Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມລະດັບສູງກ່ຽວກັບການຫັນເປັນດິຈີຕອນ

ກອງປະຊຸມລະດັບສູງກ່ຽວກັບການຫັນເປັນດິຈີຕອນ

ເນື່ອງໃນໂອກາດຈັດງານສັບປະດາດິຈີຕອນ 2024 (Lao Digital Week 2024) ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມລະດັບສູງກ່ຽວກັບການຫັນເປັນດິຈິຕອນ (High-Level Digital Transformation Forum), ໃນວັນທີ 10 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານ ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດເພື່ອການຫັນເປັນດີຈິຕອນ ຂອງ ສປປ ລາວ ແລະ ຮອງລັດຖະມົນຕີ ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານ ສສ ຫວຽດນາມ, ຮອງລັັດຖະມົນຕີ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງຣາຊະອານາຈັກ ກຳປູເຈຍ, ຮອງລັດຖະມົນຕີ ບັນດາກະຊວງປິ່ນອ້ອມ, ບັນດາທ່ານຮອງເຈົ້າແຂວງ, ອົງການຈັດຕັ້ງສາກົນ, ຜູ້ອໍານວຍການບໍລິສັດພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວວ່າ: ໃນການຫັນເປັນດິຈິຕອນຂອງປະເທດລາວເຮົາບາງຄົນອາດຈະຄິດວ່າເປັນວຽກທີີ່ຍາກ ແລະ ບໍ່ສາມາດເປັນໄປໄດ້ຍ້ອນຍັງຢູ່ໃນກຸ່ມປະເທດດ້ອຍພັດທະນາແຕ່ຂະບວນການຫັນເປັນທັນສະໄໝ, ຫັນເປັນດິຈິຕອນໃນຍຸກອຸດສາຫະກຳ 4.0 ນີ້ໄດ້ເລີີ່ມແລ້ວ. ບາງອັນກໍດຳເນີນໄປແບບຕັ້ງໃຈ, ແຕ່ມີບາງອັນກໍອາດເຫັນວ່າໄດ້ເລີີ່ມມີຂຶ້ນຢ່າງບໍ່ຮູ້ສຶກຕົວ, ແຕ່ກໍມີຫຼາຍສິ່ງຫຼາຍຢ່າງໄດ້ຊືມເຂົົ້າໃນຊີວິດຕົວຈິງຂອງຄົນລາວເຮົາແລ້ວ. ສະນັ້ນ, ເພື່ອສືບຕໍ່ ຕໍ່ຍອດການຫັນເປັນດິຈິຕອນ ເຂົ້າໃນຊີວິດຕົວຈິງໃຫ້ຫຼາຍຂຶ້ນ ທ່ານຈຶ່ງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ 1). ບຸກທະລຸທາງດ້ານຈິນຕະນາການ:ເພືີ່ອສ້າງຄວາມສຳນຶກທີີ່ເປັນເອກະພາບ, ເສີມຂະຫຍາຍບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງລັດ, ສົົ່ງເສີມການມີສ່ວນຮ່ວມທຸກອົງການຈັດຕັ້ງທາງດ້ານການເມືອງ-ສັງຄົມ, ປູກຈິດສຳນຶກໃຫ້ແກ່ຄະນະພັກແລະ ອໍານາດການປົກຄອງທຸກຂັ້ນເຫັນໄດ້ຄວາມສຳຄັນອັນຮີບດ່ວນ ແລະ ເຂົົ້າຮ່ວມຢ່າງຕັ້ງໜ້າໃນການຫັນເປັນດິຈິຕອນ, ໂດຍຖືວຽກງານດັ່ງກ່າວເປັນວຽກງານຈຸດສຸມເຊືີ່ອມໂຍງກັບບັນດາເປົ້າໝາຍຂອງການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາສິີ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແລະຮັບປະກັນຄວາມປອດໄພດ້ານໄຊເບີຂອງທຸກຂະແໜງການ; 2). ສ້າງ ແລະ ປັບປຸງນິຕິກຳຂອງທຸກໆຂະແໜງການໃຫ້ສອດຄ່ອງຮອງຮັບການຫັນເປັນດິຈິຕອນ ແລະ ສາມາດເຊືີ່ອມໂຍງກັບສາກົນຢ່າງເປັນເຈົ້າການເປັນຕົ້ນແມ່ນ:ກົດ

ໝາຍວ່າດ້ວຍວິສາຫະກິດ, ນະວັດຕະກຳ, ທຸລະກິດລິເລີີ່ມ, ຊັບສິນທາງປັນຍາ, ການຄ້າ ແລະ ການລົງທຶນເພືີ່ອສ້າງເງືີ່ອນໄຂສະດວກໃຫ້ແກ່ການຫັນເປັນດິຈິຕອນໃຫ້ເກີດມີຜະລິດຕະພັນໃໝ່, ການບໍລິການໃໝ່ ແລະ ເສດຖະກິດແບບໃໝ່ທີີ່ນຳໃຊ້ເຕັກໂນໂລຊີດິຈິຕອນ, 3). ເອົາໃຈໃສ່ພັດທະນາອຸດສາຫະກໍາເຕັກໂນໂລຊີດິຈີຕອນເປັນບູລິມະສິດ ແລະ ເປັນຈຸດສຸມເພືີ່ອເຮັດໃຫ້ຂະແໜງການອຸດສາຫະກຳການຜະລິດແລະ ການບໍລິການທີີ່ເປັນອົງປະກອບສຳຄັນຂອງເສດຖະກິດປະເທດເຮົາໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ. ສຸມໃສ່ພັດທະນາຂະແໜງການທີີ່ມີຄວາມພ້ອມສູງ ແລະ ເປັນບູລິມະສິດ, ເປັນຕົ້ນແມ່ນອຸດສາຫະກຳເຕັກໂນໂລຊີສືີ່ສານຂໍ້ມູນຂ່າວສານ, ເອເລັກໂຕຣນິກ, ໂທລະຄົມມະນາຄົມ, ຄວາມປອດໄພທາງໄຊເບີ, ໂຮງງານຜະລິດແບບອັດຕະໂນມັດ, ການທະນາຄານເອເລັກໂຕຣນິກ, ການຄ້າທາງເອເລັກໂຕຣນິກ, ການກະສິກຳດິຈິຕອນ, ການທ່ອງທ່ຽວດິຈິຕອນ, ວັດທະນະທຳດິຈິຕອນ, ສາທາລະນະສຸກດິຈິຕອນ, ການສຶກສາແລະຝຶກອົບຮົມດິຈິຕອນ, 4). ຊຸກຍູ້ການຫັນເປັນດິຈິຕອນຢູ່ໃນບັນດາອົງການຈັດຕັ້ງພັກ, ລັດຍົກລະດັບການຄຸ້ມຄອງບໍລິຫານແລະບໍລິການຂອງບັນດາອົງການຈັດຕັ້ງຕ່າງໆໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງ. 5).ເອົາໃຈໃສ່ສົ່ງເສີມ ແລະ ຂະຫຍາຍການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນເພື່ອຍາດແຍ່ງເອົາບົດຮຽນ, ຄວາມຮູ້ ແລະ ການລົງທຶນຈາກຕ່າງປະເທດມາພັດທະນາການຫັນເປັນດິຈິຕອນຂອງ ສປປ ລາວ. ດຶງດູດ ແລະ ຍາດແຍ່ງການນຳໃຊ້ຊັບພະຍາກອນຈາກຕ່າງປະເທດ ແລະ ສາກົນຢ່າງມີປະສິດທິພາບເພື່ອສະໜັບສະໜູນການຄົ້ນຄວ້າເຕັກໂນໂລຊີ, ການປະດິດນະວັດຕະກຳ, ການດຳເນີນທຸລະກິດຂອງຜູ້ປະກອບການສະຕາດອັບ ແລະ ການຖ່າຍທອດເຕັກໂນໂລຊີໃຫ້ຄົນລາວ. ສ້າງ ແລະ ປັບປຸງບັນດານະໂຍບາຍທີ່ຕິດພັນໂດຍກົງກັບການລົງທຶນຈາກຕ່າງປະເທດຕາມທິດຍົກສູງມາດຕະຖານເຕັກໂນໂລຊີ, ຊຸກຍູ້ການຮ່ວມທຸລະກິດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງແລະການຖ່າຍທອດເຕັກໂນໂລຊີລະຫວ່າງວິສາຫະກິດພາຍໃນ ແລະ ວິສາຫະກິດຕ່າງປະເທດ, ຄຸ້ມຄອງກິດຈະກຳທຸລະກິດຂ້າມຊາດທີີ່ບໍ່ມີບໍລິສັດຫຼືຫ້ອງການຜູ້ຕາງໜ້າຢູ່ໃນ ສປປ ລາວ ເພື່ອປ້ອງກັນສິດຜົນປະໂຫຍດຂອງຜູ້ປະກອບການພາຍໃນປະເທດ.

ກອງປະຊຸມ, ໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນກ່ຽວກັບ ສະພາບການຫັນເປັນດິຈິຕອນ ຢູ່ ສປປ ລາວ ແລະ ບັນດາປະເທດເພື່ອນມິດ ໂດຍຈະໄດ້ຮັບກຽດຂຶ້ນນຳສະເໜີໂດຍ ທ່ານຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ແລະ ທ່ານຮອງລັດຖະມົນຕີ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ຣາຊະອານາຈັກ ກຳປູເຈຍ. ພ້ອມທັງຈະໄດ້ຮັບຮູ້ຫຼາຍຂໍ້ມູນທີ່ສຳຄັນ ແລະ ສາມາດນຳມາປັບໃຊ້ເຂົ້າໃນວຽກງານການຫັນເປັນດິຈີຕອນ ໃນ ສປປ ລາວ, ໂດຍສະເພາະ ການຫັນເປັນວຽກລະອຽດຂອງບັນດາຂະແໜງການ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ເຮັດໃຫ້ວຽກງານການຫັນເປັນດິຈີຕອນ ໄດ້ມີທ່າກ້າວ ເປັນຈັງຫວະອັນດຽວກັນ ໃນທົ່ວປະເທດ.

(ຂ່າວ: ແສງຈັນ, ພາບ: ພັດ ລໍວັນໄຊ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments