Saturday, July 27, 2024
Homeຂ່າວຕ່າງປະເທດມາເລເຊຍ-ສິງກະໂປ ຮ່ວມກັນພັດທະນາເຂດເສດຖະກິດພິເສດ

ມາເລເຊຍ-ສິງກະໂປ ຮ່ວມກັນພັດທະນາເຂດເສດຖະກິດພິເສດ

ຕາມຂ່າວຈາກກົວລາລຳເບີ ວັນທີ11 ມັງກອນນີ້, ມາເລເຊຍ ແລະ ສິງກະໂປ ຕົກລົງຮ່ວມມືກັນພັດທະນາເຂດເສດຖະກິດ ພິເສດໃນລັດຢະໂຮທາງພາກໃຕ້ ຂອງມາເລເຊຍ ເພື່ອດຶງດູດການລົງທຶນ, ສົ່ງເສີມການເຄື່ອຍ້າຍຄົນ ແລະ ສິ່ງຂອງ.

ພາຍຫລັງ ທ່ານ ຣາຟີຊີ ຣາມິລ, ລັດຖະມົນຕີ ເສດຖະກິດ ຂອງມາເລເຊຍ ແລະ ທ່ານ ກັນ ກິມຢົງ, ລັດຖະມົນຕີການຄ້າ ແລະ ອຸດສາຫະກຳ ຂອງສິງກະໂປ ຫລັງຈາກລົງນາມໃນຂໍ້ຕົກລົງການຮ່ວມມືໃນລັດດັ່ງກ່າວ ໂດຍມີຜູ້ນຳທັງສອງປະເທດ ເຂົ້າຮ່ວມເປັນສັກຂີພິຍານວ່າ: ທັງສອງປະເທດຈະປະຕິບັດຂໍ້ຕົກລົງຄັ້ງນີ້ໃຫ້ມີຜົນສັກສິດດ້ວຍການຮ່ວມມືກັນດ້ານພະລັງງານໝູນວຽນ ແລະ ອຳນວຍຄວາມສະດວກໃຫ້ແກ່ຂະບວນການຕ່າງໆ ຕັ້ງແຕ່ການອະນຸມັດທາງທຸລະກິດ ໄປຈົນເຖິງ ການຜ່ານດ່ານພາສີ ແລະ ການຮ່ວມມື ດ້ານອື່ນໆອີກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments