Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມສຳມະນາທິດສະດີສອງພັກລາວ-ຈີນ ຄັ້ງທີ XI ໄດ້ປະສົບຜົນສຳເລັດຢ່າງຈົບງາມ

ກອງປະຊຸມສຳມະນາທິດສະດີສອງພັກລາວ-ຈີນ ຄັ້ງທີ XI ໄດ້ປະສົບຜົນສຳເລັດຢ່າງຈົບງາມ

ໃນວັນທີ 10 ມັງກອນ ນີ້ ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມສໍາມະນາທິດສະດີ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ຄັ້ງທີ XI ພາຍໃຕ້ຫົວຂໍ້: “ບົດຮຽນ ແລະ ພຶດຕິກໍາໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນການກໍ່ສ້າງຫັນເປັນທັນສະໄໝຢູ່ ສປປ ລາວ ແລະ ສປ ຈີນ” ທີ່ໄດ້ເປີດຂຶ້ນໃນວັນທີ 9 ມັງກອນ ຜ່ານມາ ຊຶ່ງກອງປະຊຸມໄດ້ໄດ້ດຳເນີນດ້ວຍບັນຍາກາດທີ່ຟົດຟື້ນ, ມີຄວາມຮັບຜິດຊອບສູງ, ມີເນື້ອໃນອຸດົມສົມບູນ ແລະ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

ພາຍຫຼັງພິທີເປີດກອງປະຊຸມຢ່າງເປັນທາງການ ໂດຍມີ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມັນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຫຼີ ຊູ ເຫຼີຍ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ເຂົ້າຮ່ວມເປັນຄະນະປະທານ; ກອງປະຊຸມ ໄດ້ເລີ່ມດຳເນີນໂດຍແບ່ງອອກເປັນ 2 ວາລະ ຄື: ວາລະທີ 1 ພາຍໃຕ້ການຄວບຄຸມວາລະໂດຍ ສະຫາຍ ສອນທະນູ ທໍາມະວົງ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ນາງ ສູ ຊົງແຢ້ນ ຫົວໜ້າສູນຄົ້ນຄວ້າອາລິຍະທໍາສັງຄົມ ແລະ ນິເວດວິທະຍາ ໂຮງຮຽນພັກ ສູນກາງພັກກອມມູນິດຈີນ, ວາລະທີ 2 ພາຍໃຕ້ການຄວບຄຸມວາລະໂດຍ ສະຫາຍ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ນາງ ສູ ຊົງແຢ້ນ ຊຶ່ງທັງ 2 ວາລະການດຳເນີນກອງປະຊຸມ ໄດ້ເປັນໄປຢ່າງມີບັນຍາກາດທີ່ຟົດຟື້ນ, ມີຄວາມຮັບຜິດຊອບສູງ ແລະ ມີເນື້ອໃນອຸດົມສົມບູນ. ບັນດານັກວິທະຍາສາດທັງສອງປະເທດ ທີ່ເຂົ້າຮ່ວມກອງປະຊຸມໄດ້ສຸມຈິດສຸມໃຈຮັບຟັງ ບັນດາບົດສະເໜີ ທັງ 9 ບົດ ໂດຍຝ່າຍລາວມີ 4 ບົດ, ຝ່າຍຈີນ ມີ 5 ບົດ ແລະ ພ້ອມກັນປະກອບຄຳຄິດຄຳເຫັນ, ສົນທະນາກັນ, ແລກປ່ຽນບົດຮຽນ ໃນແຕ່ລະບັນຫາ ດ້ວຍຄວາມຈິງໃຈ ແລະ ກົງໄປກົງມາ ຊຶ່ງມີຄວາມກະຈ່າງແຈ້ງທັງໃນແງ່ທິດສະດີວິທະຍາສາດ ແລະ ພຶດຕິກຳທີ່ມີຊີວິດຊີວາ, ມີຄວາມໝາຍສໍາຄັນໃຫ້ແກ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ.

ໃນທີ່ປະຊຸມ, ສະຫາຍ ກິແກ້ວ ຈັນທະບູລີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຂຶ້ນກ່າວສະຫຼຸບ ແລະ ປິດກອງປະຊຸມ ໂດຍກ່າວວ່າ: ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຂອງນັກວິທະຍາສາດ ແລະ ມີການປະກອບຄຳເຫັນຢ່າງກົງໄປກົງມາ. ເນື້ອໃນບົດປະກອບຄຳເຫັນ ແລະ ການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເຫັນວ່າ ມີຄວາມອຸດົມສົມບູນ, ສ້າງຄວາມກະຈ່າງແຈ້ງໄດ້ໃນຫຼາຍບັນຫາ. ການວິເຄາະ, ວິໄຈແຕ່ລະບັນຫາເຫັນວ່າ ມີວິທີວິທະຍາທີ່ຊັດເຈນ ດ້ວຍການນຳໃຊ້ວິທີປະຊິດໃນຫຼາຍມູມມອງທີ່ສາມາດຢັ້ງຢືນໄດ້ເຖິງຄວາມຖືກຕ້ອງທາງດ້ານທິດສະດີ ແລະ ຄວາມເໝາະສົມໃນການແກ້ໄຂບັນຫາພຶດຕິກຳ ຊຶ່ງຜົນການຄົ້ນຄວ້າ ແລະ ສຳມະນາ ມີຄຸນຄ່າດ້ານທິດສະດີ ແລະ ພຶດຕິກຳດັ່ງນີ້:

ດ້ານທິດສະດີ: ນັກວິທະຍາສາດສາມາດສັງລວມ ແລະ ໄຈ້ແຍກທິດສະດີຢ່າງເປັນລະບົບ ແລະ ຢັ້ງຢືນສາຍພົວພັນທີ່ມີລັກສະນະເປັນກົດເກນລະຫວ່າງການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນການກໍ່ສ້າງຫັນເປັນທັນສະໄໝ, ໃນນີ້, ເຫັນໄດ້ບົດບາດຂອງການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນການກໍ່ສ້າງຫັນເປັນທັນສະໄໝ ແມ່ນກຳລັງດັນສຳຄັນ ເພື່ອຕອບສະໜອງການພັດທະນາປະເທດຊາດຕາມທິດສັງຄົມນິຍົມ. ນັກວິທະຍາສາດ ໄດ້ຢັ້ງຢືນທິດສະດີ ທີ່ໜັກແໜ້ນ, ຊັດເຈນ ແລະ ແທດຕົວຈິງ ກ່ຽວກັບການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນການກໍ່ສ້າງຫັນເປັນທັນສະໄໝ, ໄດ້ກຳນົດສາຍພົວພັນສັດຈະວິພາກ ລະຫວ່າງພັດທະນາເສດຖະກິດ ກັບການເສີມຂະຫຍາຍການເຕີບໂຕສີຂຽວ, ການຜະລິດກະສິກໍາສະອາດ ຕິດພັນກັບລະບົບນິເວດ, ການຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ກັບການປົກປັກຮັກສາສິ່ງແວດລ້ອມ ຕິດພັນກັບການພັດທະນາຍືນຍົງ ແລະ ການເສີມຂະຫຍາຍຄວາມສໍາຄັນຂອງການຄົ້ນຄວ້ານະວັດຕະກໍາໃໝ່ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ຕິດພັນກັບສິ່ງແວດລ້ອມ ເຂົ້າໃນການພັດທະນາໃຫ້ຕອບສະໜອງໃນເງື່ອນໄຂໃໝ່ຢູ່ລາວ ແລະ ຈີນ.

ດ້ານພຶດຕິກຳ: ຜົນການຄົ້ນຄວ້າໄດ້ນຳສະເໜີຂໍ້ມູນທີ່ອຸດົມສົມບູນ ດ້ວຍການວິເຄາະ, ໄຈ້ແຍກ ໃຫ້ເຫັນແຈ້ງແຕ່ລະເນື້ອໃນພຶດຕິກຳເປັນຕົ້ນ ແມ່ນເນື້ອໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນການກໍ່ສ້າງຫັນເປັນທັນສະໄໝໃນຂະບວນວິວັດການພັດທະນາປະເທດຊາດຕາມທິດສັງຄົມນິຍົມ. ພົ້ນເດັ່ນ ແມ່ນສາມາດວິເຄາະ, ໄຈ້ແຍກ, ສະໜອງຂໍ້ມູນໃນການເສີມຂະຫຍາຍການເຕີບໂຕສີຂຽວ, ການຜະລິດກະສິກໍາສະອາດ ຕິດພັນກັບລະບົບນິເວດ, ການຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ກັບການປົກປັກຮັກສາສິ່ງແວດລ້ອມ ຕິດພັນກັບການພັດທະນາຍືນຍົງ ແລະ ການເສີມຂະຫຍາຍຄວາມສໍາຄັນຂອງການຄົ້ນຄວ້ານະວັດຕະກໍາໃໝ່ ແລະ ນໍາໃຊ້ເຕັກໂນໂລຊີທີ່ຕິດພັນກັບສິ່ງແວດລ້ອມເຂົ້າໃນການພັດທະນາ, ຢັ້ງຢືນພຶດຕິກຳການພົວພັນ ລະຫວ່າງ ເສດຖະກິດກັບການຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ກັບການປົກປັກຮັກສາສິ່ງແວດລ້ອມ ຕິດພັນກັບການພັດທະນາຍືນຍົງ, ນຳສະເໜີຂໍ້ມູນຕົວຈິງໃນການການເສີມຂະຫຍາຍຄວາມສໍາຄັນຂອງການຄົ້ນຄວ້ານະວັດຕະກໍາໃໝ່ ແລະ ນໍາໃຊ້ເຕັກໂນໂລຊີທີ່ຕິດພັນກັບສິ່ງແວດລ້ອມເຂົ້າໃນການພັດທະນາ. ຜົນສຳເລັດທັງໝົດ, ໄດ້ເປັນຂໍ້ມູນສຳຄັນໃນການສືບຕໍ່ຄົ້ນຄວ້າພຶດຕິກຳໃຫ້ສົມບູນຍິ່ງຂຶ້ນ. ບົນພື້ນຖານຜົນງານການນຳພາຂອງພັກໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນການກໍ່ສ້າງຫັນເປັນທັນສະໄໝນັ້ນ ນັກວິທະຍາສາດ ຍັງໄດ້ວິເຄາະໃຫ້ເຫັນເຖິງຂໍ້ບົກພ່ອງໃນແງ່ມູມຕ່າງໆ ສາມາດສ່ອງແສງໄດ້ຄວາມເປັນຈິງ ແລະ ເປັນພື້ນຖານສຳຄັນ ໃນການນຳສະເໜີວິທີການທີ່ສອດຄ່ອງ ຕອບສະໜອງການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ຢູ່ລາວ ແລະ ຈີນ.

ກອງປະຊຸມສຳມະນາທິດສະດີໃນຄັ້ງນີ້, ມີຄວາມໝາຍສຳຄັນຢ່າງຍິ່ງ ນອກຈາກເປັນການຄົ້ນຄວ້າແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ ທີ່ມີຊີວິດຊີວາແລ້ວ ຍັງຈະປະກອບສ່ວນເຂົ້າໃນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍຂອງລັດ ຢູ່ລາວ ແລະ ຈີນໃຫ້ປະກົດຜົນເປັນຈິງ. ຜົນສຳເລັດໃນການຄົ້ນຄວ້າ ແມ່ນການປະກອບສ່ວນເຫື່ອແຮງສະຕິປັນຍາຂອງຖັນແຖວນັກວິທະຍາສາດ, ນັກທິດສະດີ, ກໍຄືຄະນະຮັບຜິດຊອບ ແນໃສ່ເພີ່ມທະວີຄັງສາງທິດສະດີໃຫ້ມີຄວາມອຸດົມສົມບູນຍິ່ງຂຶ້ນ. ທັງໝົດນີ້, ຈະເປັນພື້ນຖານໃຫ້ແກ່ການສືບຕໍ່ຄົ້ນຄວ້າໃຫ້ອຸດົມບູນ ແລະ ໝູນໃຊ້ເຂົ້າໃນຕົວຈິງຢ່າງເປັນຮູບປະທຳ.

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments