Saturday, July 27, 2024
Homeຂ່າວພາຍໃນປີຜ່ານມາອົງການກວດສອບປະຈຳພາກໃຕ້ ດຳເນີນການກວດສອບ 11 ເປົ້າໝາຍ

ປີຜ່ານມາອົງການກວດສອບປະຈຳພາກໃຕ້ ດຳເນີນການກວດສອບ 11 ເປົ້າໝາຍ

ທ່ານ ໄພທູນ ສີມູມມາ ປະທານອົງການກວດສອບ ປະຈຳພາກໃຕ້ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະແຜນການປະຈຳປີ 2024 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ວ່າ: ໃນໄລຍະຜ່ານມາໄດ້ເອົາໃຈໃສ່ ຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 76/ສພຊ ແລະ ສະພາປະຊາຊົນແຂວງ 4 ແຂວງຄື: ແຂວງຈໍາປາສັກ, ອັດຕະປື, ສາລະວັນ ແລະ ແຂວງເຊກອງ, ອອກເປັນແຜນການ, ແຜນງານ, ໂຄງການ ແລະ ກິດຈະກໍາ ຢ່າງມີຈຸດສຸມ.

ໃນປີ 2023 ອົງການກວດສອບປະຈຳພາກໃຕ້ ໄດ້ດໍາເນີນການກວດສອບ ຈໍານວນ 11 ເປົ້າໝາຍ ສຳເລັດ 100% ຂອງແຜນການປະຈຳປີ; ໄດ້ນໍາສົ່ງບົດບັນທຶກຜົນການກວດສອບ ໃຫ້ອົງການຄຸ້ມຄອງເປົ້າໝາຍຖືກກວດສອບ ຈໍານວນ 11 ເປົ້າໝາຍ. ນອກນັ້ນຍັງໄດ້ຕິດຕາມ, ຊຸກຍູ້ ແລະ ກວດສອບຄືນການແກ້ໄຂຜົນການກວດສອບ, ການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມປະຊາຊົນແຂວງ, ກ່ຽວກັບມາດຕະການລວມ ມາດຕະການສະເພາະ ຕໍ່ກັບຫົວໜ່ວຍຄຸ້ມຄອງງົບປະມານ, ຄຸ້ມຄອງໂຄງການ ແລະ ຄຸ້ມຄອງວິສາຫະກິດລັດ ເປັນຕົ້ນ: ການວິເຄາະ-ວິໄຈ ແລະ ການໄຈ້ແຍກ ລາຍຮັບ-ລາຍຈ່າຍ ທີ່ກວດສອບເຫັນເພີ່ມ, ໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງ, ການເປີດບັນຊີເງິນຝາກ ແລະ ການສະສາງເງິນຈ່າຍລ່ວງໜ້າ, ບັນຊີເງິນຝາກຂອງຫົວ ໜ່ວຍງົບປະມານ, ການຍົກເວັ້ນພາສີອາກອນ, ການສ້າງສັນຍາຄ່າເຊົ່າ-ສໍາປະທານ ແລະ ໂຄງການລົງທຶນຂອງລັດ; ເຂັ້ມງວດໃນການປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບການສ້າງແຜນລາຍຮັບ-ລາຍຈ່າຍ, ການນໍາໃຊ້ໃບເກັບເງິນ, ການຈັດຊື້-ຈັດຈ້າງ, ບັນທຶກລາຍຮັບ-ລາຍຈ່າຍ, ການສະສາງ ແລະ ຂຶ້ນບັນຊີຊັບສົມບັດຄົງທີ່ ແລະ ການປະຕິບັດພັນທະຕໍ່ງົບປະມານແຫ່ງລັດ ຂອງວິສາຫະກິດລັດລົງທຶນ ແລະ ໂຄງການ; ຕິດຕາມ, ຊຸກຍູ້ ແລະ ກວດສອບຄືນການແກ້ໄຂຜົນການກວດສອບ ໃນເວລາດໍາເນີນການກວດສອບ.

ນອກຈາກນັ້ນ, ວຽກງານກວດກາພາຍໃນ ໄດ້ເອົາໃຈໃສ່ ຕິດຕາມ, ກວດກາພາຍໃນການເຄື່ອນໄຫວວຽກງານກວດສອບຢ່າງໃກ້ຊິດ ແລະ ເປັນປົກກະຕິເພື່ອເຮັດໃຫ້ການຈັດຕັ້ງ ມີຄວາມເຂັ້ມແຂງ, ເຮັດໃຫ້ພະນັກງານ-ລັດຖະກອນ ມີຄວາມຮັບຜິດຊອບສູງ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ທີ່ໜັກແໜ້ນ, ມີຄວາມທ່ຽງທໍາ, ມີຈັນຍາບັນ, ຄວາມຍຸຕິທໍາ,ໂປ່ງໃສ ແລະ ເຂັ້ມງວດ ໃນການປະຕິບັດໜ້າທີ່ວຽກງານ.

ຂ່າວ-ພາບ: ທິດລານີ ໂຄດໂຍທາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments