Saturday, July 27, 2024
Homeຂ່າວຕ່າງປະເທດຂົວມິດຕະພາບ ມານດິວ-ຈີນ ທີ່ຈີນຊ່ວຍເຫຼືອກໍ່ສ້າງ

ຂົວມິດຕະພາບ ມານດິວ-ຈີນ ທີ່ຈີນຊ່ວຍເຫຼືອກໍ່ສ້າງ

ແນວຄິດການຕ່າງປະເທດຕໍ່ປະເທດໃກ້​ຄຽງທີ່ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະ ມີຄວາມໂອບເອື້ອອາລີເຊິ່ງກັນ ແລະ ກັນ ເຮັດໃຫ້ສາຍພົວພັນຈີນ-ມານດິວ ຍົກລະດັບຂຶ້ນຕື່ມອີກ ໃນລະຫວ່າງວັນທີ 8-12 ມັງກອນ 2024, ທ່ານໂມຮາເມັດ ມູອິຊູ ປະທານາທິບໍດີສາທາລະນະລັດມານດິວ ຈະດຳເນີນການຢ້ຽມຢາມ ທາງລັດຖະກິດ ສປ ຈີນ ເຊິ່ງເປັນການຢ້ຽມຢາມຕ່າງປະເທດທາງລັດຖະກິດຄັ້ງທຳອິດຂອງທ່ານປະທານາທິບໍດີມູອິຊູນັບຕັ້ງແຕ່ຂຶ້ນດຳລົງຕຳແໜ່ງປະທານາທິບໍດີມານດິວເມື່ອເດືອນກັນຍາປີ 2023 ເປັນຕົ້ນມາ. ການຢ້ຽມຢາມຄັ້ງນີ້ຍັງຈະຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດຂະຫຍາຍຕົວຂຶ້ນສູ່ລະດັບໃໝ່.

ສາຍພົວພັນຈີນ-ມານດິວໄດ້ຢືນຢູ່ຈຸດເລີ່ມຕົ້ນໃໝ່ທາງປະຫວັດສາດ ພ້ອມທັງໄດ້ຂະຫຍາຍຕົວກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ແມ່ນຜົນມາຈາກຈີນຕັ້ງໜ້າຈັດຕັ້ງປະຕິບັດແນວຄິດການຕ່າງປະເທດຕໍ່ປະເທດໃກ້​ຄຽງທີ່ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະມີຄວາມໂອບເອື້ອອາລີເຊິ່ງກັນ ແລະ ກັນ ເຊິ່ງສະເໜີໂດຍທ່ານ ສີຈິ້ນຜິງ ປະທານປະເທດຈີນ. ເປັນເວລາດົນນານມາແລ້ວ, ຈີນໄດ້ສຸມກຳລັງເຂົ້າໃນການແບ່ງປັນຜົນງານດ້ານການພັດທະນາ, ເຕັກນິກ ແລະ ຊັບພະຍາກອນມະນຸດທີ່ໄດ້ມາແບບບໍ່ງ່າຍດາຍນັ້ນໃຫ້ກັບປະເທດອ້ອມ​ຂ້າງ, ເຊິ່ງເຮັດໃຫ້ສາຍພົວພັນດ້ານການຕ່າງປະເທດລະຫວ່າງຈີນກັບປະເທດອ້ອມຂ້າງໄດ້ຮັບການປັບປຸງໃຫ້ໝັ້ນຄົງຕື່ມອີກ, ການຮ່ວມມືແລະຄວາມໄວ້ເນື້ອເຊື່ອໃຈກັນໄດ້ຮັບການລົງເລິກຕື່ມອີກ. ທ່ານປະທານາທິບໍດີມູອິຊູເຄີຍກ່າວຢືນຢັນໃນເວລາໃຫ້ສຳພາດຕໍ່ສື່ມວນຊົນໃນກ່ອນໜ້ານີ້ວ່າ: ເຊື່ອໝັ້ນວ່າ ພາຍໃຕ້ຂອບຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ມິດຕະພາບ ແລະ ການຮ່ວມມືລະຫວ່າງມານດິວ ກັບ ຈີນ ຈະຊຸກຍູ້ໃຫ້ມານດິວມີການພັດທະນາແລະຄວາມຈະເລີນຮຸ່ງເຮືອງຢ່າງຍາວນານ. ທ່ານໄດ້ຍົກຕົວຢ່າງວ່າ: ຂົວມິດຕະພາບມານດິວ-ຈີນ ທີ່ຈີນຊ່ວຍເຫຼືອກໍ່ສ້າງນັ້ນເປັນໂຄງການພັດທະນາທີ່ມີສັນຍາລັກ ແລະ ມີລັກສະນະການປ່ຽນແປງຫຼາຍທີ່ສຸດຂອງປະເທດຕົນໃນປະຫວັດສາດ. ນອກນີ້, ໃນຊຸມປີມໍ່ໆມານີ້, ສອງປະເທດມານດິວ-ຈີນ ຍັງໄດ້ປະຕິບັດໂຄງການກໍ່ສ້າງທີ່​ຢູ່​ອາ​ໄສ, ໂຄງການປັບປຸງຂະຫຍາຍສະໜາມບິນສາກົນເວລານາ ແລະ ອື່ນໆ ເຊິ່ງໄດ້ຊຸກຍູ້ການພັດທະນາມານດິວຢ່າງແຂງແຮງ.

ປັດ​ຈຸ​ບັນ, ຈີນໄດ້ກາຍເປັນຄູ່ຮ່ວມພັດທະນາທີ່ສະໜິດສະໜົມຂອງມານດິວ, ສາຍພົວພັນຈີນ-ມານດິວໄດ້ກາຍເປັນຕົວແບບທີ່ປະເທດໃຫຍ່ ແລະ ນ້ອຍປະຕິບັດຕໍ່ກັນຢ່າງສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພາຍໃຕ້ສະພາບການໃນຍຸກໃໝ່, ແນວຄິດການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະ ມີຄວາມໂອບເອື້ອອາລີເຊິ່ງກັນ ແລະ ກັນຈະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສ້າງຜົນປະໂຫຍດໃຫ້ແກ່ປະເທດອ້ອມຂ້າງຫຼາຍກວ່າເກົ່າ, ຮ່ວມກັນຊຸກຍູ້ຂະບວນການຄວາມທັນສະໄໝຂອງອາຊີ ແລະຈະໄດ້ຮັບຄວາມເຫັນດີຢ່າງກວ້າງຂວາງຈາກປະເທດອ້ອມຂ້າງຫຼາຍກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments