Saturday, July 27, 2024
Homeຂ່າວຕ່າງປະເທດທົ່ວໂລກ ພວມອອກມາຕ້ອນຮັບນັກທ່ອງທ່ຽວຈີນໃນປີ 2024

ທົ່ວໂລກ ພວມອອກມາຕ້ອນຮັບນັກທ່ອງທ່ຽວຈີນໃນປີ 2024

ວິທະຍຸສາກົນ ແຫ່ງ ສປ ຈີນ ເມື່ອບໍ່ດົນມານີ້, ສະພາມົນຕີຂະແໜງການທ່ອງທ່ຽວໂລກ (WTTC) ແລະ ສະຖາບັນຄົ້ນຄວ້າ ເສດຖະກິດ Oxford ໄດ້ຮ່ວມກັນເປີດເຜີຍວ່າ: ໃນປີ 2023, ອັດຕາການປະກອບສ່ວນ ຂອງຂະແໜງການທ່ອງທ່ຽວທີ່ມີຕໍ່ GDP ຂອງປະເທດຈີນ ລະດັບ 7,8% ຊຶ່ງບໍ່ຫລຸດລື່ນກັນຫລາຍກັບອັດຕາຂອງປີ 2019 ທີ່ເປັນ 11,6%. ສະຖາບັນຄົ້ນຄວ້າ ການທ່ອງທ່ຽວຈີນ ຄາດຄະເນວ່າ: ຈຳນວນນັກທ່ອງທ່ຽວໃນທົ່ວປະເທດຈີນ ໃນປີ 2023 ບັນລຸເຖິງ 5 ຕື້ 407 ລ້ານເທື່ອຄົນ, ລາຍໄດ້ຈາກການທ່ອງທ່ຽວ ຈະຟື້ນຟູ ໃຫ້ເຖິງ 91% ຂອງລາຍ ໄດ້ສູງສຸດ ໃນປີ 2019.

ນັກວິເຄາະຊີ້ອອກວ່າ: ເຖິງແມ່ນວ່າ ກິດຈະການທ່ອງທ່ຽວພາຍໃນປະເທດ ແລະ ທ່ອງທ່ຽວຕ່າງປະເທດ ຂອງສປ ຈີນ ຍັງບໍ່ທັນກັບຂຶ້ນມາເຖິງລະດັບກ່ອນເກີດ ການແພ່ລະບາດຂອງພະຍາດ ໂຄວິດ-19 ກໍຕາມ, ແຕ່ຂະແໜງການທ່ອງທ່ຽວພາຍໃນປະເທດຈີນ ໄດ້ຮັບການຟື້ນຟູຢ່າງແຂງແຮງແລ້ວ.

ຫລັງຈາກກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ເປີດເຜີຍວ່າ: ໃນ 3 ໄຕມາດທຳອິດຂອງປີ 2023, ການທ່ອງທ່ຽວພາຍໃນປະເທດຂອງ ສປ ຈີນ ໄດ້ບັນລຸເຖິງ 3 ຕື້ 670 ລ້ານເທື່ອຄົນ, ລາຍໄດ້ຈາກການທ່ອງທ່ຽວ ບັນລຸ 3.700 ຕື້ຢວນ, ຕ່າງກໍເພີ່ມຂຶ້ນ 75% ແລະ 114% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2022; ໃນໄລຍະພັກປີໃໝ່ສາກົນ 2024, ຈຳນວນນັກທ່ອງທ່ຽວພາຍໃນປະເທດ ຂອງ ສປ ຈີນ ແມ່ນ 135 ລ້ານເທື່ອຄົນ, ລາຍໄດ້ຈາກການທ່ອງທ່ຽວພາຍໃນປະເທດບັນລຸເຖິງ 79 ຕື້ 730 ລ້ານຢວນ, ຕ່າງກໍເພີ່ມຂຶ້ນ 155,3% ແລະ 200,7% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2023.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments