Tuesday, May 14, 2024
HomeສຶກສາSCG ມອບທຶນການສຶກສາ 100 ທຶນໃຫ້ 4 ເມືອງ ແຂວງຄໍາມ່ວນ

SCG ມອບທຶນການສຶກສາ 100 ທຶນໃຫ້ 4 ເມືອງ ແຂວງຄໍາມ່ວນ

ໂຄງການນີ້ໄດ້ເລີ່ມຈັດຕັ້ງປະຕິບັດຢູ່ ສປປ ລາວ ມີນະຄອນຫຼວງວຽງຈັນ ແລະ ແຂວງຄໍາມ່ວນເລີ່ມຕັ້ງແຕ່ສົກຮຽນ 2012 – 2013 ແລະ ສືບຕໍ່ຈັດຕັ້ງປະຕິບັດມາຮອດສົກຮຽນ 2019 – 2020 ເປັນປີທີ 10 ຕິດຕໍ່ກັນ. ສໍາລັບແຂວງຄໍາມ່ວນແມ່ນເລີ່ມແຕ່ປີ 2014 – 2020 ແຕ່ໄລຍະປີ 2020 – 2022 ແມ່ນໄດ້ໂຈະໂຄງການເນື່ອງຈາກສະພາບໂຄວິດ ແລະ ໄດ້ສືບຕໍ່ໃນປີ 2022 – 2024 ເປັນປີທີ 8 ທີ່ໄດ້ຮັບທຶນການສຶກສາ. ໃນແຂວງຄໍາມ່ວນໄດ້ຮັບທຶນຢູ່ 3 ເມືອງ ໃນປີ 2014 – 2016 ຄື: ເມືອງທ່າແຂກ,ເມືອງມະຫາໄຊ ແລະ ເມືອງໜອງບົກ, ມາໃນປີ 2016 – 2024 ຈຶ່ງໄດ້ຂະຫຍາຍທຶນຕື່ມ 1 ເມືອງຄື: ເມືອງຍົມມະລາດ ປັດຈຸບັນລວມເປັນ 4 ເມືອງ ມີໂຮງຮຽນທັງໝົດ 25 ແຫ່ງທີ່ໄດ້ຮັບທຶນໂຄງການ.

ເພື່ອເປັນການສືບຕໍ່ໂຄງການດັ່ງກ່າວໃນສົກ 2023 – 2024 ຈຶ່ງໄດ້ຈັດພິທີມອບທຶນຊ່ວຍເຫຼືອການສຶກສາແບ່ງປັນຄວາມຝັນກັບ ເອສຊີຈີ ແຊຣິ່ງ ເດີດຣີມ (SCG Sharing the Dream) ຂຶ້ນໃນວັນທີ 9 ມັງກອນ ນີ້ ທີ່ສະໂມສອນຂອງແຂວງ ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ທ່ານ ນາງ ທິຕິຍາ ປານມະນີ ຮັກສາການແທນທ່ານກົງສູນໃຫຍ່ແຫ່ງ ຣາຊະອານາຈັກໄທ ປະຈໍາແຂວງສະຫວັນນະເຂດ, ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າສຶກສາທິການ ແລະ ກິລາແຂວງ, ທ່ານ ຈະຕຸພົງ ອາໄສພານິດ ຄະນະຜູ້ບໍລິຫານບໍລິສັດ ຄໍາມ່ວນ ຊີມັງ ຈໍາກັດ ເຂົ້າຮ່ວມມອບທຶນດັ່ງກ່າວ ແລະ ມີບັນດາທ່ານເຈົ້າເມືອງຈາກ 4 ເມືອງຄື: ທ່າແຂກ, ມະຫາໄຊ, ໜອງບົກ, ຍົມມະລາດ ຕະຫຼອດເຖິງຄະນະອໍານວຍການໂຮງຮຽນ, ພະນັກງານຄູ-ອາຈານ, ພະນັກງານວິຊາການຈາກບໍລິສັດ ແລະ ນັກຮຽນທີ່ໄດ້ຮັບທຶນເຂົ້າຮ່ວມ.

ໃນການມອບທຶນການສຶກສາໃນຄັ້ງນີ້ນັກຮຽນຈະໄດ້ຮັບອຸປະກອນການສຶກສາຈໍານວນໜຶ່ງ ແລະ ປຶ້ມບັນຊີເງິນຝາກ, ທາງໂຄງການ ບໍລິສັດ ບິກບູ່ ເປັນຜູ້ຮັບຜິດຊອບການຄຸ້ມຄອງ ແລະ ການໂອນເງິນເຂົ້າບັນຊີໃຫ້ນັກຮຽນຜູ້ໄດ້ຮັບທຶນຈະໂອນເງິນເຂົ້າບັນຊີໃຫ້ນັກຮຽນທຶນຈໍານວນ 50% ພາກຮຽນ 1, ຫຼັງຈາກນັ້ນຜູ້ກ່ຽວຕ້ອງສົ່ງໃບຄະແນນປະຈໍາພາກຮຽນ 1 ສົກຮຽນ 2023 – 2024 ພ້ອມທັງຂຽນຈົດໝາຍລາຍງານຜົນການນໍາໃຊ້ທຶນແບ່ງປັນຄວາມຝັນ SCG ໃຫ້ຄະນະກໍາມະການ ແລະ ເງິນທີ່ຍັງເຫຼືອ 50% ຈະຖືກໂອນເຂົ້າບັນຊີຂອງນັກຮຽນທຶນທັງໝົດໃນຕົ້ນພາກຮຽນທີ 2. ນັກຮຽນຜູ້ທີ່ໄດ້ຮັບທຶນການສຶກສາໄດ້ຮັບເງິນຈໍານວນ 4.120.000 ກີບ/ຄົນ/ປີ , ຈໍານວນເງິນນັກຮຽນໄດ້ຮັບທັງໝົດ 412.000.000 ກີບໃນຈໍານວນນັກຮຽນ 100 ທຶນ.

ນັກຮຽນແຕ່ປີ 2014 – 2024 ຜູ້ທີ່ໄດ້ຮັບທຶນຈໍານວນ 760 ທຶນເກົ່າ, ທຶນພິເສດຮຽນດີຮຽນເດັ່ນ 15 ທຶນ ແລະ ທຶນໃໝ່ 100 ທຶນ ລວມທັງໝົດ 870 ທຶນ ເຮັດໃຫ້ນັກຮຽນມີກໍາລັງໃຈໃນການຄົ້ນຄວ້າຮໍ່າ ຮຽນ, ສືບຕໍ່ຮໍ່າຮຽນຈົນຈົບຊັ້ນມັດທະຍົມສຶກສາຕອນປາຍ ແລະ ສຶກສາຮຽນຕໍ່ຂັ້ນສູງຂຶ້ນໄປ ຊຶ່ງໂຄງການດັ່ງກ່າວນີ້ໄດ້ຊ່ວຍຫຼຸດຜ່ອນການປະລະຂອງນັກຮຽນ ແລະ ຫຼຸດຜ່ອນພາລະໃນການໃຊ້ຈ່າຍຄ່າຮຽນ, ອຸປະ ກອນ ແລະ ອື່ນໆຂອງຜູ້ປົກຄອງໄດ້ຫຼາຍພໍສົມຄວນ.

ຈາກນັ້ນ, ຄະນະປະທານໃນພິທີພ້ອມດ້ວຍທ່ານເຈົ້າເມືອງຈາກ 4 ເມືອງກໍໄດ້ມອບທຶນການສຶກສາໃຫ້ນັກຮຽນຈໍານວນ 100 ທຶນ, ພິເສດໃນພິທີຍັງໄດ້ຮັບຊົມ-ຮັບຟັງການສະແດງບົດຟ້ອນລວມໝູ່ ແລະ ລໍາຜະຫຍາມະຫາໄຊຈາກນັກຮຽນຕື່ມອີກ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments