Saturday, July 27, 2024
Homeທຸລະກິດປູກຜັກປອດສານພິດຂາຍ ກາຍເປັນຄອບຄົວຕົວແບບຂອງເມືອງພຽງ

ປູກຜັກປອດສານພິດຂາຍ ກາຍເປັນຄອບຄົວຕົວແບບຂອງເມືອງພຽງ

ເຖິງວ່າຈະມີເນື້ອທີ່ດິນທໍາການຜະລິດໜ້ອຍພຽງແຕ່ 0,20 ເຮັກຕາ ກໍຕາມ ແຕ່ຍ້ອນຄວາມດຸໝັ່ນຂະຫຍັນພຽນ ພ້ອມພຽງຮຽງໜ້າກັນສ້າງເສດຖະກິດຄອບຄົວໃຫ້ມີຢູ່ມີກິນ ຈົນກາຍເປັນຄອບຄົວຕົວແບບໃນການປູກຜັກປອດສານພິດຂອງບ້ານ ສົມສະຫວັນ. ຄອບຄົວຂອງ ທ່ານ ໄຊພອນ ພົງສະຫວັນ ອາຍຸ 49 ປີ ພາຍໃນຄອບຄົວມີນໍາກັນ 3 ຄົນ ແຮງງານຕົ້ນຕໍມີ 3 ຄົນ ປະຊາຊົນບ້ານ ສົມສະຫວັນ ເມືອງພຽງ ແຂວງໄຊຍະບູລີ ໄດ້ເລົ່າໃຫ້ຟັງວ່າ: ໃນເມື່ອກ່ອນຍັງບໍ່ທັນເຮັດສວນຜັກ ຄອບຄົວຂອງຂ້າພະເຈົ້າແມ່ນເຮັດນາ ໃນເນື້ອທີ່ 0,60 ເຮັກຕາ ຜົນຜະລິດແຕ່ລະປີໄດ້ 1 ໂຕນກວ່າ, ນອກຈາກການເຮັດນາແລ້ວ ສະເພາະຕົນເອງຍັງໄດ້ເຮັດອາຊີບເສີມວຽກກໍ່ສ້າງໃນໄລຍະນັ້ນຊີວິດການເປັນຢູ່ຂອງຄອບຄົວ ພໍແຕ່ກຸ້ມກິນໄປວັນໆ. ຍ້ອນພັກລັດມີແນວທາງນະໂຍບາຍທີ່ຖືກຕ້ອງ ໂດຍສະເພາະແມ່ນສົ່ງເສີມການປູກ-ການລ້ຽງ ໃຫ້ຫຼາຍກາຍເປັນສິນຄ້າຕາມເງື່ອນໄຂ ຈຸດພິເສດພື້ນຖານຂອງທ້ອງຖິ່ນ ກໍຄືຂອງຄອບຄົວ ດັ່ງນັ້ນຕົນເອງກໍໄດ້ປຶກສາກັບຄອບຄົວ ວາງແຜນເພື່ອຈະພ້ອມກັນເຮັດສວນປູກຜັກຂາຍ ຊຶ່ງໄດ້ເລີ່ມແຕ່ປີ 2007 ເປັນຕົ້ນມາ ໃນເນື້ອທີ່ 0,20 ເຮັກຕາ ຢູ່ໃກ້ເຮືອນຂອງຕົນ, ໃນໄລຍະເວລານັ້ນແມ່ນປູກແບບທໍາມະຊາດ ບໍ່ມີເຮືອນຮົ່ມ.

ໃນສວນໄດ້ປູກຜັກກາດ, ຜັກສະລັດ 3 ເດືອນໃດຕັດອອກຂາຍ ລວມແລ້ວປີໜຶ່ງໄດ້ຂາຍຜັກ 4 ຊຸດ ຈະມີລາຍຮັບໃນຊ່ວງເວລານັ້ນແມ່ນ 20-30 ລ້ານກວ່າກີບຕໍ່ປີ. ແຕ່ຍ້ອນການບໍລິໂພກຂອງສັງຄົມນັບມື້ນັບເພີ່ມຂຶ້ນຫຼາຍ ບວກໃສ່ຕົນເອງກໍມີປະສົບການເຮັດສວນມາຫຼາຍປີ ເຊັ່ນການກຽມດິນ, ການບົວລະບັດຮັກສາ, ການໃສ່ຝຸ່ນ ແລະ ວິທີກໍາຈັດວັດສະພືດ (ຫຍ້າ) ຕົນເອງຈຶ່ງຫັນມາເຮັດສວນປູກຜັກດ້ວຍເຮືອນຮົ່ມ 1 ຫຼັງ ຂະ ໜາດ 7×13 ແມັດ, ເລີ່ມປີ 2019 ເປັນຕົ້ນມາ ແລະ ໄດ້ປູກຜັກຫຼາຍຊະນິດ ເປັນຕົ້ນຜັກຕັງໂອ, ຜັກກາດໜາ, ຜັກຄາວທອງ, ຜັກສະລັດ; ສ່ວນການຈໍາໜ່າຍແຕ່ລະຊຸດແມ່ນໃຫ້ຄອບຄົວໄປນັ່ງຂາຍຢູ່ຕະຫຼາດ ບ້ານສົມສະຫວັນ ຂາຍເປັນມັດ ຫຼື ເປັນກິໂລ, ກິໂລໜຶ່ງບໍ່ຫຼຸດ 5 ພັນກີບ, ຂຶ້ນຕາມລະດູການ ຖ້າເປັນລະດູແລ້ງຈະໄດ້ຂາຍໃນລາຄາປະມານ 10 ພັນ ຫາ 15 ພັນກີບ/ກິໂລກຣາມ, ສັງລວມແລ້ວໃນປີໜຶ່ງຄອບຄົວຂອງເພິ່ນແມ່ນມີລາຍຮັບທັງໝົດ 75 ລ້ານກີບ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້ານີ້ທາງຄອບຄົວຂອງຂ້າພະເຈົ້າ ແມ່ນຈະສືບຕໍ່ປູກຜັກຂາຍ ແລະ ຈະຂະຫຍາຍເຮືອນຮົ່ມອອກຕື່ມ 1 ຫຼັງ ເປັນ 2 ຫຼັງ ຈາກຄວາມບຸກບືນສູ້ຊົນ ຈຶ່ງເຮັດໃຫ້ຄອບຄົວຂອງຂ້າພະເຈົ້າໄດ້ກາຍເປັນຄອບຄົວຕົວແບບຂອງບ້ານສົມສະຫວັນ ໃນການປູກຜັກປອດສານພິດຂາຍ ແລະ ໃນປີ 2023 ຜ່ານມານີ້ ຄອບຄົວຂອງຂ້າພະເຈົ້າກາຍເປັນຄອບຄົວຕົວແບບ ຂອງເມືອງພຽງ ໃນການປູກຜັກຂາຍຕະຫຼອດປີ ທັງປອດສານເຄມີ ເພາະໃຊ້ຝຸ່ນຄອກ ແລະ ຝຸ່ນຊີວະພາບ.

ຂ່າວ-ພາບ: ບຸນທີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments