Saturday, July 27, 2024
Homeຂ່າວໜ້າໜຶ່ງຮັບປະກັນວຽກງານສື່ສານໃນພາກສະໜາມໃຫ້ປິດລັບ, ປອດໄພ, ວ່ອງໄວ, ຊັດເຈນ

ຮັບປະກັນວຽກງານສື່ສານໃນພາກສະໜາມໃຫ້ປິດລັບ, ປອດໄພ, ວ່ອງໄວ, ຊັດເຈນ

ວຽກງານສື່ສານພາກສະໜາມ ມີຄວາມສໍາຄັນຕໍ່ການຊ້ອມຮົບໃນການສະເຫຼີມສະຫຼອງ 75 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ ເພື່ອເຮັດໃຫ້ບັ້ນດັ່ງກ່າວມີຜົນສໍາເລັດຕາມແຜນການ, ກົມສື່ສານ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພາກສ່ວນຮັບປະກັນວຽກງານຕິດຕໍ່ສື່ສານເຂົ້າປະຈໍາຢູ່ພາກສະໜາມ ເພື່ອໃຫ້ມີຄວາມຮັບປະກັນໄດ້ຕາມວຽກງານໜ້າທີ່ວິຊາສະເພາະ, ໂດຍໄດ້ສັງລວມເອົາ 5 ກົມກອງສື່ສານເປັນເຂດໃຈກາງ ແລະ ພາຫະນະນໍາໃຊ້ລົດວິຊາສະເພາະໃຫ້ຄົບຖ້ວນພຽງພໍ ແລະ ຈັດຝຶກອົບຮົມໃຫ້ແກ່ພະນັກງານ-ນັກຮົບວິຊາສະເພາະເພື່ອໃຫ້ມີຄວາມຊໍານິຊໍານານໃນການນໍາໃຊ້ອຸປະກອນສື່ສານ.

ສະຫາຍ ພັນໂທ ດອນສະຫວັນ ບົນຄໍາພັນ ຫົວໜ້າພະແນກເສນາ ກົມສື່ສານ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ເຂົ້າຍຶດສະໜາມ ໄດ້ຈັດຕັ້ງສູນສື່ສານຢູ່ພາກສະໜາມເຮັດໜ້າທີ່ຮັບປະກັນການຕິດຕໍ່ສື່ສານໃຫ້ຜູ້ບັນຊາ ບັນດາກົມກອງເຫຼົ່າຮົບທີ່ເຮັດໜ້າທີ່ຍິງສະແດງຄັ້ງນີ້ສາມາດເຄື່ອນກຳລັງໄດ້ທັນເວລາ ແລະ ບັນຊາຢ່າງຄ່ອງແຄ້ວ ນອກຈາກວຽກງານຕິດຕໍ່ສື່ສານແລ້ວຍັງໄດ້ຮັບການມອບໝາຍຈາກຄະນະຊີ້ນໍາພາກສະໜາມໃຫ້ຮັບປະກັນໃນການຖ່າຍ ແລະ ບັນທຶກຮູບພາບຈາກຈໍ LED

ສະຫາຍ ພັນໂທ ດອນສະຫວັນ ບົນຄໍາພັນ ໃຫ້ຮູ້ຕື່ມວ່າ: ຜ່ານການຝຶກຊ້ອມ ໄດ້ດໍາເນີນໄປຕາມແຜນການທີ່ວາງໄວ້ດ້ວຍຜົນສຳເລັດ ຕາມການຊີ້ນຳຂອງຂັ້ນເທິງ, ສາມາດບັນຊາກໍາລັງເຖິງຈຸດທີ່ໝາຍ ແລະ ສາມາດທໍາລາຍສິ່ງຕ່າງໆຂອງສັດຕູ, ພາຍຫຼັງສໍາເລັດການຝຶກຊ້ອມຮ່ວມໃນຄັ້ງນີ້ ຍັງຈະໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນ ເປັນຕົ້ນແມ່ນວຽກງານຮັບປະກັນຕິດຕໍ່ສື່ສານ ເພື່ອຈະນໍາເອົາບົດຮຽນໄປຈັດຕັ້ງປັບປຸງເປັນບົດຮຽນໃນຄັ້ງຕໍ່ໄປ ເພື່ອເຮັດໃຫ້ເຫຼົ່າຮົບສື່ສານ ມີຄວາມເຂັ້ມແຂງ, ມີຄວາມຮັບປະກັນ, ດັ່ງຄໍາຂວັນທີ່ວ່າ: ປິດລັບ, ປອດໄພ, ວ່ອງໄວ, ຊັດເຈນ.

ໂດຍ: ລຸນທອງ ສອນມະລີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments