Saturday, July 27, 2024
Homeຂ່າວພາຍໃນປິດກອງປະຊຸມຄົບຄະນະກຳມະການ ສນຊ

ປິດກອງປະຊຸມຄົບຄະນະກຳມະການ ສນຊ

ກອງປະຊຸມຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 3 ສະໄໝທີ XI ໄດ້ປິດລົງໃນວັນທີ 11 ມັງກອນນີ້ ທີ່ສນຊ, ໂດຍພາຍໃຕ້ເປັນປະທານ ແລະ ກ່າວປິດຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີບັນດາພະເຖລານຸເຖລະ, ຮອງປະທານສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງ-ນະຄອນຫຼວງ, ກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ກໍາມະການສູນກາງແນວລາວສ້າງຊາດຢູ່ຕ່າງປະເທດເຂົ້າຮ່ວມ.

ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວວ່າ: ໃນ 2 ວັນຜ່ານມາ ພວກເຮົາໄດ້ພ້ອມກັນທົບທວນ ແລະ ກວດກາຄືນວຽກງານຮອບດ້ານຂອງ ຄະນະກຳມະການ ສນຊ ປີ 2023 ແລະ ພ້ອມກັນປຶກສາຫາລືຮັບຮອງແຜນວຽກຈຸດສຸມ ປີ 2024, ການປະເມີນຜົນ ແລະ ການປະກອບຄວາມຄິດຄວາມເຫັນຂອງບັນດາທ່ານກໍາມະການ ແລະ ອົງການພາຄີ ແລະ ຜົນງານທີ່ພວກ ເຮົາຍາດມາໄດ້ແມ່ນໃຫຍ່ຫຼວງ, ວຽກງານແນວໂຮມແມ່ນໄດ້ມີສ່ວນປະກອບສຳຄັນເຂົ້າໃນ ພາລະກິດລວມຂອງຊາດ ແລະ ຂອງທ້ອງຖິ່ນ ລວມເຖິງການເສີມຂະຫຍາຍສາຍພົວພັນມິດຕະພາບ, ການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ. ໝາກຜົນສໍາຄັນກວ່າໝູ່ແມ່ນພວກເຮົາສາມາດເພີ່ມເຕີມເສີມສ້າງ ຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນປະຊາຊົນບັນດາເຜົ່າ, ສາສະໜາ, ຊັ້ນຄົນ ແລະ ເພດໄວ, ລວມທັງພີ່ນ້ອງຄົນລາວຢູ່ຕ່າງປະເທດທີ່ດີຢູ່ແລ້ວໃຫ້ດີຍິ່ງໆຂຶ້ນ, ຊຶ່ງເປັນການຕອບສະໜອງຄວາມເຫັນຊີ້ນໍາ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ທີ່ໄດ້ກ່າວຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພວກເຮົາ (ຂໍ້ທີ 1) ອົງການແນວລາວສ້າງຊາດໄດ້ກາຍເປັນກົນໄກໜຶ່ງທີ່ເຊື່ອມໂຍງສະໜິດຕິດພັນກັບປະຊາຊົນຢູ່ຮາກຖານໂດຍກົງ, ທັງເປັນຜູ້ໃຫ້ການສຶກສາອົບຮົມ, ຈັດຕັ້ງປະຕິບັດມະຕິຂອງພັກ-ລັດ ຂັ້ນຕ່າງໆ ແລະ ປຸກລະດົມຂົນຂວາຍເຂົາເຈົ້າໃຫ້ເຂົ້າຮ່ວມຂະບວນການແຂ່ງຂັນສ້າງສາພັດທະນາ ແລະ ຍົກລະດັບຊີວິດການເປັນຢູ່ເປັນຕົ້ນໃນເຂດຫຍຸ້ງຍາກ, ແກ້ໄຂຜົນກະທົບໄພທຳມະຊາດ ແລະ ຜ່ານຜ່າຄ່າຄອງຊີບສູງ, ຫຼາຍທ່ານທີ່ມີເງື່ອນໄຂດ້ານເສດຖະກິດ ກໍໄດ້ແບ່ງປັນວັດຖຸ ທຶນຮອນສົງເຄາະຊ່ວຍເຫຼືອປະຊາຊົນລ້ວນແຕ່ເປັນສິ່ງມີຄຸນຄ່າດ້ານຈິດໃຈເປັນຢ່າງດີ.

ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວຕື່ມວ່າ: ບົນພື້ນຖານຜົນງານທີ່ພວກເຮົາຍາດມາໄດ້ໃນໄລຍະຜ່ານມາ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດຄໍາຂວັນກວມລວມຂອງກອງປະຊຸມໃຫຍ່ຄັ້ງທີ XI ທີ່ວ່າ: “ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເຕົ້າໂຮມກຳລັງແຮງຂອງປະຊາຊົນທຸກຊັ້ນຄົນ, ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກ ຮັກສາ-ສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ບັນລຸຜົນເປັນຈິງ” ໂດຍສະເພາະໄລຍະ ປີ 2024ນັ້ນ, ຂ້າພະເຈົ້າຂໍເນັ້ນບາງບັນຫາດັ່ງນີ້: ໜຶ່ງ. ພະຍາຍາມໃນລະດັບສູງເພື່ອຜັນຂະຫຍາຍ 4 ການຫັນປ່ຽນໃໝ່ ຕາມມະຕິ XI ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນອັນລະອຽດຕາມຂັ້ນຂອງອົງການແນວລາວສ້າງຊາດໃຫ້ໄວຕື່ມ, ຊຶ່ງອົງການແນວລາວສ້າງຊາດຂັ້ນໃດ ບໍ່ທັນໄດ້ກຳນົດແຜນດຳເນີນງານຂອງຕົນ ກໍໃຫ້ຮີບຮ້ອນກຳນົດ ແລະ ແບ່ງງານຈັດຕັ້ງປະຕິບັດ. ສອງ. ໃຫ້ຜັນຂະຫຍາຍ 6 ແຜນວຽກພື້ນຖານສໍາຄັນຂອງມະຕິ XI ກໍຄື 6 ແຜນວຽກຈຸດສຸມ ປີ 2024 ຊຶ່ງທ່ານຄໍາໄຫຼ ສີປະເສີດ ຮອງປະທານ ໄດ້ສະເໜີໄປແລ້ວນັ້ນໃຫ້ກາຍເປັນການກະທຳຕົວຈິງຂອງແຕ່ລະພາກສ່ວນ ແລະ ແຕ່ລະທ່ານ ຄື: ແຜນວຽກເສີມສ້າງຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດດ້ວຍ 4 ເສົ້າຄໍ້າ ແລະ 4 ເສີມສ້າງ, ໃນນີ້ເນັ້ນໜັກແກ້ໄຂບັນຫາ ແລະ ເສີມສ້າງຄຸນນະທຳ, ອະລິຍະທຳຂອງທຸກສາສະໜາໃນສັງຄົມປັດຈຸບັນເປັນວຽກບູລິມະສິດ; ຝຶກອົບຮົມ ແລະ ແຜນວຽກສຶກສາອົບຮົມ, ປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆໃຫ້ເຂົ້າຮ່ວມຂະບວນການພັດທະນາປະເທດຊາດ ແລະ ທ້ອງຖິ່ນຂອງຕົນ, ບົນຈິດໃຈຟົດຟື້ນ, ສຳລັບອົງການພວກເຮົາມີ 9 ຂໍ້ “ແຂ່ງຂັນຮັກຊາດ ແລະ ພັດທະນາ”; ແຜນວຽກເສີມຂະຫຍາຍປະຊາທິປະໄຕ ເພື່ອເສີມສ້າງສິດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນຊັ້ນຄົນຕ່າງໆ (ເປັນສຳຄັນ); ເພີ່ມທະວີການຮ່ວມສຳພັນກັບອົງການພາຄີ ແລະ ການຮ່ວມມືກັບພາກສ່ວນຕ່າງໆ; ເສີມສ້າງຄວາມສາມັກຄີສາກົນ ແລະ ເປີດກວ້າງການພົວພັນການທູດປະຊາຊົນ; ຍູ້ແຮງແຜນວຽກປັບປຸງແບບແຜນການເຄື່ອນໄຫວ ແລະ ສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດ, ສາມ ໃຫ້ຮີບຮ້ອນຜັນຂະຫຍາຍຈັດສັນແຫຼ່ງທຶນເພື່ອປະຕິບັດແຜນງານ ແລະ ບັນດາໂຄງການທີ່ໄດ້ກຳນົດໄວ້ເປັນຕົ້ນແມ່ນໂຄງການທີ່ປະຊາຊົນຮຽກຮ້ອງຕ້ອງການເລັ່ງດ່ວນໃຫ້ຈັດເປັນບູລິມະສິດ, ສ່ວນໂຄງການ ໃດບໍ່ມີງົບປະມານຂອງລັດ ຕ້ອງໄດ້ປຸກລະດົມສັງຄົມເພື່ອຊ່ວຍໜູນ, ສີ່ ເພີ່ມທະວີການຄົ້ນຄວ້ານະໂຍບາຍໃຫ້ຂົງເຂດແນວໂຮມ ແລະ ກະກຽມກອງປະຊຸມໃຫຍ່ແນວລາວ ສ້າງຊາດຂັ້ນຕ່າງໆໃຫ້ສຳເລັດ ປີ 2025, ສໍາລັບ ໃນວຽກງານແນວໂຮມພວກເຮົາຕ້ອງໄດ້ເພີ່ມທະວີການສ້າງການຫັນປ່ຽນຕາມແນວທາງການປ່ຽນແປງໃໝ່ຂອງພັກ ຊຶ່ງໃນນັ້ນຄວນປັບປຸງພາລະບົດບາດຈຳນວນໜຶ່ງ ແລະ ກົດໝາຍບາງມາດຕາໃຫ້ທຽບທັນກັບສະພາບການໃໝ່, ຫ້າ ເພີ່ມທະວີການເຄື່ອນໄຫວດ້ານການທູດປະຊາຊົນ, ການຮ່ວມມືສາກົນ, ການຮ່ວມມືກັບອົງການຕ່າງໆ ເພື່ອພ້ອມກັນກະກຽມຂ່ຳນັບຮັບຕ້ອນສະເຫຼີມສະຫຼອງວັນສ້າງຕັ້ງ ສປປ ລາວ ຄົບຮອບ 50 ປີ, ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75 ປີ (ໃນປີ 2025) ແລະ ຫົກ ສໍາລັບໃນທ້າຍປີນີ້ ສົມທົບຄະນະພົວພັນຄົນເຊື້ອຊາດຢູ່ຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ກະກຽມກອງປະຊຸມພົບປະພີ່ນ້ອງຄົນລາວຢູ່ຕ່າງປະເທດ ຄັ້ງທີ I ແລະ ກອງປະຊຸມສາກົນຕ່າງໆທີ່ພວກເຮົາ ເປັນເຈົ້າພາບໃຫ້ມີຜົນສຳເລັດເປັນຢ່າງດີ.

ຂ່າວ-ພາບ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments