Saturday, July 27, 2024
Homeຂ່າວໜ້າໜຶ່ງກະຊວງເຕັກໂນໂລຊີ ແລະ ການສື່ສານຕ້ອງຍົກສູງບົດບາດການຄຸ້ມຄອງມະຫາພາກ

ກະຊວງເຕັກໂນໂລຊີ ແລະ ການສື່ສານຕ້ອງຍົກສູງບົດບາດການຄຸ້ມຄອງມະຫາພາກ

ກອງປະຊຸມ ວຽກງານເຕັກໂນໂນໂລຊີ ແລະ ການສື່ສານ ທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ໄດ້ຈັດຂຶ້ນໃນວັນທີ 11 ມັງກອນນີິ້ ທີ່ຫໍປະຊຸມແຫ່ງຊາດໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮອງປະທານຜູ້ປະຈຳການ ຄະນະຊີ້ນຳລະດັບຊາດເພື່ອການຫັນເປັນດິຈິຕ໋ອນຂອງ ສ ປ ປ ລາວ, ມີ ບັນດາລັດຖະມົນຕີ, ປະທານອົງການ-ທຽບເທົ່າ,ເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ລົງເລິກການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ ການສື່ສານ ປະຈໍາປີ 2023 ຊອກໃຫ້ເຫັນຈຸດດີ, ຜົນງານ,ຈຸດອ່ອນຂໍ້ຄົງຄ້າງທີ່ພົ້ນເດັ່ນ, ສາເຫດຕ່າງໆ ແລະ ບົດຮຽນຖອດຖອນໄດ້, ບົນພື້ນຖານ ເພື່ອກໍານົດທິດທາງແຜນການ ປີ 2024. ນອກຈາກນີ້ກອງປະຊມຈະໄດ້ເຜີຍແຜ່ ດໍາລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ, ການຈັດຕັ້ງປະຕີບັດ ການບໍລິຫານລະບົບເຕັກໂນໂລຊີຂໍ້ມູນຂ່າວສານຂອງຜູ້ໃຫ້ບໍລິການທາງດ້ານການເງິນ, ການກະກຽມຄວາມພ້ອມການພັດທະນາຊັບພະຍາກອນມະນຸດໃນການຫັນເປັນດິຈິຕອນຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ, ລວມທັງ ບັນດາຫົວຂໍ້ຈໍານວນໜຶ່ງ ທີີ່ພົວພັນເຖິງທາງດ້ານວິຊາສະເພາະ ຂອງບັນດາກົມກອງພາຍໃນ ກຕສ ແລະ ບົດຄໍາເຫັນຂອງບັນດາຂະແໜງການ ແລະ ທ້ອງຖິ່ນຈໍານວນໜຶ່ງ ທີ່ຕິດພັນກັບວຽກງານຂະແໜງເຕັກໂນໂລຊີ ແລະ ການສື່ສານ,

ທ່ານ ບໍ່ວຽງຄໍາ ວົງດາລາ ກ່າວວ່າ: ກອງປະຊຸມວຽກງານ ເຕັກໂນໂລຊີ ແລະ ການສື່ສານ ປະຈໍາປີ 2023 ນີ້ມີຄວາມໝາຍສໍາຄັນຫຼາຍ ທັງມີສ່ວນພົວພັນເຖິງໜ້າທີີ່ ແລະ ຄວາມຮັບຜິດຊອບ ຂອງຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ, ສະນັ້ນ ຈຶ່ງໄດ້ເຊື້ອເຊີນການນໍາທຸກພາກສ່ວນ ຢູ່ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມເພື່ອສຸມໃສ່ໃນການຄົົ້ນຄວ້າ, ແລກປ່ຽນ ຄໍາຄິດເຫັນແນ່ໃສ່ ພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີການຫັນປ່ຽນເລິກເຊິ່ງ ແລະ ດີຂື້ນກວ່າເກົ່າ. ສະນັ້ນສະເໜີໃຫ້ບັນດາທ່ານທີີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈົົ່ງໄດ້ ພ້ອມກັນສຸມສະຕິປັນຍາ, ຄົົ້ນຄວ້າປະກອບຄໍາເຫັນຢ່າງເລິກເຊິ່ງ, ກົງໄປກົງມາ ແລະ ສ້າງສັນ ເພື່ອພ້ອມກັນ ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດໄດ້ບັນດາຄາດໝາຍຕ່າງໆ ທີີ່ກໍານົດໄວ້ໃນທິດທາງແຜນການ ປີ 2024, ລວມທັງການ ການສືບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດຮອດປີ 2025 ໃຫ້ໄດ້ຮັບໝາກຜົນຕາມຄາດໝາຍທີີ່ວາງໄວ້.

ໃນໂອກາດເຂົ້າຮ່ວມ ກອງປະຊຸມ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດໂອ້ລົມຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວ ວຽກງານເຕັກໂນໂລຊີ ແລະ ການສື່ສານ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ຄະນະນຳແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ທັງສູນກາງ ແລະ ທ້ອງຖິ່ນ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້ ແລະ ສຸມໃສ່ບາງວຽກທີ່ສຳຄັນ ຄື: ກະຊວງເຕັກໂນໂລຊີ ແລະ ການສື່ສານ ສືບຕໍ່ ຍົກສູງບົດບາດການຄຸ້ມຄອງມະຫາພາກ ແລະ ພັດທະນາ ນຳໃຊ້ພື້ນຖານໂຄງລ່າງຍຸດທະສາດໃຫ້ມີປະສິດທິຜົນດີ, ເອົາໃຈໃສ່ການແບ່ງຂັ້ນຄຸ້ມຄອງ ວຽກງານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ຊັດເຈນ, ສ້າງ ແລະ ປັບປຸງກົດໝາຍ ແລະ ບັນດານິຕິກໍາ ລຸ່ມກົດໝາຍດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ຄົບຖ້ວນ ທັນກັບສະພາບການໃໝ່ ພ້ອມທັງໂຄສະນາເຜີຍແຜ່ ແລະ ບັງຄັບໃຊ້ໃຫ້ໄດ້ຮັບຜົນດີ, ເອົາໃຈໃສ່ສືບຕໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງເຕັກນິກມີສະຖຽນລະພາບ, ຄວາມໄວສູງ ແລະ ປອດໄພ ເພື່ອຮອງຮັບເຕັກໂນໂລຊີໃໝ່ ເຊັ່ນ: ຖານຂໍ້ມູນໃຫຍ່ (Bigdata), ກຸ່ມຂໍ້ມູນຜູກພັນ (Block Chain), ລະບົບສັນຍານ 5G ເຫຼົ່ານີ້ເປັນຕົ້ນ, ເລັ່ງພັດທະນາລະບົບເຊື່ອມໂຍງຂໍ້ມູນພາກລັດ (Government Data Exchange) ເພື່ອແລກ ປ່ຽນ ແລະ ລວມສູນຂໍ້ມູນພາກລັດ ໃຫ້ທຸກພາກສ່ວນສາມາດນຳໃຊ້ເພື່ອພັດທະນາບໍລິການໃຫ້ປະຊາຊົນ, ເລັ່ງປັບປຸງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ສະຖາບັນ ເຕັກໂນໂລຊີ ແລະ ການສື່ ສານ ມີຫຼັກສູດ ແລະ ມີສິ່ງອໍານວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ເພື່ອສ້າງວິຊາການ ດີຈີຕອນ, ສືບຕໍ່ຊຸກຍູ້ບັນດາບໍລິສັດ ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ອິນເຕີເນັດ ຍົກລະດັບ ແລະ ຂະຫຍາຍເຄືອຂ່າຍ ເຕັກນິກ ແລະ ລະບົບການບໍລິການ ທີ່ມີຄວາມສາມາດແຂ່ງຂັນກັນສູງຂຶ້ນ ແລະ ຂະຫຍາຍທຸລະກິດໄປຕ່າງປະເທດໃນອານາຄົດ. ໜ້າທີ່ສຳຄັນຢ່າງໜຶ່ງ ຂອງ ບໍລິສັດ ແມ່ນການປະຕິບັດພັນທະໃນການປະກອບສ່ວນຢ່າງຕັ້ງໜ້າຕໍ່ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທ່ານເນັ້ນຕື່ມວ່າ: ບັນດາ ກະຊວງ, ອົງການທຽບເທົ່າ, ແຂວງ ແລະ ນະຄອນຫຼວງ ຕ້ອງໄດ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງວ່າປັດຈຸບັນນີ້ລະບົບ ໄອຊີທີ ໄດ້ກາຍເປັນຄວາມຈຳເປັນສຳລັບທຸກກະຊວງ ແລະ ຂະແໜງການ ຢ່າງຫຼີກລ່ຽງບໍ່ໄດ້. ດັ່ງນັ້ນ, ການຫັນເປັນດິຈິຕອນໃນຂະແໜງການຕົນ ຈະສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງຈິງຈັງ ຂອງ ຄະນະພັກ, ຄະນະນຳທຸກຂັ້ນ,ເພື່ອຍົກສູງຄຸນນະພາບ ແລະ ຄວາມໂປ່ງໃສ,ໂດຍສະເພາະຂະແໜງເສດຖະກິດ ເຊັ່ນ: ການຄ້າທາງເອເລັກໂຕຣນິກ (e-commerce), ລະບົບພາສີເອເລັກໂຕຣນິກ (e-tax), ລະບົບຊໍາລະເງິນເອເລັກໂຕຣນິກ (e-payment) ລວມທັງ ການສຶກສາຜ່ານເອເລັກໂຕຣນິກ (e-education). ບັນດາກະຊວງ ແລະ ຂະແໜງການ ຕ້ອງຮ່ວມມືກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ນຳໃຊ້ພື້ນຖານໂຄງລ່າງ ຮ່ວມກັນ ຫຼີກລ່ຽງການລົງທຶນຊ້ຳຊ້ອນ ແລະ ເພື່ອປົກປ້ອງຂໍ້ມູນຂ່າວສານ, ເປັນຕົ້ນແມ່ນ ສະກັດກັ້ນການທຳລາຍ, ການໂຈລະກຳຂໍ້ມູນຂ່າວສານ, ສະກັດກັ້ນຂໍ້ມູນທີ່ເປັນໄພຕໍ່ຄວາມໝັ້ນຄົງຂອງຊາດ, ເອົາໃຈໃສ່ເປັນພິເສດໃນການສ້າງບຸກຄະລາກອນ ໃຫ້ມີຄວາມຮູ້ນໍາໃຊ້ອຸປະກອນເອເລັກໂຕຼນິກທັນກັບການຂະຫຍາຍຕົວຂອງເຕັກໂນໂລຊີ ດິຈິຕອນ, ບັນດາ ຜູ້ປະກອບການ (ບໍລິສັດ) ແລະ ບັນດາ ສະມາຄົມ ໄອຊີທີ ໂດຍສະເພາະບັນດາລັດວິສາຫະກິດຕ້ອງໄດ້ເອົາໃຈໃສ່ປະຕິບັດກົດໝາຍ ແລະ ລະບຽບການຕ່າງໆຢ່າງເຂັ້ມງວດ ເປັນຕົ້ນແມ່ນ ການປະຕິບັດພັນທະຕໍ່ລັດຖະບານ ແລະ ການຂະຫຍາຍເຄືອຂ່າຍໃຫ້ປົກຄຸມໄປສູ່ເຂດຊົນນະບົດ ຕາມທິດຊີ້ນຳຂອງລັດຖະບານ, ຍົກສູງບົດບາດໃນການເຕົ້າໂຮມກຸ່ມທຸລະກິດ ໄອຊີທີ ເຂົ້າຮ່ວມຂະບວນການສົ່ງເສີມການມີສ່ວນຮ່ວມລະຫວ່າງພາກລັດ ແລະ ເອກະຊົນຮ່ວມກັນສ້າງສິ່ງອຳນວຍຄວາມສະດວກໃຫ້ເກີດທຸລະກິດລິເລີ່ມທີ່ນໍາໃຊ້ນະວັດຕະກໍາ ຫຼື ເອີ້ນວ່າ (Startup) ແລະ SME.

( ຂ່າວ-ພາບ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments