Saturday, July 27, 2024
Homeແຈ້ງການສໍາຄັນແມ່ນ້ຳຄອງໂກ ໄຫລເຂົ້າຖ້ວມສອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດ ຫລາຍກວ່າ300ຄົນ

ແມ່ນ້ຳຄອງໂກ ໄຫລເຂົ້າຖ້ວມສອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດ ຫລາຍກວ່າ300ຄົນ

ຕາມຂ່າວຈາກ ນະຄອນ ກິນຊາຊາ, ວັນທີ11 ມັງກອນນີ້, ແມ່ນ້ຳຄອງໂກ ໃນທະວີບ ອາຟຣິກາ ມີປະລິມານ ເພີ່ມຂຶ້ນເຖິງ ລະດັບສູງສຸດ ໃນຮອບກວ່າ 60ປີ ເຮັດໃຫ້ເກີດ ນ້ຳຖ້ວມ ທົ່ວສາທາລະນະລັດ ປະຊາທິປະໄຕ ຄອງໂກ (DRC) ແລະ ສາທາລະນະລັດ ຄອງໂກ ເຮັດໃຫ້ມີ ຜູ້ເສຍຊີວິດ ຫລາຍກວ່າ 300ຄົນ ໃນໄລຍະ ຫລາຍເດືອນຜ່ານມາ.ສຳລັບ ແມ່ນ້ຳ ຄອງໂກ ໃນເມື່ອກ່ອນ ເອີ້ນວ່າ ແມ່ນ້ຳ ຊາອິສ (Zaire) ເປັນ​ແມ່​ນ້ຳທີ່​ຍາວອັນ​ດັບ​ສອງ ​ໃນ​ອາ​ຟຣິ​ກາ​ ຖັດ​ຈາກ ​ແມ່​ນ້ຳ​ໄນ​ລແລະ ​ເປັນ​ແມ່​ນ້ຳ​ ທີ່​ໃຫຍ່ ​ອັນ​ດັບ​ 3ຂອງ​ໂລກ ເມື່ອ​ຄິດ​ໄລ່​ ຈາກ​ປະ​ລິ​ມານ ​ນ້ຳ​ໄຫລ.

ເຂດລຸ່ມແມ່ນ້ຳຄອງໂກ ກວມເອົາ 10 ປະເທດ, ລວມທັງ DRC ແລະ ສາທາລະນະລັດ ຄອງໂກ.ລະດັບນ້ຳ ໃນແມ່ນ້ຳຄອງໂກ ໄດ້ຂຶ້ນສູ່ ລະດັບ ສູງສຸດ ຕັ້ງແຕ່ ທ້າຍເດືອນ ທັນວາ 2023ເຮັດໃຫ້ ນ້ຳໄຫລ ເຂົ້າຖ້ວມ ເຮືອນປະຊາຊົນ ສົ່ງຜົນກະທົບ ເປັນບໍລິເວນກວ້າງ ລວມທັງ ລະບົບ ພື້ນຖານ ໂຄງລ່າງ ໄດ້ຮັບ ຄວາມເສຍຫາຍ ຢ່າງໜັກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments