນ ແລະ ນະວັດຕະກໍາ ໄດ້ເຮັດໃຫ້ການຜະລິດ, ການບໍລິການ ແລະ ການບໍລິຫານ ຫັນໄປສູ່ດີຈີຕອນຫຼາຍຂຶ້ນ. ຫຼາຍປະເທດ ໄດ້ຊຸກຍູ້-ສົ່ງເສີມນັກຄົ້ນຄວ້າ, ນັກພັດທະນາ ແລະ ບັນດາບໍລິສັດທາງດ້ານໄອຊີທີ, ດີຈີຕອນ, ນະວັດຕະກໍາ, ສະຕາດອັບ (startup) ໄດ້ພັດທະນາໂຕເອງ ດ້ວຍຫຼາຍຮູບແບບ ແລະ ໜຶ່ງໃນຮູບແບບການສົ່ງເສີມ ກໍຄືການຈັດແຂ່ງຂັນໄອຊີທີ, ດີຈີຕອນ, ນະວັດຕະກໍາ ແລະ ສະຕາດອັບ ໃນລະດັບປະເທດ ຫຼື ສາກົນ. ສຳລັບ ສປປ ລາວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນນາມອົງການຈັດຕັ້ງຄຸ້ມຄອງມະຫາພາກ ທາງດ້ານໄປສະນີ, ໂທລະຄົມ, ໄອຊີທີ ແລະ ດີຈີຕອນ ກໍໄດ້ຈັດການແຂ່ງຂັນລາວດີຈີຕອນອາວອດ ທົ່ວປະເທດຄັ້ງນີ້ ເປັນຄັ້ງທີ 6 ຫຼັງຈາກທີ່ໄດ້ຮັບຜົນສຳເລັດຈາກການຈັດງານ Lao ICT Awardand Innovationໃນ 5 ຄັ້ງຜ່ານມາ. ເປົ້າໝາຍ ແມ່ນເພື່ອຊຸກຍູ້-ສົ່ງເສີມໃຫ້ບັນດານັກພັດທະນາ, ບໍລິສັດທາງດ້ານໄອຊີທີ, startup ໃນລາວ, ສ້າງຊື່ສຽງຜະລິດຕະພັນຂອງຕົນ ໃຫ້ກັບຄົນລາວ ແລະ ສາມາດບໍລິການອອກສູ່ສາກົນ. ພ້ອມນັ້ນ ກໍສົ່ງເສີມໃຫ້ຄົນລາວໄດ້ນຳໃຊ້ການບໍລິການໄອຊີທີ, ດີຈີຕອນ ແລະ ນະວັດຕະກໍາ ຂອງຄົນລາວເອງ.

ການຈັດການແຂ່ງຂັນ Lao Digital Award ກໍເປັນແຜນງານໜຶ່ງທີ່ນອນໃນແຜນພັດທະນາ ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ໂດຍໄດ້ຮັບການອະນຸມັດຈາກຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານໃນການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໂດຍມີຄະນະຮັບຜິດຊອບ ທີ່ປະກອບມີທັງ ພະນັກງານໃນກະຊວງ ຕສ, ຕາງໜ້າສະມາຄົມການຄ້າໄອຊີທີລາວ, ສະມາຄົມທຸລະກິດໜຸ່ມ, ທຸລະກິດສະຕາດອັບ ແລະ ອາຈານ ຈາກມະຫາວິທະຍາໄລແຫ່ງຊາດ, ຕາງໜ້າຈາກບໍລິສັດໄອຊີທີ ແລະ ບັນດາຜູ້ໃຫ້ບໍລິການໂທລະຄົມເພື່ອເຮັດໃຫ້ຄະນະຮັບຜິດຊອບດັ່ງກ່າວ ສາມາດເຄື່ອນໄຫວຢ່າງສະດວກ, ສ້າງຫຼັກການແຂ່ງຂັນຢ່າງຖືກຕ້ອງ ແລະ ສອດຄ່ອງກັບ ຫຼັກການແຂ່ງຂັນ ຂອງອາຊຽນ ແນໃສ່ເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ ເປັນທຳ ແລະ ໂປ່ງໃສ.

ງານແຂ່ງຂັນ Lao Digital Award ປະຈໍາປີ 2024 ໃນຄັ້ງນີ້ ໄດ້ຖືກຈັດຂຶ້ນພາຍໃຕ້ງານສັບປະດາດີຈີຕອນ ຫຼື Digital Week 2024ທີ່ ເປັນງານໃຫຍ່ລະດັບປະເທດ ແລະ ມີຜູ້ເຂົ້າຮ່ວມແຂ່ງຂັນ ທີ່ມາຈາກ 40 ພາກສ່ວນ ເປັນຕົ້ນຈາກພາກລັດ, ລັດວິສາຫະກິດ, ນິຕິບຸກຄົນ, ບຸກຄົນ ແລະ ນັກສຶກສາ ຊຶ່ງແບ່ງໝວດແຂ່ງຂັນອອກເປັນ: ປະເພດໝວດຜະລິດຕະພັນສົ່ງເສີມພາກລັດ, ຜະລິດຕະພັນເອກະຊົນ, ຜະລິດຕະພັນສະຕາດອັບ ແລະ ຜະລິດຕະພັນແນວຄິດສ້າງສັນ ຂອງບັນດານັກພັດທະນາ ແລະ ນັກສຶກສາ. ພ້ອມກັນນັ້ນ ເວລາແຫ່ງນີ້ ຈະເປັນເວລາແຫ່ງການຄັດເລືອກເອົາ ຜະລິດຕະພັນທີ່ດີເດັ່ນ ເພື່ອເປັນຕົວແທນ ຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນງານ ລະດັບພາກພື້ນ ແລະ ສາກົນໃນຕໍ່ໜ້າ.

ທ່ານ ຄໍາຫຼ້າ ສູນນະລັດ ຍັງໄດ້ກ່າວຕື່ມວ່າ: ຫວັງວ່າ ຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ ຈະສຸມສະຕິ ແລະ ສະມາທິເພື່ອນຳສະ ເໜີກ່ຽວກັບຜະລິດຕະພັນຂອງຕົນ ຢ່າງໂດດເດັ່ນ ແລະ ຈູງໃຈຄະນະກຳມະການ ເພື່ອຍາດໄດ້ລາງວັນຊະນະເລີດ. ເຖິງຢ່າງໃດກໍຕາມ ສຳລັບຜູ້ເຂົ້າຮ່ວມທ່ານໃດ ທີ່ບໍ່ສາມາດຍາດໄດ້ໄຊຊະນະໃນຄັ້ງນີ້ ກໍສາມາດສືບຕໍ່ພັດທະນາຜະລິດຕະພັນຂອງຕົນ ໃຫ້ສົມບູນແບບ ແລະ ສົ່ງເຂົ້າແຂ່ງຂັນໃນປີຕໍ່ໄປ.

(ຂ່າວ-ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments