Saturday, July 27, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງຟື້ນຟູໄພພິບັດ ຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງຟື້ນຟູໄພພິບັດ ຍີ່ປຸ່ນ

ໃນຕອນເຊົ້າຂອງວັນທີ 10 ມັງກອນ ນີ້ ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຊຶຈິຢະ ຊິນາໂກະ (Hon. Ms. TSUCHIYA Shinako) ລັດຖະມົນຕີກະຊວງຟື້ນຟູໄພພິບັດ ປະທານສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ແລະ ຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10-12 ມັງກອນ 2024.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ຊຶ່ງຈະຊ່ວຍຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ລາວ ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ເກີດຂຶ້ນ ຢູ່ແຄມຝັ່ງທະເລ ທາງພາກຕາເວັນຕົກສ່ຽງເໜືອຂອງຍີ່ປຸ່ນ ໃນວັນທີ 1 ມັງກອນ 2024 ແລະ ເຫດການເຮືອບິນຕໍາກັນ ທີ່ ສະໜາມບິນສາກົນ ຮາເນດະ ໃນວັນທີ 2 ມັງກອນ 2024 ຜ່ານມາ. ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ລັດຖະບານລາວ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນໃນຂົງເຂດບຸລິມະສິດ ເຊັ່ນ: ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ພື້ນຖານໂຄງລ່າງ, ການເກັບກູ່ລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ແລະ ອື່ນໆ ກໍ່ຄື ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ໃນປີ 2024 ນີ້. ພິເສດແມ່ນໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ແລະ ໂຄງການສະໜັບສະໜູນທຶນ ເພື່ອຈັດຊື້ອຸປະກອນກົນຈັກໜັກ ເພື່ອສ້ອມແປງຖະໜົນກົນທາງທີ່ເປ່ເພຈາກໄພພິບັດທຳມະຊາດ, ເຊິ່ງຈະເປັນສັນຍາລັກສໍາຄັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ແລະ ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ຄົບຮອບ 10 ປີ ໃນປີ 2025 ທີ່ຈະມາເຖິງນີ້. ໃນໂອກາດປີທ່ອງທ່ຽວລາວ 2024 ນີ້, ໂດຍຜ່ານ ທ່ານ ນາງ ຊຶຈິຢະ ຊີນາໂກະ, ທ່ານນາຍົກລັດຖະມົນຕີ ຍັງໄດ້ເຊີນຊວນນັກທ່ອງທ່ຽວຍີ່ປຸ່ນ ມາທ່ອງທ່ຽວລາວໃຫ້ຫຼາຍຂຶ້ນ ພ້ອມທັງເຊີນຊວນບັນດານັກລົງທຶນ ແລະ ບໍລິສັດຂອງຍີ່ປຸ່ນ ໃຫ້ເຂົ້າມາລົງທຶນ ແລະ ຮ່ວມມືດ້ານຕ່າງໆຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ເພື່ອກະຕຸກຊຸກຍູ້ການຮ່ວມມືດ້ານເສດຖະກິດຂອງສອງປະເທດ ໃຫ້ພົ້ນເດັ່ນຍິ່ງຂຶ້ນ.

ໃນໂອກາດດຽວກັນ, ທ່ານ ນາງ ຊຶຈິຢະ ຊິນາໂກະ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້. ພ້ອມນັ້ນ, ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່ງສອງສະພາແຫ່ງຊາດ ຍີ່ປຸ່ນ-ລາວ ແມ່ນມີຄວາມຈິງໃຈແລກປ່ຽນນຳກັນ ແລະ ກໍໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນບັນດາໂຄງການ ທີ່ຝ່າຍລາວ ໄດ້ສະເໜີ ລັດຖະບານຍີ່ປຸ່ນ ພິຈາລະນາ, ໂດຍສະເພາະແມ່ນການຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ໃຫ້ເປັນຮູບປະທໍາ ເພື່ອສົ່ງເສີມການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ, ພ້ອມທັງ ການພັດທະນາຊັບພະຍາກອນມະນຸດແມ່ນມີຄວາມສຳຄັນຫຼາຍ ຈຶ່ງຈະສືບຕໍ່ສະເໜີລັດຖະບານຍີ່ປຸ່ນ ເພີ່ມທຶນການສຶກສາໃຫ້ແກ່ຊາວໜຸ່ມນັກສຶກສາລາວ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments