Saturday, July 27, 2024
Homeຂ່າວພາຍໃນແຂວງຫົວພັນຈັດກິດຈະກຳຍ່າງເພື່ອສຸຂະພາບ

ແຂວງຫົວພັນຈັດກິດຈະກຳຍ່າງເພື່ອສຸຂະພາບ

ອົງການປົກຄອງແຂວງຫົວພັນ ຈັດກິດຈະກຳຍ່າງເພື່ອສຸຂະພາບເລີ່ມແຕ່ສະໜາມກິລາແຂວງຫາສວນແກ້ວຫລັກເມືອງໃນໂອກາດເປີດປີທ່ອງທ່ຽວລາວ 2024 ໃນຕອນເຊົ້າວັນທີ 11 ມັງກອນ 2024 ມີທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆ ຫົວພັນ, ການນໍາແຂວງ, ເມືອງ, ພະແນກການຕ່າງໆ ຕະຫລອດຮອດມວນຊົນພາຍໃນເມືອງຊໍາເໜືອ ເຂົ້າຮ່ວມ.

ໃນພິທີ ທ່ານ ຄໍາແພງ ໄຊສົມແພງ ມີຄໍາເຫັນວ່າ: ປີທ່ອງທ່ຽວລາວ 2024 ເປັນປີແຫ່ງຄວາມຊົງຈໍາ ຂອງປະຊາຊົນລາວ ບັນ ດາເຜົ່າ ຊາວແຂວງຫົວພັນ ທີ່ຈະໄດ້ເປີດໂອກາດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຮັບຮູ້ແຂວງຫົວພັນ ຫລາຍຂື້ນ ໂດຍສະເພາະທ່າແຮງດ້ານການທ່ອງທ່ຽວ ເນື່ອງຈາກຫົວພັນມີທຳມະຊາດທີ່ສວຍງາມ, ແຫລ່ງທ່ອງທ່ຽວດ້ານປະຫວັດສາດທີ່ຄັນ, ມີຮີດຄອງປະເພນີບັນດາເຜົ່າທີ່ເປັນເອກະລັກສະເພາະໃຫ້ຄົນຮຸ່ນໃໝ່ໄດ້ສຶກສາຮຽນຮູ້, ປັດຈຸບັນຂະແໜງທ່ອງທ່ຽວເປັນທ່າແຮງໜື່ງສໍາຄັນທີ່ປະກອບສ່ວນຊຸກຍູ້ໃຫ້ເສດຖະກິດຂອງແຂວງໄດ້ຮັບການພັດທະນາ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະນັ້ນການຍ່າງເພື່ອສຸຂະພາບໃນຄັ້ງນີ້ເປັນໜື່ງໃນກິດຈະກຳເພື່ອສ້າງຂະບວນການໃນໂອກາດເປີດປີທ່ອງທ່ຽວລາວ 2024 ຂອງແຂວງຫົວພັນ ໃຫ້ມີບັນຍາກາດຟົດຟື້ນ.

ສໍາລັບພິທີເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງຫົວພັນ ຈະຈັດຂື້ນຢ່າງເປັນທາງການໃນວັນທີ 12 ມັງກອນ 2024, ທີ່ສວນແກ້ວຫລັກເມືອງ ໂດຍຈະມີຫລາຍກິດຈະກຳທີ່ໜ້າສົນໃຈເປັນຕົ້ນການສະແດງສິລະປະສະຫມັກຫຼິ້ນ, ງານປະກວດອາຫານຂອງບັນດາເຜົ່າ, ງານວາງສະແດງສິນຄ້າໂອດ໊ອບ ແລະງານຕະຫຼາດນັດ, ກິດຈະກຳຖ່າຍຮູບຢູ່ສວນສາທາລະນະຫົວພັນ-ກວາງນິງ ແລະ ສວນດອກຊາກຸຣະ, ແຂ່ງຂັນກິລາພື້ນເມືອງ, ບຸນກິນຈຽງເຜົ່າມົ້ງບ້ານຫົວຄັງ ແລະ ກິດຈະກຳອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments